ກອງປະຊຸມພົບປະແລກປ່ຽນວຽກງານຄຸ້ມຄອງ, ຮັກສາຊາຍແດນ ຄັ້ງທີ XIV ລະຫວ່າງກອງບັນຊາການທະຫານແຂວງຫຼວງພະບາງ-ແຂວງຜົ້ງສາລີ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງເຊິນລາ-ແຂວງດຽນບຽນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໄດ້ຈັດຂຶ້ນໃນ ວັນທີ 24 ພະຈິກ 2022 ນີ້, ຢູ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງຫຼວງພະບາງ, ຝ່າຍລາວມີ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການ ທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມມີ ພັນເອກ ພິເສດ ກາວັນເລິບ ຫົວໜ້າການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຊີນລາ ພ້ອມດ້ວຍຄະນະເຂົ້າຮ່ວມ. ວາລະກອງປະຊຸມ ທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາຍແດນ ໃນໄລຍະຜ່ານມາໂດຍຫຍໍ້, ໂດຍລວມ ຍັງພົບເຫັນຫຼາຍບັນຫາ ເປັນຕົ້ນ ການເຄື່ອນໄຫວສາສະໜາຕ່າງຊາດ, ການຄ້າຂາຍເຖື່ອນ ແລະອື່ນໆ ເຊິ່ງທັງສອງຝ່າຍຈະຕ້ອງໄດ້ປະສານສົມທົບ ແລະພ້ອມກັນແກ້ໄຂ, ເພື່ອເຮັດໃຫ້ປະຊາຊົນສອງຊາດ ຢູ່ລຽບຕາມເສັ້ນຊາຍແດນມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໂອກາດດຽວກັນ ທັງສອງຝ່າຍໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນ ເພື່ອເອກະພາບກັນ ທັງນໍາເອົາບັນຫາຄົງຄ້າງ ໄປຮ່ວມກັນແກ້ໄຂໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບຜົນດີ, ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ-ແຂວງຜົ້ງສາລີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງເຊິນລາ-ແຂວງດຽນບຽນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທັງໄດ້ມອບຂອງທີ່ລະນຶກໃຫ້ກັນ ແລະກັນ ເພື່ອຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ-ແຂວງຜົ້ງສາລີ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງເຊິນລາ-ແຂວງດຽນບຽນ ໃຫ້ມີຄວາມແໜ້ນແຟ້ນຫຍິ່ງໆຂຶ້ນ.
ຂ່າວ-ພາບ: ບຸນເພັງ ວົງແກ້ວມະນີ.

