ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທີ 2 ຈັດຂຶ້ນຢູ່ນະຄອນຟູໂຈ່ວ, ແຂວງຟູຈ້ຽນ, ສປ ຈີນ ໃນວັນທີ 19 ພຶດສະພາ 2023 ນີ້, ພາຍໃຕ້ຫົວ ຂໍ້: “ຂ້າມພູເຂົາ ແລະ ທະເລ ເພື່ອພົບກັນໃນດິນແດນແຫ່ງຄວາມສຸກ” ໂດຍມີຜູ້ຕາງ ໜ້າຈາກສະຖານທູດອາຊຽນ ປະຈຳ ສປ ຈີນ, ຜູ້ຕາງໜ້າສື່ມວນຊົນຈີນ ແລະ ຕ່າງປະເທດ, ລວມເຖີງຜູ້ມີອິດທິພົນທາງອິນເຕີເນັດຈາກຈີນ ແລະ ປະເທດໃນອາຊຽນເຂົ້າຮ່ວມ. ໃນນີ້ ສໍາລັບ ສປປ ລາວ ແມ່ນ ທ່ານ ສິງຫາລາດ ບຸບຜາ, ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ, ນັກຮ້ອງ ແລະ ນັກສະແດງ ທີ່ມີຊື່ສຽງຂອງລາວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ບັນດາຜູ້ຕາງໜ້າຈາກສະຖານທູດອາຊຽນ ປະຈໍາ ສປ ຈີນ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມືລະຫວ່າງຈີນ-ອາຊຽນ ໃນໄລຍະຜ່ານມາ, ໂດຍສະເພາະນັບແຕ່ມີຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ (BRI)” ໃນໄລຍະ 10 ປີ ຜ່ານມາ ເຊີ່ງໄດ້ນໍາເອົາຜົນປະໂຫຍດຢ່າງຫລວງຫລາຍມາໃຫ້ແກ່ປະເທດສະມາຊິກ BRI ກໍຄື ປະເທດສະມາຊິກອາຊຽນ, ລວມທັງ ສປປ ລາວ, ໃນນີ້ ທີ່ພົ້ນເດັ່ນແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ, ນອກຈາກໄດ້ນໍາເອົາຜົນປະໂຫຍດຕົວຈີນມາໃຫ້ແກ່ສອງປະເທດລາວ ແລະ ຈີນ, ຫລາຍປະເທດອາຊຽນກໍໄດ້ຮັບຜົນປະໂຫຍດຢ່າງເຊັ່ນດຽວກັນ, ພ້ອມນີ້ ຍັງແລກ ປ່ຽນຄວາມຄິດຄວາມເຫັນເຊີ່ງກັນ ແລະ ກັນ ຫລາຍຢ່າງເພື່ອແນໃສ່ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຈີນ-ອາຊຽນ ນັບມື້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.
ໃນກອງປະຊຸມ, ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ, ນັກຮ້ອງ ແລະ ນັກສະ ແດງທີ່ມີຊື່ສຽງຂອງລາວ ໄດ້ຮ່ວມກັບບັນດາຜູ້ມີຊື່ສຽງທາງອິນເຕີເນັດຈາກຈີນ ແລະ ປະເທດໃນອາຊຽນ ມີຄໍາເຫັນເພື່ອແບ່ງປັນບົດຮຽນ ແລະ ປະສົບການກ່ຽວກັບການນໍາໃຊ້ອິນເຕີເນັດ ແລະ ເຕັກໂນໂລຊີການສື່ສານໃໝ່ໃນພາລະກິດຂອງຕົນ, ລວມເຖີງນໍາໃຊ້ເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການແລກປ່ຽນວັດທະນະທໍາອັນດີງາມລະຫວ່າງປະເທດຂອງຕົນກັບອາຊຽນ ກໍຄື ອາຊຽນກັບຈີນ. ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ, ສະແດງຄວາມເຊື່ອໝັ້ນວ່າ: ດົນ ຕຣີ ແລະ ສື່ຕ່າງໆ ເປັນເຄື່ອງມືທີ່ສໍາຄັນທີ່ຊ່ວຍເຮັດໃຫ້ຄົນທັງຫຼາຍຈາກຕ່າງປະເທດ ແລະ ຈີນ ສາມາດຍັບເຂົ້າໃກ້ ຊິດກັນ, ເຖິງວ່າມີພາສາປາກເວົ້າ, ມີຮີດຄອງປະເພນີ ແລະ ວັດທະນະທໍາທີ່ແຕກຕ່າງກັນ ກໍຕາມ.
ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ຢ້ຽມຊົມຫລາຍສະຖານທີ່ສໍາຄັນຂອງແຂວງຟູຈ້ຽນ ເພື່ອຮັບຮູ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງ ຄົມ ແລະ ຮຽນຮູ້ກ່ຽວກັບວັດທະນະທໍາອັນດີງາມຂອງແຂວງດັ່ງກ່າວຕື່ມອີກ.
ສໍາລັບ ທ່ານ ນາງ ອາເລັກຊັນດຣ້າ ບຸນຊ່ວຍ. ນີ້ແມ່ນເປັນຄັ້ງທີ 2 ທີ່ຖືກຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ, ເຊີ່ງກອງປະຊຸມດັ່ງກ່າວ ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ສະຖານທີ່ດຽວກັນນີ້ໃນລະຫວ່າງວັນທີ 11-13 ມັງກອນ 2022 ພາຍໃຕ້ຫົວຂໍ້: “ເດີນທາງຈາກແຜ່ນດິນທີ່ມີຄວາມຜາສຸກເມື່ອລົມພັດມາໃນທາງບວກ” ແຕ່ເປັນການເຂົ້າຮ່ວມໂດຍຜ່ານທາງລະບົບອອນລາຍ.
ສໍາລັບກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທີ 2 ແມ່ນການເປັນເຈົ້າພາບຮ່ວມກັນລະຫວ່າງສະມາຄົມການທູດປະຊາຊົນຈີນ, ສູນອາຊຽນ-ຈີນ, Global Times Online, ກົມການຄ້າແຂວງຟູຈ້ຽນ, ຫ້ອງ ການການຕ່າງປະ ເທດ ແຂວງຟູຈ້ຽນ, ນະຄອນຟູໂຈ່ວ ແລະ ການສະໜັບສະໜູນຈາກແຂວງຟູໂຈ່ວ, ຫ້ອງການການຄ້າເທດສະບານ, ຫ້ອງການການຕ່າງປະເທດຂອງເທດສະບານ Fuzhou, ແລະບໍລິສັດ Fuzhou Gucuo Group Co., Ltd.
Cr: BT
Loading...