ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທີ 2 ຈະຈັດຂຶ້ນທີ່ນະຄອນຟູໂຈ່ວ, ແຂວງຟູຈ້ຽນ, ສປ ຈີນ ໃນລະຫວ່າງວັນທີ 18-21 ພຶດສະພາ 2023 ນີ້ ພາຍ ໃຕ້ຫົວຂໍ້: “ຂ້າມພູເຂົາ ແລະ ທະເລ ເພື່ອພົບກັນໃນດິນແດນແຫ່ງຄວາມສຸກ”.
ສໍາລັບມື້ໄຂກອງປະຊຸມຈະໄຂຂຶ້ນໃນຕອນເຊົ້າວັນທີ 19 ພຶດສະພານີ້ ເພື່ອທົບທວນຄືນຜົນສຳເລັດຂອງການຮ່ວມມືຈີນ-ອາຊຽນ ນັບແຕ່ມີຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນ ທາງ” (BRI) ທີ່ໄດ້ສະເໜີຂຶ້ນເມື່ອ 10 ປີກ່ອນ, ພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຈີນ-ອາຊຽນໃນຕໍ່ໜ້າ.
ນອກຈາກນີ້ ຍັງຈະປຶກສາຫາລືກ່ຽວກັບວິທີນໍາໃຊ້ອິນເຕີເນັດ ແລະ ເຕັກໂນໂລຊີການສື່ສານໃໝ່ ເພື່ອຄວາມສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ ຈີນ-ອາຊຽນ.
“ການຢ້ຽມຢາມແຂວງຟູຈ້ຽນ” ຈະສະແດງໃຫ້ເຫັນເຖິງການພັດທະນາດ້ານເສດຖະກິດຕົວເມືອງຂອງ Fuzhou ຢ່າງກວ້າງຂວາງ. ເຊີ່ງຜູ້ເຂົ້າຮ່ວມຈະໄດ້ທ່ຽວຊົມສະຖານທີ່ສຳຄັນພາຍໃນຕົວເມືອງຟູໂຈ່ວ ຄື: ເມືອງໃໝ່ບິ່ງໄຫ (Binhai New) ແລະ ສາມເລນແລະເຈັດທາງຮ່ອມ (Three Lanes and Seven Alleys) ເຊີ່ງເປັນກິດຈະກຳເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະ ທຳ ແລະ ການທ່ອງທ່ຽວຈີນ-ອາຊຽນ.
ຄະນະຮັບຜິດຊອບການຈັດງານຄັ້ງນີ້ ເຊື່ອໝັ້ນວ່າ: ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດຈີນ-ອາຊຽນ ຄັ້ງທີ 2 ຈະຊຸກຍູ້ການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະ ທຳ ລະຫວ່າງຈີນກັບອາຊຽນ ແລະນຳໄປສູ່ການຮ່ວມມືຂຶ້ນສູ່ລະດັບໃໝ່.
ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທີ 2 ຈະຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມກັນໂດຍສະມາຄົມການທູດປະຊາຊົນຈີນ, ສູນອາຊຽນ-ຈີນ, Global Times Online, ກົມການຄ້າແຂວງຟູຈ້ຽນ, ຫ້ອງ ການການຕ່າງປະເທດ ແຂວງຟູຈ້ຽນ, ນະຄອນຟູໂຈ່ວ ແລະ ການສະໜັບສະໜູນຈາກແຂວງຟູໂຈ່ວ, ຫ້ອງການການຄ້າເທດສະບານ, ຫ້ອງການການຕ່າງປະເທດຂອງເທດ ສະບານ Fuzhou, ແລະບໍລິສັດ Fuzhou Gucuo Group Co., Ltd. ໂດຍຈະມີບັນດາທູດອາຊຽນປະຈຳຈີນ, ຜູ້ຕາງ ໜ້າສື່ມວນຊົນຈີນ ແລະ ຕ່າງປະເທດ, ຜູ້ມີອິດທິພົນທາງອິນເຕີເນັດຈາກຈີນ ແລະ ບັນດາປະເທດໃນອາຊຽນ ຈະຖືກເຊີນເຂົ້າຮ່ວມໃນ “ການຢ້ຽມຢາມແຂວງຟູຈ້ຽນ” ແລະເຂົ້າຮ່ວມເວທີປາໄສຂອງກອງປະຊຸມຜູ້ມີອິດທິພົນຈີນ-ອາຊຽນ.
Loading...