ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມັງກອນ 2022 ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າຂອງວັນທີ 20 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດດໍາເນີນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນກ່າວເປີດວ່າ: ການດຳເນີນກອງປະຊຸມລັດ ຖະບານສະໄໝສາມັນປະຈໍາເດືອນມັງກອນ ໃນຄັ້ງນີ້ ແມ່ນປະຕິບັດຕາມລະບຽບການ ແລະ ກົນໄກການເຮັດວຽກ ກໍ່ຄື ແຜນດຳເນີນງານຂອງລັດ ຖະບານ ແລະ ຖືເປັນກອງປະຊຸມຄັ້ງທໍາອິດ ໃນປີ 2022 ເຊິ່ງກົງກັບວັນທີ່ທົ່ວພັກ, ທົ່ວລັດລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ ຢ່າງເປັນຂະບວນຟົດຟຶ້ນ ພາຍ ໃຕ້ເງື່ອນໄຂໂຄວິດ. ສຳລັບເດືອນມັງກອນນີ້ ມີຫຼາຍເຫດການພົ້ນເດັ່ນ ເປັນຕົ້ນ ຄະນະລັດຖະບານ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມ ຢາມຢ່າງເປັນທາງການ ຢູ່ສາ ທາລະນະລັດສັງຄົມນິຍົມຫວຽດ ນາມ ດ້ວຍຜົນສໍາເລັດອັນຈົບງາມ, ພ້ອມນີ້ ປີ 2022 ເປັນປີໜຶ່ງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ສໍາລັບລັດ ຖະບານ ຊຸດທີ IX ທີ່ກໍາລັງກ້າວເຂົ້າສູ່ປີທີ 2 ຂອງການບໍລິຫານປະເທດ ລວມທັງ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະ ກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີສອງຂອງການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກຳນົດໄວ້ ໃຫ້ເປັນຮູບປະທໍາ ແລະ ປະສົບຜົນສໍາເລັດ.
ກອງປະຊຸມ ຈະໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ 08 ວາລະທີ່ສຳຄັນ ຄື:
1. ບົດລາຍງານສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ລາຍງານຂໍ້ຫຍຸ້ງ ຍາກກ່ຽວກັບການດຳເນີນທຸລະ ກິດຢູ່ປະເທດເຮົາ;
2. ບົດລາຍງານການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມທົ່ວປະເທດ ເພື່ອສ້າງຂະບວນ ການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ ສາມສ້າງ, ຄົ້ນຄວ້າມາດຖານ, ເງື່ອນໄຂການຍ້ອງຍໍຄືນໃໝ່;
3. ບົດລາຍງານຜົນສໍາເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກຳ ມະການຮ່ວມມືທະວີພາຄີ ລະ ຫວ່າງ ລັດຖະ ບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດ ນາມ ປະຈໍາປີ 2022 ແລະ ສະ ເໜີທິດຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ;
4. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ;
5. ຮ່າງດຳລັດ ວ່າດ້ວຍ ເຂດສະຫງວນທາງຫຼວງ;
6. ຮ່າງວິໃສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລ ຍະ 9 ປີ (2022-2030) ແລະ ແຜນພັດທະນາໄລຍະ 4 ປີ (2022-2025);
7. ຮ່າງດຳລັດ ວ່າດ້ວຍການຂ້າສັດ, ທໍາລາຍຊາກສັດ ແລະ ຊົດເຊີຍ;
8. ຮ່າງນະໂນບາຍການສົ່ງເສີມ ການລ້ຽງສັດຕ່າງໆ ລວມທັງສັດນໍ້າ.
ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ບັນລຸໄດ້ຕາມຄາດໝາຍ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນ ໜັກ ແລະ ຮຽກຮ້ອງໃຫ້ສະມາ ຊິກລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ຮັກສາເວລາ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ສະເໜີທາງອອກວິທີແກ້ໄຂທີ່ຈະແຈ້ງ ແລະ ສາ ມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ພິເສດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີນີ້, ກອງປະຊຸມ ໄດ້ຈັດພິທີອວຍ ພອນ ແລະ ມອບກະຕ່າດອກໄມ້ ໃຫ້ກະຊວງປ້ອງກັນປະເທດ, ເວົ້າລວມ ເວົ້າສະເພາະ ແມ່ນກອງທັບປະຊາຊົນລາວ ໃຫ້ກຽດມອບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ແລະ ຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ.
ກອງປະຊຸມໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 02 ວັນ, ແຕ່ວັນທີ 20-21 ມັງກອນ 2022.
ພາບ ແລະ ຂ່າວ: ກົມປະຊາສຳພັນ, ຫສນຍ


