ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມລັດຖະມົນຕີວັດທະ ນະທຳ-ສິລະປະອາຊຽນ ຄັ້ງທີ 10 ແລະ ບັນດາກອງປະຊຸມປິ່ນອ້ອມ ແບບທາງໄກ ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ ການສົ່ງເສີມ ບົດ ບາດຂອງວັດທະນະທໍາ ແລະ ສິລະປະອາຊຽນ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາແບບຍືນຍົງ. ໂດຍການເປັນປະ ທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ. ມີບັນດາທ່ານລັດຖະມົນຕີ ວັດທະນະທໍາ- ສິລະປະອາຊຽນ, ຫົວໜ້າເຈົ້າໜ້າທີ່ອາ ວຸໂສວັດທະນະທໍາ-ສິລະປະອາຊຽນ, ເອກອັກຄະລັດຖະທູດປະເທດສະມາຊິກອາ ຊຽນ ແລະ ເອກອັກຄະລັດຖະທູດປະເທດຄູ່ເຈລະຈາຄື: ຈີນ, ຍີປຸ່ນ ແລະ ສ. ເກົາຫຼີ ປະຈໍາລາວ ແລະ ບັນດາແຂກເຂົ້າຮ່ວມ.
ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍທ່ານກ່າວວ່າ: ກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີວັດທະ ນະທຳ-ສິລະປະອາຊຽນໃນຄັ້ງນີ້, ເຊິ່ງເປັນຄັ້ງທຳອິດໃນການເປັນເຈົ້າພາບ ແລະ ປະ ທານກອງປະຊຸມດັ່ງກ່າວນີ້ ,ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ວຽກງານວັດທະນະທໍາ ແລະ ສິລະປະອາຊຽນ ກໍແມ່ນຂະແໜງການໜຶ່ງທີ່ມີຄວາມສຳຄັນປະກອບ ສ່ວນເຂົ້າໃນການສ້າງເສດ ຖະກິດ-ສັງຄົມຂອງຊາດ ແລະ ນອນຢູ່ໃນເສົາຄໍ້າວັດທະນະທຳ-ສັງຄົມອາ ຊຽນ, ເຊິ່ງໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງຜັນຂະຫຍາຍບັນດາແຜນງານຂອງຕົນ ກໍຄືແຜນຍຸດທະສາດວັດທະນະທໍາ-ສິລະປະອາຊຽນ 2016-2025, ແຜນແມ່ບົດປະຊາຄົມວັດທະນະທໍາ-ສັງ ຄົມອາຊຽນ 2025 ແລະ ວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ອາຊຽນ ເປັນພາກພື້ນໜຶ່ງທີ່ມີເອກະລັກສະເພາະ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສິລະປະ, ຮີດຄອງປະເພນີ, ພາສາ ແລະ ສາສະໜາ. ເຖິງວ່າຈະມີຄວາມແຕກຕ່າງກັນກໍຕາມ ແຕ່ປະຊາຊົນອາຊຽນ ກໍອາໃສຢູ່ຮ່ວມກັນໂດຍສັນຕິ, ມີຄວາມສາມັກຄີປອງດອງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ທັງມີການແລກ ປ່ຽນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ຕະຫຼອດມາ, ໂດຍຜ່ານກົນໄກການຮ່ວມມືຂອງອາຊຽນທີ່ມີປະສິດທິພາບ ແລະ ປະສິດຜົນ, ໂດຍສະເພາະຂອບການຮ່ວມມື ໃນຂົງເຂດການປົກປັກຮັກສາ ແລະ ສົ່ງເສີມມໍລະດົກວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເພື່ອສ້າງເອກະລັກອາຊຽນ ແລະ ນຳໄປສູ່ການພັດທະນາທີ່ຍືນຍົງ ແລະ ວັດທະນາຖາວອນຂອງແຕ່ລະຊາດອາຊຽນ. ກອງປະຊຸມຄັ້ງນີ້ເປັນຂີດໝາຍອັນສຳຄັນໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນກ່ຽວກັບ ວຽກງານການສົ່ງເສີມບົດບາດຂອງວັດທະນະທໍາ ແລະ ສິລະ ປະອາຊຽນ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາທີ່ຍືນຍົງ ແລະ ຫວັງຢ່າງຍິ່ງວ່າ ຜົນການປຶກສາຫາລືຄັ້ງນີ້ ຈະນຳໄປສູ່ຜົນປະໂຫຍດອັນໃຫຍ່ຫຼວງ ຕະຫຼອດເຖີງການເພີ່ມທະວີການຮ່ວມມື ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດແຜນງານປະຊາຄົມວັດທະ ນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດຕາມຄາດ ໝາຍ.
ສຳລັບກອງປະຊຸມປິ່ນອ້ອມໃນກອງປະຊຸມລັດຖະມົນຕີວັດທະນະ ທຳ-ສິລະ ປະອາຊຽນ ຄັ້ງທີ 10 ນີ້ ,ຍັງມີກອງປະຊຸມລັດຖະມົນຕີວັດທະນະທຳ ແລະ ສີລະປະອາຊຽນບວກ 3 ຄັ້ງທີ 10 ,ກອງປະຊຸມລັດຖະມົນຕີວັດທະນະທຳ ແລະ ສີລະປະອາຊຽນ-ຈີນ ຄັ້ງທີ 6, ກອງປະຊຸມລັດຖະມົນຕີວັດທະນະ ທຳ ແລະ ສີລະປະອາຊຽນ-ຍີ່ປຸ່ນ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີສີລະປະອາຊຽນ-ສ.ເກົາຫລີ ຄັ້ງທີ 5 ຕື່ມອີກ.
ຂ່າວ;ພາບ: ສົມພາວັນ ມະວົງໄຊ
May be an image of 1 person and standing
May be an image of 1 person
May be an image of 4 people, people sitting and people standing
May be an image of 2 people
May be an image of 1 person, screen, television and indoor
May be an image of 11 people
May be an image of 8 people and people standing