ໃນຕອນເຊົ້າຂອງວັນທີ 03 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນ້ຳຂອງ- ສ.ອາເມລິກາ ຄັ້ງທີ 2 ໃນຮູບ ແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປຣັກ ໂຊຄົນ (Prak SOKHONN), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ແອນໂທນີ ເຈ. ບຣິນແກັນ (Antony J. Blinken), ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ, ຫວຽດນາມ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາເຖິງແມ່ນວ່າພະຍາດໂຄວິດ-19 ຍັງສືບຕໍ່ມີການແຜ່ລະບາດຢູ່ໃນບັນດາປະເທດແມ່ນໍ້າຂອງ ແລະ ສ.ອາເມລິກາ ແຕ່ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ- ສ.ອາເມລິກາ ກໍຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານຂອງຂອບການຮ່ວມມືໃນຂົງເຂດ 1). ການເຊື່ອມຈອດດ້ານເສດຖະກິດ (Economic Connectivity); 2). ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ແຫຼ່ງນໍ້າແບບຍືນຍົງ (Sustainable Water Use, Natural Resources Management and Environmental Protection); 3). ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (Non-Traditional Security) ແລະ 4). ການພັດທະນາຊັບພະຍາກອນມະນຸດ (Human Resource Development).
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຫົວໜ້າຄະນະຜູ້ແທນລາວໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະບັນດາໂຄງການສ້າງຂີດຄວາມສາມາດດ້ານເຕັກນິກ ແລະ ວິຊາການຕ່າງໆ ເຊັ່ນ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ. ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ ທີ່ ສ.ອາເມລິກາ ໄດ້ປະກອບສ່ວນຊ່ວຍເຫຼືອວັກຊິນໃຫ້ແກ່ບັນດາປະເທດແມ່ນໍ້າຂອງໂດຍຜ່ານໂຄງການໂຄແວັກ (COVAX) ເຊິ່ງມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊິນຈາກ ສ.ອາເມລິກາ ລວມທັງໝົດ 1,108,620 ໂດສ໌ (Pfizer ຈຳນວນ 100,620 ໂດສ໌ ແລະ Johnson and Johnson ຈຳນວນ 1,008,000 ໂດສ໌).
ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ ແລະ ສ.ອາເມລິກາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ 04 ຂົງເຂດການຮ່ວມມືດັ່ງກ່າວເປັນບູລິມະສິດ, ສະໜັບສະໜູນໃຫ້ມີການຮ່ວມມືຢ່າງໃກ້ຊິດຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ. ກອງປະຊຸມ ຍັງໄດ້ຮັບຮອງເອົາ ແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2021-2023 ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ໄດ້ມີການມອບ-ຮັບໜ້າທີ່ ປະທານໝູນວຽນຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ເປັນປະທານຮ່ວມກັບ ສ.ອາເມລິກາ ໃນປີ 2021-2022. ກອງປະຊຸມລັດຖະມົນຕີຕ່າງປະເທດຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບການຮ່ວມມືດັ່ງກ່າວ ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງແມ່ນໄດ້ຜັດປ່ຽນກັນເປັນປະທານຮ່ວມໝູນວຽນກັບ ສ.ອາເມລິກາ ຕາມລໍາດັບຕົວອັກສອນພາສາອັງກິດ.
Loading...