ຄະນະກຳມາທິການ ສຶກສາສົງແຂວງ ຈຳປາສັກ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາສົງທົ່ວແຂວງຈຳປາສັກໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ 2022. ໂດຍເປັນປະທານຂອງພຣະອາຈານ ມະຫາສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ,ທ່ານ ພູວົງ ອະໄພ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຄະນະກຳມາທິການສຶກສາສົງຂັ້ນແຂວງ,ນະຄອນ-ເມືອງ,ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ – ເມືອງ,ພຣະອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ພຣະອາຈານ ມະຫາສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ໄດ້ດຳ ເນີນພິທີທາງສາສະໜາ ໄຕ້ທຽນໄຊ ໄຫວ້ພຣະຣັດຕະນະໄຕ ແລ້ວ,ພຣະອາຈານ ສີເມືອງ ວົງທະທອງດຳ ຮອງຫົວໜ້າກຳມາທິການສຶກສາສົງແຂວງ,ຫົວໜ້າຫ້ອງການຄະນະກຳມາທິການສຶກສາສົງແຂວງ,ໄດ້ຜ່ານຂໍ້ຕົກລົງອະມັດເປີດກອງປະຊຸມ,ຜ່ານບົດສະຫຼຸບສົກຮຽນ 2021 – 2022,ຜ່ານທິດທາງແຜນການຂອງຫ້ອງການຂອງຄະນະກຳມາທິການສຶກສ່ສົງແຂວງສົກຮຽນ 2022 -2 023.ເຊິ່ງໃຫ້ຮູ້ວ່າ: ໃນສົກຮຽນຜ່ານມາ.ຄະນະກຳມາທິການສຶກສາສົງແຂວງ ໄດ້ມີການຊັບຊ້ອນຄູອາຈານສອນທີ່ຖືກຕ້ອງຕາມລະດັບວິຊາຮຽນ,ມີການຈັດກອງປະຊຸມນິເທດກອ່ນການເປີດສົກຮຽນໃໜ່ ການຮຽນ- ການສອນແມ່ນໄດ້ນຳໃຊ້ວິທີສອນແບບໃຫມ່ໃນການສິດສອນແມ່ນໄດ້ວາງແຜນການສອນ ແລະ ໄດ້ກະກຽມບົດສອນກ່ອນຂຶ້ນຫ້ອງສອນ ມີການນຳໃຊ້ສື່ການຮຽນ-ການສອນ. ການຮຽນ-ການສອນ ໄດ້ມີການຕິດຕາມຮ່ວມຊົ່ວໂມງ ແລະ ປະເມີນກວດກາປະຈຳເດືອນ.
ໃນສົກຮຽນ 2021-2022 ສາມາດຈັດຕັ້ງການສອບເສັງຈົບ ແລະ ເລື່ອນຊັ້ນໄດ້ດັ່ງນີ້:
– ຊັ້ນມ 1 ມີໜ້າສອບທັງໜົດ 128 ອົງສາມາດສອບໄດ້ 128 ອົງ= 100 %
– ຊັ້ນມ2 ມີໜ້າສອບທັງໜົດ 129 ອົງສາມາດສອບໄດ້ 129 ອົງ= 100 %
– ຊັ້ນມ3 ມີໜ້າສອບທັງໜົດ 124 ອົງສາມາດສອບໄດ້ 124 ອົງ= 100 %
– ຊັ້ນມ4 ມີໜ້າສອບທັງໜົດ 142 ອົງ ສາມາດສອບໄດ້ 138 ອົງ= 97.18 % ຂາດ 4 ອົງ=2.8%
– ຊັ້ນມ 5 ມີໜ້າສອບທັງໜົດ 78 ອົງ ສາມາດສອບໄດ້ 78 ອົງ= 100 %
– ຊັ້ນມ6 ມີໜ້າສອບທັງໜົດ 96 ອົງສາມາດສອບໄດ້ 95 ອົງ= 99,6 %
– ຊັ້ນມ7 ມີໜ້າສອບທັງໜົດ 76 ອົງສາມາດສອບໄດ້ 76 ອົງ= 100 %
– ສ່ວນວິທະຍາໄລຄູສົງ ມີນັກສຶກສາທັງໝົດ 234 ອົງ ເສັງຜ່ານໄດ້ 100 %,ເຊິ່ງມີສາຍຄູພຸດທະສາສະໜາ – ພາສາລາວ,ຄູພາສາອັງກິດ ແລະ ສາຍຄູພາສາລາວວັນນະຄະດີ ທັງໝົດໃນລະດັບປະລິນຍາຕີ.
ກອງປະຊຸມຄັ້ງນີ້ຍັງມີການປະກອບຄຳເຫັນຈາກຄະນະກຳມາທິການສຶກສາສົງແຂວງ,ເມືອງ ແລະຫ້ອງການສຶກສານະຄອນເມືອງ ແລະ ພະແນກການ,ຂະແໜງການກ່ຽວຂ້ອງເພື່ອຍົກລະດັບການສຶກສາສົງໃນສົກຮຽນ 2022 – 2023 ໃຫ້ມີຄຸນນະພາບສູງຂື້ນ ອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ




