ໃນຕອນບ່າຍວັນທີ 15 ຕຸລາ 2021, ສະ ຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດ ແຫ່ງ ສ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະທາງໄກກັບ ສະຫາຍ ຫວໍວັນເຖືອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມ ມູນິດຫວຽດນາມ, ເຊິ່ງເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີ ບັນດາສະຫາຍ ຄະນະນໍາຂອງບັນດາສຳນັກງານອ້ອມຂ້າງສູນ ກາງພັກ, ສະຖາບັນ, ກະຊວງ, ອົງການທີ່ກ່ຽວຂ້ອງຂອງສອງຝ່າຍ ລາວ- ຫວຽດ ນາມ ແລະ ເອກອັກຄະລັດຖະທູດຂອງສອງປະເທດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ແລກ ປ່ຽນສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ ກໍ່ຄື ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ມາດຕະການຮັບມືກັບການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຢູ່ລາວ ແລະ ຫວຽດ ນາມ ໃນປະຈຸບັນ; ຕີລາຄາສະພາບການຮ່ວມມື ລະຫວ່າງ ສອງພັກ, ສອງປະເທດ ໃນໄລຍະຜ່ານມາ, ວາງທິດທາງການຮ່ວມ ມືໃນຕໍ່ໜ້າ ທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອງມູນິດຫວຽດນາມ ເຂົ້າໃນຊີວິດສັງຄົມຕົວຈິງ ຢ່າງເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການປະຕິບັດບັນດາບົດບັນທຶກຂອງ ການນໍາຂັ້ນສູງຂອງສອງພັກ, ສອງປະເທດ ໃຫ້ມີປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນບົດຮຽນນໍາກັນ ໃນວຽກງານກໍ່ສ້າງພັກ, ວຽກງານການຕ້ານ-ສະກັດກັ້ນການສໍ້ລາດບັງຫຼວງ ແລະ ວຽກງານການຕິດຕາມ, ກວດກາ ແລະ ການລົງວິໄນພັກ.
ສອງຝ່າຍ ໄດ້ປຶກສາຫາລືເປັນເອກະພາບກັນ ເພື່ອກະກຽມບັນດາກິດຈະກໍາຕ່າງໆ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍ່ຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022, ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ, ບັນດາກິດຈະກໍາດັ່ງກ່າວ ແມ່ນຈະດໍາເນີນໄປໃນຫຼາຍຮູບ ແບບ ລວມທັງການຈັດທາງອອນລາຍ ເພື່ອສະເຫຼີມສະຫຼອງສອງວັນປະຫວັດ ສາດດັ່ງກ່າວ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນ ເພື່ອສ້າງຄວາມເຂົ້າໃຈ ໃຫ້ແກ່ຄົນຮຸ້ນໜຸ່ມຂອງສອງຊາດ ກໍ່ຄື ສາກົນ ໄດ້ຮັບຮູ້ມູນເຊື້ອສາມັກຄີພິເສດ ອັນຍິ່ງໃຫຍ່ ໜຶ່ງບໍ່ມີສອງໃນໂລກ. ສອງຝ່າຍ ຍິນດີສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນພາລະກິດປົກປົກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ກອງປະຊຸມພົບປະທາງໄກຄັ້ງນີ້ ເປັນຄັ້ງທໍາອິດພາຍຫຼັງທີ່ ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ເປັນກົນໄກໜື່ງ ເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນຂອງສອງຝ່າຍ ໃນສະພາບການໃໝ່.

