ກອງປະຊຸມຜູ້ພິພາກສາຊັ້ນສອງ ແລະ ຊັ້ນໜຶ່ງ ສໍາລັບສານປະຊາຊົນພາກໃຕ້ ແລະ ສານປະຊາຊົນ 5 ແຂວງພາກໃຕ້ຈັດຂຶ້ນທີ່ ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງ ແຂວງຈຳປາສັກໃນວັນທີ​ 7 -​ 8 ກັນຍາ​ 2022,​ ໂດຍເຂົ້າຮ່ວມຂອງ​ ທ່ານ ນາງ​ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ,ມີຫົວໜ້າ​ກົມກວດກາສານປະຊາຊົນສູງສຸດ,ມີຄະນະສານອາຍາ,ສານແພ່ງ,ສານຄອບຄົວ,ຜູ້ພິພາກ ສາຊັ້ນສອງ, ຜູ້ພິພາກສາຊັ້ນໜຶ່ງ ສໍາລັບສານປະຊາຊົນພາກໃຕ້ ແລະ ສານປະຊາຊົນແຂວງພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ​ ວຽງທອງ ສີພັນດອນ ປະ ທານສານປະຊາຊົນສູງສຸດກ່າວວ່າ: ກອງປະຊຸມໃນເທື່ອນີ້ ແມ່ນໃນທ່າມກາງບັນ ຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປະຊາຊົນເຮົາຫ້າວຫັນເບີກບານມ່ວນຊື່ນ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ປະຕິບັດແຜນພັດທະນາເສດຖະ ກິດ-ສັງ ຄົມຂອງລັດ 5 ປີ ຄັ້ງທີ IX (ພໍດີເຄີ່ງສະໄໝກອງປະຊຸມ)ເວົ້າລວມ, ເວົ້າສະ ເພາະແມ່ນສານປະຊາຊົນພວກເຮົາເບີກ ບານ ມ່ວນຊື່ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ່ 10 ແລະ ມີ ຄວາມຊົມຊື່ນຍີນດີຕໍ່ມູນເຊື້ອ, ການເຕີບໃຫຍ່ຂະ ຫຍາຍຕົວກໍຄືຜົນງານ ແລະ ໃນບັນຍາກາດທີ່ ສານປະຊາຊົນແຕ່ລະຂັ້ນໃນຂອບເຂດທົ່ວປະເທດ ພວມສ້າງຂະບວນການ ເພື່ອຈັດຕັ້ງ ສະເຫຼີມສະຫຼອງວັນຄົບຮອບ 40 ປີ ການສ້າງຕັ້ງສານປະຊາຊົນ.
ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນທົບທວນ, ຖອດຖອນບົດຮຽນທາງດ້ານ ວິຊາການໃນໄລຍະ 2 ປີຜ່ານມາ, ຕີລາຄາຄືນຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດພາລະ ບົດບາດໜ້າທີ່ໃນການຄົ້ນຄ້ວາຕັດສິນ-ພິພາກສາຄະດີ ຕາມກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ ແລະ ກົດໝາຍອື່ນໆ ຂອງສານປະຊາຊົນພວກເຮົາ ພ້ອມກັນ ຊອກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ເພື່ອເປັນບົດຮຽນໃນຕໍ່ໜ້າ ແລະ ຍັງຊອກເຫັນດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອພ້ອມກັນປ່ຽນແປງແກ້ໄຂ, ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ຜູ້ ພິພາກສາຂອງສານປະຊາຊົນ, ເຮັດແນວໃດໃຫ້ສານປະຊາຊົນຂອງພວກເຮົາກາຍເປັນທີ່ເພິ່ງຂອງ ປະຊາຊົນ, ເປັນທີ່ໄວ້ເນື້ອເພື່ອໃຈຈາກປະຊາຊົນ, ເປັນກຳລັງແຮງຂອງພັກ-ລັດ, ເປັນຕົວແທນແຫ່ງການນໍາໃຊ້ສິດອຳນາດຂອງປະຊາຊົນ ເພື່ອປົກປັກຮັກສາລະບອບການເມືອງ. ເສດຖະກິດ, ວັດທະນະທຳ-ສັງຄົມ, ປົກປັກຮັກສາສິດຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ສ້າງລັດເຮົາໃຫ້ກາຍເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ ຍັງໄດ້ລົງເລິກຄົ້ນຄວ້າ ເພື່ອສ້າງແຜນແນໃສ່ຮັບປະກັນໃຫ້ທຸກຂັ້ນຕອນຂອງການດໍາເນີນ ຄະດີມີຄວາມຮອບດ້ານ, ຄົບຖ້ວນ, ພາວະວິໃສ, ໂປ່ງໃສ ແລະ ເປັນທຳ. ເພື່ອສືບຕໍ່ຄົ້ນຄ້ວາດໍາເນີນ ພິຈາລະນາຕັດສີນຄະດີ, ພິພາກສາຄະດີໃຫ້ຖືກຕ້ອງກັບກົດໝາຍ ແລະ ສອດຄ່ອງກັບຄວາມຈິງ, ມີ ຄວາມທ່ຽງທຳ, ຍຸຕິທຳ ແລະ ມີຄວາມສັກສິດ ດັ່ງຄຳຂວັນທີ່ວ່າ: ຮອບຄອບ ມີວິໃນ ວິນິດໃສ ຈະແຈ້ງ ຕັດສິນເປັນທຳ ນຳໄປປະຕິບັດໄດ້.
ເກດສະໜາ
Loading...