ໃນວັນທີ 08 ກັນຍາ 2021, ທ່ານ ສະ ເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປຣາກ ໂຊຄົນ (Prak SOKHONN), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ ແລະ ທ່ານ ຈອງ ອຸຍຢອງ (Chung Eui-yong), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າໃນການຮ່ວມມື ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ໃນໄລຍະ 10 ປີ ຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ 3 ເສົາຄໍ້າຂອງການຮ່ວມມື (ປະຊາຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ) ແລະ 7 ຂົງເຂດບູລິມະສິດ (ຂົງເຂດວັດທະນະທໍາ ແລະ ການທ່ອງ ທ່ຽວ; ການພັດທະນາຊັບພະ ຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະ ບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດ ລ້ອມ; ແລະ ສິ່ງທ້າທາຍແບບໃໝ່). ກອງປະຊຸມ ຍັງໄດ້ທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ຄັ້ງທີ 2 ໃນປີ 2020 ຜ່ານມາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງບັນດາລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ ແລະ ສ.ເກົາຫຼີ ໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການສືບຕໍ່ຜັນຂະຫຍາຍ ແຜນປະຕິບັດງານ ໄລຍະ 5 ປີ ເພື່ອຈັດຕັ້ງປະຕິບັດ ຖະແຫຼງການແມ່ນໍ້າຂອງ-ແມ່ນໍ້າຮານ (2021-2025). ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ເພື່ອກຽມຄວາມພ້ອມ ໃຫ້ແກ່ການຈັດກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ຄັ້ງທີ 3 ໃນທ້າຍເດືອນຕຸລາ ທີ່ຈະມາເຖິງນີ້. ພ້ອມນີ້, ບັນດາລັດຖະມົນຕີ ຍັງໄດ້ຮ່ວມກັນສະແດງຄວາມຊົມເຊີຍ ເນື່ອງໃນໂອກາດຄົບຮອບ 10 ປີ ແຫ່ງການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ແລະ ປີແລກປ່ຽນແມ່ນໍ້າຂອງ – ສ.ເກົາຫຼີ ໃນປີ 2021 ນີ້ (Mekong-ROK Exchange Year).
ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ປະກອບຄໍາເຫັນໃນກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສໍາຄັນ ຕໍ່ວິທີທາງໃນການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດໃນພາກພື້ນ ໂດຍສະເໜີໃຫ້ມີການເພີ່ມທະວີການຮ່ວມມືທາງດ້ານໂລຈິດສະຕິກທີ່ທັນສະ ໄໝ ເພື່ອສົ່ງເສີມການເຊື່ອມຈອດເສດຖະກິດຂ້າມຊາຍແດນ ແລະ ການເຊື່ອມໂຍງພາກພື້ນແມ່ນໍ້າຂອງ – ສ.ເກົາຫຼີ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ລວມໄປເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຈຸລະວິສາຫະກິດ, ວິຫາສະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດໃນພາກພື້ນ, ສົ່ງເສີມໃຫ້ມີການຮ່ວມມື ໃນຂົງເຂດອຸດສາຫະກໍາດິຈີຕອນ, ເຕັກໂນໂລຊີທີ່ທັນສະໄໝ, ການຄ້າເອເລັກໂຕນິກ (e-commerce) ແລະ ການສຶກສາເອເລັກໂຕນິກ (e-learning). ພ້ອມນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນນາມຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ແລະ ວັກແຊັງ ເພື່ອຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ລວມມູນຄ່າ 200 ລ້ານໂດລາສະຫະລັດ ຜ່ານໂຄງການ COVAX ພາຍໃນປີ 2022.
ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ຄັ້ງທີ 11 ແລະ ປະກາດອະນຸມັດໂຄງການຊ່ວຍເຫລືອຈາກກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ງວດທີ 5, ເພື່ອເປັນຖານໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃຫ້ເກີດປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນບັນດາປະເທດສະມາຊິກ ໃນຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ.
———————————-
Loading...