ກອງປະຊຸມລະດັບວິຊາການໃນຂອບຮ່ວມມືດ້ານການທ່ອງທ່ຽວປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 50 (Greater Mekong Sub-Region Tourism Working Group) ແລະ ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ (Mekong Tourism Forum 2022) ໃນລະຫວ່າງວັນທີ 09-14 ຕຸລາ 2022, ກວາງນາມ ສສ ຫວຽດນາມ.
ກອງປະຊຸມລະດັບວິຊາການໃນຂອບຮ່ວມມືດ້ານການທ່ອງທ່ຽວປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 50 Greater Mekong Sub-Region Tourism Working Group ໄດ້ຈັດຂື້ນໃນວັນທີ 10-11 ຕຸລາ 2022 ທີ່ ແຂວງກວາງນາມ, ສສ ຫວຽດນາມ; ພາຍໃຕ້ການເປັນປະທານ ຂອງທ່ານ ເກືອງ ຫົວໜ້າກົມຮ່ວມມືສາກົນ, ທະບວງທ່ອງທ່ຽວ ສສ ຫວຽດນາມ ແລະ ປະທານ ຮ່ວມໂດຍທ່ານ ສະຕີເວັນ ຊີປານີ ຜູ້ຮັບຜິດຊອບວຽກງານການທ່ອງທ່ຽວ, ທະນາຄານພັດທະນາອາຊີປະຈໍາ ສປປ ລາວ ແລະ ທ່ານ ນາງ ສຸວິມົນ ທະນະກຣິດ ຫົວໜ້າຫ້ອງການປະສານງານດ້ານການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປະຈຳ ບາງກອກ ປະເທດໄທ Mekong Tourism Coordinating Office (MTCO) ມີຜູ້ແທນເຂົ້າຮ່ວມຈາກ ປະເທດກໍາປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຜູ້ຕ່າງໜ້າຈາກທະນາ ຄານພັດທະນາອາຊີີ ADB, ສູນອາຊຽນ- ຢີ່ປຸ່ນ ແລະ ສະມາຄົມການທ່ອງທ່ຽວອາຊີ-ປາຊີຝິກ (PATA).
ກອງປະຊຸມໄດ້ຕີລາຄາສູງຜົນສຳເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມືດ້ານການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ 2016 -2025, ແຜນການຟື້ນຟູການທ່ອງທ່ຽວພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ນະໂຍບາຍການປະເທດຕ້ອນຮັບນັກທ່ອງທ່ຽວຄືນໃໝ່, ການຈັດກິດຈະກຳການທ່ອງທ່ຽວຮ່ວມກັນ. ໃນໄລຍະ 8 ເດືອນຂອງປີ 2022 ມີນັກທ່ອງທ່ຽວສາກົນມາທ່ຽວໃນປະເທດອະນຸພາກພື້ນແມ່ນໍ້າຂອງ ແມ່ນ 6,131,437 ເທື່ອຄົນ. ເພື່ອເປັນການຮອງຮັບນັກທ່ອງທ່ຽວສາກົນຈະເພີ່ມຂື້ນໃນຕໍ່ໜ້າ; ກອງປະຊຸມຄັ້ງນີ້ຍັງໄດ້ສຸ່ມໃສ່ແຜນປະຕິິບັດງານຄື: ເພີ່ມທະວີການຮ່ວມມືພາຍໃນ, ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວ 2016- 2025, ສ້າງຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫລາກຫລາຍ, ປັບປຸງພື້ນ ຖານໂຄງລາງດ້ານການທ່ອງທ່ຽວ ແລະ ຄຸນນະພາບການບໍລິການ, ປັບປຸງເວັບໄຊການທອ່ງທ່ຽວຄືນໃໝ່ແນໃສ່ເຮັດໃຫ້ການໂຄສະນາຜະລິດຕະພັນການທ່ອງ ທ່ຽວໃຫ້ເຂົ້າເຖິງນັກທ່ອງທ່ຽວ ແລະ ສາມາດແຂ່ງຂັນກັບຕະຫຼາດໃນພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ ຍັງຈະສຸມໃສ່ໃນບັນດາແຜນປະຕິບັດງານການທ່ອງທ່ຽວທີ່ມີສ່ວນຮ່ວມຂອງພາກລັດ, ຜູ້ປະກອບການທຸລະກິດ ແລະ ຊຸມຊົນ ເພື່ອຮັບປະກັນວຽກງານການທອ່ງທ່ຽວຮັບປະກັນທາງດ້ານສຸຂະພາບ, ຄວາມປອດໄຟ ແລະ ມີຄວາມຍືນຍົງ. ກອງປະຊຸມຍັງໄດ້ສະເໜີໃຫ້ປະເທດສະມາ ຊິກສືບຕໍ່ເພີ່ມທະວີການຮ່ວມມືແລກ ປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ, ສົ່ງເສີມກິດຈະກຳການທ່ອງທ່ຽວທີມີລັກສະນະເຊືອມຈອດ, ສ້າງລາຍການທອ່ງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ໃນຕົ້ນປີ 2022 ລັດຖະບານ ລາວ ໄດ້ມີນະໂຍບາຍ ເປີດການທ່ອງທ່ຽວ ໃນຮູບແບບເຂດການທ່ອງທ່ຽວສີຂຽວເຊິ່ງໄດ້ດຳເນີນຮັບນັກທ່ອງທ່ຽວໂດຍໃຫ້ມີການບໍລິການຂອງບໍລິສັດທ່ອງທ່ຽວລາວເຮົາ ແລະ ໃນເດືອນ ພຶດສະພາ 2022 ລັດຖະບານໄດ້ປະກາດເປີດປະເທດເຕັມຮູບແບບຢ່າງເປັນທາງການ. ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ ປີ 2022 ນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ມີຈຳນວນ 644.756 ເທື່ອຄົນ.
