ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ເມສາ 2022 ນີ້ ຄະນະພັກ-ຄະນະອຳນວຍການໂຮງຮຽນຊ່າງແສງໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາຄູ-ອາຈານ ຈັດຕັ້ງນຳພານັກຮຽນຊ່າງແສງຊຸດທີ 30 ລົງຝຶກຫັດພາກປະຕິບັດຕົວຈິງ ສົກປີ 2021-2022 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ມີຄະນະພັກ-ຄະນະອຳນວຍການ,ພະນັກງານ,ຄູ-ອາຈານ ບັນດາພະແນກການຂອງກົມຊ່າງແສງເຂົ້າຮ່ວມ.
ສະຫາຍ ພັນໂທ ສີບູນ ທຳມະວົງ ຮອງອຳນວຍການ ຮັກສາການ ຫົວໜ້າການທະຫານ ໂຮງຮຽນຊ່າງແສງ ໄດ້ຂື້ນຜ່ານແຜນການ ໂດຍປະຕິບັດຕາມໂຄງການຫຼັກສູດ ການຮຽນ-ການສອນ ລະບົບ 1 ປີ ນັ້ນ,ຄະນະພັກ-ຄະນະອຳນວຍການໂຮງຮຽນຊ່າງແສງ ຈຶ່ງໄດ້ສ້າງແຜນການຈັດຕັ້ງນຳພານັກຮຽນກໍ່ສ້າງນາຍສິບຊ່າງແສງ ຊຸດທີ 30 ລົງຝຶກຫັດພາກປະຕິບັດຕົວຈິງກັບພະຫະນະຂອງເຫຼົ່າຮົບຊ່າງແສງ ມີ: 2 ໝວດ ຄື: ໝວດເຕັກນິກຂ້າມຜ່ານປະກອບມີ: ລົດກ່າຍຂົວ, ລົດເຮືອ,ລົດຂົວຟູ ແລະ ເຮືອກາໂນ, ໝວດເຕັກນິກ ກໍ່ສ້າງ ຂົວ-ທາງ ປະກອບມີ ລົດຈົກ,ລົດເກດ,ລົດດຸດ ແລະ ລົດໂລ ໃຊ້ເວລາໃນການລົງຝຶກຫັດ 20 ວັນ ເລີ່ມແຕ່ 26 ເມສາ – 18 ພຶດສະພາ 2022ໃຫ້ສຳເລັດຕາມແຜນການ.
ທັງນີ້ກໍ່ເພຶ່ອຈັດຕັ້ງປະຕິບັດແຜນການຮຽນ-ການສອນໃຫ້ມີຜົນສຳເລັດສູງ ຮັບປະກັນໄດ້ທາງປະລິມານ ແລະ ຄຸນນະພາບນັກຮຽນແຕ່ລະສະຫາຍຕ້ອງໄດ້ຮູ້ໝູນໃຊ້ທິດສະດີຫຼັກການທີ່ໄດ້ຮຽນມາເຂົ້າກັບພາກປະຕິບັດຕົວຈິງກັບພາຫະນະເຫຼົ່າຮົບຊ່າງແສງ, ເພື່ອໃຫ້ເຂົ້າເຈົ້າມີຄວາມສຳນິ,ສຳນານເພື່ອເປັນພື້ນຖານກ່ອນກັບຄືນໄປປະຕິບັດໜ້າທີ່ຢູ່ກົມກອງຂອງຕົນໃຫ້ໄດ້ຮັບຜົນສູງເພື່ອເປັນການຕິລາຄາຄຸນນະພາບການຖ່າຍທອດບົດຮຽນ ຄວາມຮູ້,ຄວາມສາມາດຂອງຄູ-ອາຈານເປັນບ່ອນອິ່ງໃນການປັບປຸງວິທີການສົ່ງຄວາມຮູ້ຕໍ່ນັກຮຽນໃນສົກຮຽນຕໍ່ໄປໃຫ້ມີຄຸນນະພາບສູງຂື້ນເທື່ອລະກ້າວ.
ພາບ-ຂ່າວ: ນັກຮົບຊ່າງແສງ