ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກອງປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ອາຊຽນ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ

ຂອງກຸ່ມປະເທດ ຈີ7 (G7) ແບບທາງໄກ

 

ໃນຕອນແລງ ຂອງ​ ວັນ​ທີ 12 ທັນວາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7    ຊຶ່ງຈັດຂື້ນໃນຮູບແບບປະສົມ ຊຶ່ງມີການເຂົ້າຮ່ວມແບບຊຶ່ງໜ້າທີ່ ລີເວີພູນ, ປະເທດອັງກິດ ແລະ ເຂົ້າຮ່ວມແບບທາງໄກ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7 ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມ ລັດຖະມົນຕີຄັ້ງທໍາອິດ ລະຫວ່າງ ອາຊຽນ ແລະ ຈີ7 ຊື່ງໄດ້ປືກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນໍາກັນໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການແຈກຢາຍວັກຊີນຕ້ານພະຍາດໂຄວິດ-19 ແລະ ການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍຖານການຜະລິດວັກຊີນ ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ, ເຊິ່ງໃນນີ້ ອາຊຽນ ແລະ ກຸ່ມປະເທດ ຈີ7 ຈະສຸມໃສ່ຮ່ວມມືກັນໃນການຟື້ນຟູເສດຖະກິດຮອບດ້ານ; ການຮັບປະກັນຕ່ອງໂສ້ການຜະລິດ ແລະ ການສະໜອງສິນຄ້າ; ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.

 

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ບັນດາປະເທດເພື່ອນມິດອາຊຽນ ແລະ ກຸ່ມປະເທດ ຈີ7 ຕໍ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ, ລວມທັງການຊ່ວຍເຫຼືອຜ່ານໂຄງການຢາວັກຊີນສາກົນ ຫຼື COVAX. ພ້ອມນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກຸ່ມປະເທດ ຈີ7 ສືບຕໍ່ສະໜັບສະໜູນອາຊຽນໃນການຮັບມືກັບການລະບາດ ຂອງ ພະຍາດ ໂຄວິດ-19, ແກ້ໄຂຜົນກະທົບ, ກໍຄືຄວາມກຽມພ້ອມໃນການຮັບມືກັບພະຍາດລະບາດ ແລະ ສິ່ງທ້າທາຍອື່ນໆ ໃນອະນາຄົດ.