ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຄະນະປະຈໍາພັກແຂວງຫຼວງນໍ້າທາໄດ້ຈັດກອງປະ ຊຸມປືກສາຫາລື ແລະ ແລກປ່ຽນກ່ຽວກັບວຽກງານປ້ອງກັນພະຍາດໂຄວິດ – 19 ແບບທາງໄກລະຫວ່າງແຂວງຢຸນນານ ສປຈີນ ກັບ ສປປລາວ. ເຊິ່ງແຂວງຫຼວງນໍ້າທາ ເຂົ້າຮ່ວມກອງປະຊຸມທາງ ໄກໂດຍ ທ່ານ ສີພອນ ກອງຈໍາປາ ກໍາມະການພັກແຂວງ ຫົວໜ້າພະ ແນກການຕ່າງປະເທດ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີສະຖານ ທູດ-ກົງສູນແຫ່ງ ສປຈີນ ປະຈໍາ ສປປລາວ,ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງຢຸນນານ ສປຈີນ ແລະ ບັນດາກະຊວງທີ່ກ່ຽວຂ້ອງຂອງ ສປປລາວເຂົ້າຮ່ວມ.
ໃນກອງປະຊຸມວິດີໂອແບບທາງ ໄກໄດ້ປືກສາຫາລື ແລະ ແລກ ປ່ຽນກ່ຽວກັບວຽກງານປ້ອງກັນພະຍາດໂຄວິດ-19ທີ່ກໍາລັງແຜ່ລະບາດຫຼາຍຢູ່ໃນປັດຈຸຸບັນເວົ້າລວມເວົ້າສະເພາະກໍ່ຄືຢູ່ແຂວງຫຼວງນໍ້າທາຍັງມີຈໍານວນຜູ້ຕິດເຊື້ອໂຄວິດ-19 ເນື່ອງໃນໂອກາດ ສປຈີນ ຈະຈັດງານກຸດຈີນໃນຕໍ່ໜ້ານີ້ ສະນັ້ນຄົນຈີນຈະກັບຄືນປະເທດຂອງຕົນເປັນຈໍານວນຫຼວງຫຼາຍ ແລະ ຈະຜ່ານບັນດາແຂວງພາກເໜືອຂອງ ສປປລາວເພື່ອເດີນທາງເຂົ້າໄປ ສປຈີນ ດັ່ງນັ້ນຈີ່ງໄດ້ປືກສາຫາລືວາງແຜນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19ໃນຊ່ວງກຸດຈີນນີ້ໃຫ້ປະຕິບັດຕາມມາດຕະການວາງອອກຢ່າງເຂັ້ມງວດ.
ພ້ອມນັ້ນ ທ່ານ ສີພອນ ກອງຈໍາປາ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງປະເທດ ແຂວງ ຕາງໜ້າໃຫ້ແຂວງຫຼວງນໍ້າທາໄດ້ລາຍງານການຈັດຕັ້ງປະຕິ ບັດວຽກງານປ້ອງກັນ ແລະ ຄວບ ຄຸມການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ແຂວງຫຼວງນໍ້າທາໃນປັດຈຸບັນມີຜູ້ຕິດເຊື້ອໂຄວິດ-19 ສະສົມ 4.747 ກໍລະນີ,ປີ່ນປົວຫາຍດີສະສົມ 3.938 ກໍລະນີ,ກໍາລັງປີ່ນປົວ 795 ກໍລະນີ, ມີຜູ້ເສຍຊີວິດສະສົມ 13 ກໍລະນີ,ຈໍານວນຄົນຈີນທີ່ຈະເດີນທາງກັບຄືນປະເທດຍັງຕົກຄ້າງຢູ່ດ່ານບໍ່ເຕ່ນ 2264 ຄົນໃນນັ້ນມີຜູ້ຕິດເຊື້ອທີ່ພວມປີ່ນປົວຢູ່ໂຮງໝໍພາກສະ ໜາມບໍ່ເຕ່ນ 943 ຄົນ.
ກອງປະຊຸມຍັງໄດ້ປືກສາຫາລືຫຼາຍບັນຫາໂດຍສະເພາະແມ່ນໃຫ້ອະນຸມັດໃຫ້ຄົນຈີນເຂົ້າໄປປະເທດເພີ່ມຂື້ນຕື່ມ,ໃຫ້ເພີ່ມເວລາການເປີດດ່ານອີກ,ເພີ່ມຈໍານວນລົດບັນທຸກສີນຄ້າເຂົ້າໄປ ສປຈີນຫຼາຍຄັນຂື້ນຕື່ມເພື່ອເປັນການລະບາຍລົດຕິດຫຼາຍກິໂລ ແມັດຢູ່ຕາມເສັ້ນທາງຢູ່ເຂດບໍ່ເຕ່ນແຂວງຫຼວງນໍ້າທາໃຫ້ສະດວກຂື້ນຕື່ມ . ກອງປະຊຸມຄັ້ງນີ້ ເພື່ອເປັນການສະກັດຄົນລັກລອບເຂົ້າ ອອກເມືອງ ແລະ ການປ້ອງກັນ, ແກ້ໄຂ ແລະ ຄວບຄຸ້ມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດອອກເປັນວົງກວ້າງ.
ຂ່າວ: ມຸນຕີ