ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 05 ເມສາ 2022, ທີ່ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ໃນຮູບແບບທາງໄກ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ໂທເບຍສ໌ ລິນເນີ (Tobias Lindner), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ ລັດ ສະຫະພັນ ເຢຍລະມັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃຫມ່.
ກອງປະຊຸມພົບປະໃນຮູບແບບທາງໄກ ເປັນບາດກ້າວອັນໃໝ່ ແລະ ນິມິດໝາຍອັນດີງາມໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງ ສອງປະເທດ ກໍຄືການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມ ກັນ ແຕ່ວັນທີ 31 ມັງກອນ 1958 (ຄົບຮອບ 64 ປີ) ເປັນຕົ້ນມາ, ພ້ອມນີ້ ສອງຝ່າຍກໍ່ເຫັນດີທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ມີມູນເຊື້ອ ໃຫ້ເຂົ້າສູ່ລ່ວງເລິກ ແລະ ພັດທະນາຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດ ລາວ-ເຢຍລະມັນ ແລະ ການຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ຢ່າງເປັນປົກກະຕິ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເປັນຕົ້ນແມ່ນ ການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງຮ່ວມກັນ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໃນເວທີ ສປຊ ແລະ ອາຊຽນ, ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ການກະກຽມເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນ ມາຍັງ ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອ ສປປ ລາວ ທາງດ້ານທຶນຮອນ ແລະ ເຕັກນິກວິຊາການເປັນຕົ້ນແມ່ນ ການພັດທະນາເສດຖະກິດແບບຍືນຍົງ ແລະ ການພັດທະນາເຂດຊົນນະບົດ ໂດຍມີການຮ່ວມມືທາງດ້ານເຕັກນິກຜ່ານ ອົງການ GIZແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານ KFWໂດຍໄດ້ຖືເອົາເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງ ການຊ່ວຍເຫຼືອ ເປັນຕົ້ນແມ່ນ ການພັດທະນາຊົນນະບົດ,ກໍ່ສ້າງໂຄງລ່າງພື້ນຖານ, ອາຊີວະສຶກສາ, ອະນຸລັກສິ່ງແວດລ້ອມ,ພັດທະນາເສດຖະກິດແບບຍືນຍົງ, ສົ່ງເສີມພາກທຸລະກິດ-ເອກະຊົນ ແລະ ອຶ່ນໆ ໃນຕໍ່ໜ້າ, ລັດຖະບານ ເຢຍລະມັນ ໄດ້ກຳນົດນະໂຍບາຍໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຂອບຫຼາຍຝ່າຍ ເຊັ່ນ: ຜ່ານສະຫະ ພາບເອີຣົບ, ອາຊຽນ, ອົງການແມ່ນ້ຳຂອງສາກົນ ແລະ ອົງການຈັດຕັ້ງສາກົນອື່ນໆ, ຊຶ່ງການສະໜັບສະໜູນຊ່ວຍເຫຼືອນີ້ ຈະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນ ໍພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນແຕ່ລະໄລຍະ.
ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ໂທເບຍສ໌ ລິນເນີ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນທີ່ ກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆ ປະກົດຜົນເປັນຈິງ. ກອງປະຊຸມ ໄດ້ດຳເນີນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ກົງໄປກົງມາ, ຊຶ່ງ ສອງຝ່າຍ ໄດ້ປຶກສາຫາລືກັນຫລາຍບັນຫາທີ່ສຳຄັນ ຢ່າງເປີດອົກເປີດໃຈກົງໄປກົງ ມາ, ມີຄວາມເຂົ້າໃຈກັນເປັນຢ່າງດີແລະ ເປັນພື້ນຖານອັນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດໃຫ້ກ້ວາງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ.
Cr: ກົມການຂ່າວດ ກະຊວງການຕ່າງປະເທດ