ໃນວັນທີ 12-13 ຕຸລາ 2022 ຄະນະຜູ້ແທນຝ່າຍລາວຍັງໄດ້ເຂົ້າຮ່ວມກອງປະຊຸມເວທີສົນທະນາດ້ານການທ່ອງ ທ່ຽວໃນຫົວຂໍ້ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກັບສູ່ສະພາບປົກກະຕິ. ເວທີດັ່ງກ່າວມີຜູ້ແທນມາຈາກຂະແໜງການທ່ອງທ່ຽວພາກລັດ, ພາກທຸລະກິດ, ຜູ້ຊ່ຽວຊານການທ່ອງທ່ຽວ, ອົງການຈັດຕັ້ສາກົນ ແລະ ສື່ມວນຊົນສາກົນເຂົ້າຮ່ວມຫຼາຍກ່ວາ 200 ຄົນ ແລະ ມີຮ້ານວາງສະແດງການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າ ຈຳນວນ 16 ຮ້ານ.
ການເຂົ້າຮ່ວມຄັ້ງນີ້ຄະນະຜູ້ແທນວິ ຊາການລາວປະກອບມີ ທ່ານ ຄົມ ດວງຈັນທາ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ນາງ ພອນມະລີ ອິນທະພົມ, ຫົວ ໜ້າກົມພັດທະນາການທ່ອງທ່ຽວ, ທ່ານ ສູນ ມະນີວົງ, ຫົວໜ້າໂຄງການພັດທະນາພື້ນຖານໂຄງລາງ ເພື່ອສົ່ງເສີມການທ່ອງ ທ່ຽວໄລຍະ 2, ຜູ້ຕ່າງໜ້າຈາກສະຖານ ທູດລາວ ປະຈຳ ສສ ຫວຽດນາມ, ຜູ້ປະກອບການທຸລະກິດການທ່ອງທ່ຽວລາວ,ໂຮງແຮມ, ໂຄງການ Sus Tour ຂອງສະພາອຸດສະຫະກຳ ແລະ ການຄ້າລາວ, ແລະ ສື່ມວນຊົນລາວເຂົ້າຮ່ວມ. ເວທີດັ່ງກ່າວ ເປັນເຫດການໜຶ່ງທີສຳຄັນພາຍຫຼັງທີປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງໄດ້ເປີດປະເທດຕ້ອນຮັບນັກທ່ອງທ່ຽວ ແລະ ເປັນໂອກາດທີດີສຳລັບ ສປປ ລາວ ໄດ້ນຳສະເໜີນະໂຍ ບາຍຂອງລັດຖະບານສົ່ງເສີມການທ່ອງທ່ຽວລາວ, ແຜນການຟື້ນຟູການທ່ອງທ່ຽວ 2021-2025, ນະໂຍບາຍການເປີດປະເທດແບບເຕັມຮູບແບບ, ນຳສະເໜີ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວໃນເວທີງານວາງສະແດງ, ທັງເປັນສ້າງໂອກາດໃຫ້ບັນດາທຸລະກິດການທ່ອງທ່ຽວລາວໄດ້ພົບປະແລກປ່ຽນ, ຊື້-ຂາຍລາຍການນຳທ່ຽວກັບບັນດາບໍລິສັດທ່ອງທ່ຽວສາກົນ ແລະ ທັງໄດ້ເຊີນຊວນນັກທ່ອງທ່ຽວສາກົນໄປທ່ຽວ ສປປ ລາວ.

