ກອງປະຊຸມລັດຖະມົນຕີຂອງກຸ່ມເພື່ອນມິດເພື່ອການປົກປ້ອງກົດບັດ ສປຊ ໄດ້ຈັດຂື້ນເປັນຄັ້ງທຳອິດ ໃນຕອນເຊົ້າຂອງວັນທີ 23 ກັນຍາ 2021 ທີ່ ນະຄອນ ນີວຢອກ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ Felix Plasencia ລັດຖະ ມົນຕີການຕ່າງປະເທດ ເວເນຊູເອລາ ແລະ ມີບັນດາລັດຖະມົນຕີ, ຮອງລັດ ຖະມົນຕີການຕ່າງປະເທດ ແລະ ຜູ້ຕາງໜ້າຖາວອນຂອງ 18 ປະເທດກໍ່ຕັ້ງກຸ່ມເພື່ອນມິດ ເຂົ້າຮ່ວມ. ຕາງຫນ້າໃຫ້ ສປປ ລາວ ແມ່ນທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ປະຈໍາອົງການ ສປຊ ນໍາພາຄະນະເຂົ້າຮ່ວມຕາງຫນ້າໃຫ້ ທ່ານລັດ ຖະມົນຕີການຕ່າງປະເທດ ທີ່ບໍ່ສາມາດເດີນທາງໄປຮ່ວມໄດ້.


ກອງປະຊຸມ ໄດ້ດຳເນີນໄປໃນຮູບແບບກະທັດຮັດ ແລະ ລັກສະນະເປັນສັນຍາ ລັກ ໂດຍມີການກ່າວສະແດງເຈດຕະ ນາລົມຮ່ວມກັນຂອງຫົວຫນ້າຄະນະຜູ້ແທນ ກ່ຽວກັບ ຄວາມຈໍາເປັນຕ້ອງໄດ້ຢຶດຫມັ້ນຕໍ່ຫລັກການສາກົນອັນເປັນພື້ນຖານ ທີ່ກໍານົດຢູ່ໃນກົດບັດ ສປຊ, ຢຳ້ຄືນເຖິງຄວາມສຳຄັນໃນການສົ່ງເສີມລະບົບຫລາຍຝ່າຍ, ການປົກປ້ອງບັນດາຈຸດປະສົງຮ່ວມກັນຂອງບັນດາປະຊາຊາດໃນໂລກ ເພື່ອປົກປັກຮັກສາສັນຕິພາບ, ເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດສະມາຊິກ ສປຊ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ ລວມທັງ ການເພີ້ມທະວີຄວາມເຊື້ອໝັ້ນ ຕໍ່ບົດບາດຫນ້າທີ່ຂອງ ອົງການ ສປຊ ໃນການແກ້ໄຂບັນຫາສິ່ງທ້າທາຍຂອງສາກົນ ໂດຍຜ່ານການປຶກສາລືທາງການທູດ ແລະ ບົນພື້ນຖານຮັກສາຄວາມສາມັກຄີກົມກຽວກັນ ເພື່ອສືບຕໍ່ສ້າງສະພາບແວດລ້ອມສາກົນ ພາຍໃຕ້ ສັນຕິພາບ ແລະ ຄວາມໝັ້ນຄົງ ໃນທ່າມກາງສະພາບການຂອງໂລກ ທີ່ມີການຜັນແປຢ່າງໄວວາ ແລະ ມີສິ່ງທ້າທາຍໃຫມ່ເກີດຂຶ້ນ. ນອກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການສືບຕໍ່ພົບປະກັນໃນຮູບແບບຕ່າງໆ ລວມທັງ ໃນໂອກາດກອງປະຊຸມສາກົນຕ່າງໆ ເປັນຕົ້ນແມ່ນ ໃນກອງປະຊຸມເພື່ອສະ ເຫລີມສະຫລອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ ຄົບຮອບ 60 ປີ, ເຊິ່ງຈະຈັດຂື້ນໃນເດືອນ ຕຸລາ 2021 ທີ່ ແບນກຣາດ, ປະເທດເຊີເບຍ ເພື່ອສືບຕໍ່ປຶກສາຫາລື ກັນໃນການຊຸກຍູ້ໃຫ້ຂະບວນການບໍ່ຮ່ວມກຸ່ມ ສືບຕໍ່ຢຶດຫມັ້ນຕໍ່ບັນດາຈຸດປະສົງ ແລະ ຫລັກການພື້ນຖານ ຂອງຂະ ບວນການ, ຮັບປະ ກັນໃຫ້ການເຄື່ອນໄຫວໃນຂອບກຸ່ມ 77 ແລະ ຈີນ ສືບຕໍ່ປົກປັກຮັກສາສິດຜົນປະໂຫຍດຂອງປະເທດກໍາລັງພັດທະນາ ໃນເວທີ ສປຊ, ລວມທັງ ການຊຸກຍູ້ໃຫ້ບັນດາປະເທດເພື່ອນມິດອື່ນໆ ພິຈາລະນາເຂົ້າຮ່ວມການປຶກສາຫາລືຂອງກຸ່ມເພື່ອມິດດັ່ງກ່າວໃຫ້ຫລາຍຂື້ນ. ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມໂດຍຢໍ້າຄືນແນວທາງການຕ່າງປະເທດ ແລະ ທັດສະນະ ອັນສະເຫມີຕົ້ນສະເຫມີປາຍ ຂອງ ສປປລາວ ໃນການສະຫນັບສະຫນູນບັນດາຫລັກການພື້ນຖານຂອງກົດບັດ ສປຊ, ການຊຸກຍູ້ໃຫ້ອົງການ ສປຊ ດໍາເນີນການປະຕິຮູບ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບການໃຫມ່ ໂດຍໃຫ້ການເອົາໃຈໃສ່ຊ່ວຍເຫລືອເປັນພິເສດ ແກ່ປະເທດກໍາລັງພັດທະນາ, ກຸ່ມປະເທດທີ່ມີຄວາມອ່ອນໄຫວ ພ້ອມທັງ ສະຫນັບສະຫນູນຕໍ່ຂໍ້ລິເລີ່ມໃນການຊຸກຍູ້ປະເທດສະມາຊິກ ສປຊ ອື່ນໆ ມີສ່ວນ ຮ່ວມໃນການປຶກສາຫາລືຂອງກຸ່ມເພື່ອນມິດນີ້ໃຫ້ກວ້າງຂວາງຂຶ້ນຕື່ມ, ໂດຍສະເພາະ ການຊຸກຍູ້ໃຫ້ຂະບວນການບໍ່ຮ່ວມກຸ່ມ ໃຫ້ສາມາດຮັກສາທັດສະນະຮ່ວມກັນຕໍ່ກັບຫລາຍບັນຫາສໍາຄັນຂອງໂລກ ແລະ ເພີ້ມທະວີຄວາມໜັກແໜ້ນຂື້ນກວ່າເກົ່າ ໃນການມີທັດສະນະຮ່ວມ ກັນໃນຕໍ່ໜ້າ. ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຂຶ້ນອ່ານຖະແຫລງການດ້ານການເມືອງຂອງກຸ່ມເພື່ອນມິດ ຕໍ່ສື່ມວນຊົນ.