ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງທາງການ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງ​ພ້ອມພຽງ.

ໃນເດືອນກຸມພາ 2022 ນີ້ ມີຫຼາຍເຫດການສໍາຄັນທີ່ພົ້ນເດັ່ນຢູ່ປະເທດເຮົາ, ໃນນັ້ນ ລັດຖະບານ ໄດ້ແຕ່ງຕັ້ງ, ຍົກຍ້າຍ ແລະ ສັບປ່ຽນ ຄວາມຮັບຜິດຊອບຂອງສະມາຊິກລັດຖະບານ ແລະ ພະນັກງານຂອງບັນດາກະຊວງຈຳນວນໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສຳລັບການພັດທະນາເສດຖະກິດ-ສັງຄົມ ພາຍ​ໃນປະເທດ ເຖິງວ່າພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ ໂດຍລວມເຫັນວ່າ ພາຍຫຼັງທີ່ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ບັນຍາກາດການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງທີ່ດີຂຶ້ນຢ່າງຕັ້ງໜ້າ; ການແກ້ໄຂບັນຫາທີ່ປິ່ນອ້ອມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ການແກ້ໄຂບັນຫາຂັ້ນຂອດ ທີ່ເປັນອຸປະສັກຕໍ່ການລົງທຶນ ລວມທັງ ການກຳນົດມາດຕະການໃນການປ້ອງກັນ,   ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຈຶ່ງເປັນວຽກບູລິມະສິດ ທີ່ລັດຖະບານ ຈະໄດ້ສືບຕໍ່ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນ ໃນຕໍ່ໜ້ານີ້.

​ກອງ​ປະຊຸມ​ຄັ້ງ​ນີ້, ສະມາ​ຊິກ​ລັດຖະບານ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ​ເພື່ອພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ​ເປັນ​ຕົ້ນ:

  1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ;
  2. ລາຍງານກ່ຽວກັບການຄົ້ນຄ້ວາສ້າງແຜນການລົງທຶນຂອງລັດ ປະຈຳປີ
  3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).
  4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ.
  5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ).
  6. ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໃສທັດຮອດປີ 2035 (ສະບັບປັບປຸງ).
  7. ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໃສທັດຮອດປີ 2030.
  8. ການສ້າງລະບົບຄຸ້ມຄອງ ຕົວຕົນທາງດີຈີຕອນ (DIGITAL ID).
  9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ,  ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາ ຕາມທີ່ໄດ້ກຳນົດໄວ້, ປະກອບຄໍາເຫັນ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ກອງປະຊຸມລັດຖະບານ ສະ​ໄໝ​ສາມັນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ ນັບ​ແຕ່ວັນທີ 21-22 ກຸມພາ 2022.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

Loading...