ກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງການກະສິກໍາ ແລະ ປ່າໄມ້ ຄັ້ງທີ 1 ປີ 2023 ຈັດຂຶ້ນໃນວັນທີ 15 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ ຮອງຫົວໜ້າກົມ ຫົວໜ້າ ຮອງຫົວໜ້າພະແນກ ພ້ອມດ້ວຍບັນດາຜູ້ປະກອບການທຸລະກິດໃນຂະແໜງການກະສິກໍາ ແລະ ປ່າໄມ້ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ
ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນວ່າ: ໃນໄລຍະຜ່ານມາ ປະເທດເຮົາໄດ້ຜະເຊີນກັບສິີ່ງທ້າທາຍຫຼາຍດ້ານ ທັງພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນ ການແຜ່ລະບາດຂອງພະຍາດໂຄວີດ-19, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ, ການລະບາດຂອງພະຍາດສັດ ແລະ ສັດຕູພືດ. ໃນສະພາບການດັັ່ງກ່າວ ພາຍໃຕ້ການຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ, ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິີ່ນ, ຜູ້ປະກອບການ, ກຸ່ມຊາວກະສິກອນສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຢ່າງຕັ້ງໜ້າຕາມ 4 ແຜນງານ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນກະສິກໍາ ແລະ ປ່າໄມ້ ປີ 2022 ສາມາດບັນລຸໄດ້ສະເລ່ຍ 2.7 ສ່ວນຮ້ອຍຕໍ່ປີ, ລືີ່ນແຜນການທີີ່ສະພາແຫ່ງຊາດຮັບຮອງ 0,2 ສ່ວນ ຮ້ອຍ, ກວມເອົາສະເລ່ຍ 17 ກວ່າສ່ວນຮ້ອຍຂອງ GDP. ໃນນີ້ ການຂະຫຍາຍຕົວຂອງແຕ່ລະຂະແໜງການຍ່ອຍປະກອບມີປູກຝັງ ເກືອບ 2 ສ່ວນຮ້ອຍ, ລ້ຽງສັດຫລາຍກວ່າ 3 ສ່ວຍຮ້ອຍ ປ່າໄມ້ 4 ກວ່າສ່ວນຮ້ອຍ ແລະ ການປະມົງຫລາຍກວ່າ 4 ສ່ວນຮ້ອຍ.
ສໍາລັບ 6 ເດືອນຕົົ້ນ ປີ 2023 ນີ້, ອີງຕາມການຄາດຄະເນຂອງກະຊວງແຜນການ ແລະ ການລົງທຶນ, ຂະແໜງກະສິກໍາ ແລະ ປ່າໄມ້ຂະຫຍາຍຕົວດີພໍສົມຄວນໃນລະດັບ 3 ກວ່າສ່ວນຮ້ອຍ, ກວມເອົາ 17 ກວ່າສ່ວນຮ້ອຍຂອງ GDP ທີ່ສະພາແຫ່ງຊາດຮັບຮອງ 2 ກວ່າສ່ວນຮ້ອຍ.
ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນຕື່ມວ່າ: ກອງປະຊຸມຄັ້ງນີ້ ຖືເປັນເທື່ອທໍາອິດ ແລະ ມີຄວາມສໍາຄັນຫລາຍທີີ່ມີການນໍາຂັ້ນສູງໄດ້ພົບປະກັບພາກທຸລະກິດໃນຂະແໜງກະສິກໍາ ແລະ ປ່າໄມ້, ໃນທາມກາງ ທີີ່ປະເທດເຮົາພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ລາຄານໍ້າມັນເພີີ່ມສູງຂຶ້ນ. ພ້ອມທັງເປັນການເປີດໂອກາດໃຫ້ພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການທີ່ເປັນຕົວແທນຂອງ 5 ກຸ່ມການຜະລິດກະສິກໍາເປັນສິນຄ້າໄດ້ພົບປະແລກປ່ຽນຄໍາຄິດຄໍາເຫັນ ເພືີ່ອພ້ອມກັນ ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ. ຕອນທ້າຍກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືອງທາງທີ່ສໍາຄັນໃຫ້ແກ່ບັນດາຜູ້ປະກອບການທຸລະກິດທັງພາກລັດ ແລະ ເອກະຊົນໃນຂະແໜງການກະສິກໍາ ແລະ ປ່າໄມ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບໝາກຜົນ ແລະ ທັງເປັນການຊ່ວຍຍູ້ດັນໃຫ້ແກ່ລັດຖະບານໃນການແກ້ໄຂບັນຫາທີ່ປະເທດເຮົາຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ຜ່ານພົ້ນໄປໄດ້ໂດຍໄວ.
ຂ່າວ: ບຸນຍັງ ພຸດສະຫວັດ



