ກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 2 ປີ 2019 ໄຂຂື້ນຢ່າງເປັນທາງການໃນວັນທີ19 ທັນວາ 2019, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ
ໂດຍທ່ານຊີ້ໃຫ້ເຫັນວ່າ: ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ ດໍາເນີນໃນຊ່ວງເວລາທີ່ສະພາບການຂອງພາກພື້ນ ແລະ ສາກົນ ສືບຕໍ່ມີຄວາມສັບສົນ ແລະ ມີຜົນກະທົບຕໍ່ປະເທດເຮົາ. ສໍາລັບຢູ່ປະເທດເຮົາເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈະມີຄວາມຄືບໜ້າ ແລະ ສາມາດບັນລຸໄດ້ຫລາຍຄາດໝາຍ, ແຕ່ພວກເຮົາກໍ່ຍັງມີຄວາມສ່ຽງທີ່ອາດຈະບໍ່ບັນລຸບາງຄາດຂອງເສດຖະກິດມະຫາພາກໃນປີ 2019. ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ກໍ່ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໃນໄລຍະ 6 ເດືອນ ທ້າຍປີ ແລະ ໄດ້ກໍານົດທິດທາງຈຸດສຸມໃນປີ 2020, ພວກເຮົາຕ້ອງພ້ອມກັນຜັນຂະຫຍາຍມະຕິກອງປະຊຸມສູນກາງ ແລະ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເພື່ອຮັບປະກັນໃຫ້ລັດຖະບານສາມາດບັນລຸຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 2019.
ກອງປະຊຸມໃນມື້ນີ້ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ສໍາຄັນຄື: ເຜີຍແຜ່ການ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2020; ການສົ່ງເສີມການຜະລິດເປັນສິນຄ້າ, ການ ຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ; ລາຍງານສະພາບການແກ້ໄຂໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະ ເທດ ປີ 2019 ແລະ ມາດຕະການຮັບມືໃນຕໍ່ໜ້າ; ສະຫຼຸບລາຍງານຜົນການກວດກາບັນດາໂຄງການເຊົ່າສຳປະທານທີ່ດິນ; ລາຍງານຄວາມຄືບໜ້າການສົ່ງເສີມຈຸນລະວິສາຫະກິ, ວິສາຫະກິດຂະໜາດນ້ອຍແລະຂະໜາດກາງ, ຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການປັບປຸງການບໍລິການລົງທຶນປະຕູດຽວ; ໂອກາດນີ້ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງລົງເລິກບັນຫາສໍາຄັນເພື່ອໃຫ້ກອງປະຊຸມຄົ້ນຄວ້າ ແລະ ພິຈາລະນາ ເພື່ອເຮັດໃຫ້ກອງປະຊຸມດໍາເນີນໄປຢ່າງມີປະສິດທິຜົນສູງ.
ຂ່າວ,ພາບ: ຈັນທະສອນ ສີຫານາດ