
ວັນທີ 17 ມັງກອນ 2022, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານລະບົບອອນລາຍ, ຈັດຂື້ນຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະ ຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຄະນະປັບປຸງກົດໝາຍຂັ້ນສູນກາງ, ເຊີ່ງແຂວງລວງນໍ້າທາເຂົ້າຮ່ວມຜ່ານລະບົບອອນລາຍທາງໄກ ໂດຍທ່ານ ປອ ແກ້ວ ຈັນທະວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງນໍ້າທາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານປະທານກອງປະຊຸມໄດ້ໃຫ້ຮູ້ວ່າ ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ໄດ້ຮັບການສ້າງຂຶ້ນເພື່ອເພື່ອກຳນົດຫຼັກການ, ລະບຽບການ, ລວມເຖິງການຈັດຕັ້ງ ແລະ ການເຄື່ອນໄຫວ ໃນວຽກງານສົ່ງເສີມ SME ແນໃສ່ຍົກລະດັບການສົ່ງເສີມ SME ຢູ່ປະເທດເຮົາໃຫ້ມີລັກສະນະຈຸດສຸມ, ເປັນລະບົບ ເພື່ອເຮັດໃຫ້ SME ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນເຂົ້າໃນການພັດທະນເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ.ໄດ້ຮັບການສ້າງຂຶ້ນເພື່ອແນໃສ່ຍົກລະດັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຢູ່ປະເທດເຮົາໃຫ້ມີລັກສະນະຈຸດສຸມ, ເປັນລະບົບ ເພື່ອເຮັດໃຫ້ SME ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ. ເຊີ່ງກອງປະຊຸມຈະໄດ້ຮັບຟັງບັນດາຄໍາຄິດເຫັນຈາກຂະ ແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ໃນຂອບເຂດທົ່ວປະເທດ ຕໍ່ກັບບັນດາເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງ ແນ່ໃສ່ເພື່ອນຳເອົາໄປປັບປຸງເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວໃຫ້ມີຄວາມຄົບຖ້ວນ, ສົມບູນ, ຮັບ ປະກັນໄດ້ຕໍ່ກັບການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນສະພາບການພັດທະນາເສດ ຖະກິດ – ສັງຄົມໃນປັດຈຸບັນ ແລະ ຕໍ່ໜ້າໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ,ນຳສະເໜີເນື້ອໃນກົດໝາຍໃຫ້ແກ່ລັດຖະບານເພື່ອພິຈາລະນາ, ການປັບປຸງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບການສະໜັບສະໜູນໂດຍທະ ນາຄານໂລກ ຜ່ານໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19.

ຂ່າວ: ມຸນຕີ