ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
    ຄະນະຜູ້ແທນລາວນຳໂດຍ ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ເຈົ້າຫນ້າທີ່ອາວຸໂສປະຊາຄົມວັດທະນະທຳ-ສັງຄົມອາຊຽນ ສປປ ລາວ, ບັນດາທ່ານຫົວໜ້າກົມ-ຮອງກົມ, ທ່ານຮອງຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແລະ ວິຊາການຮັບຜິດຊອບວຽກງານຮ່ວມມືອາຊຽນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 26 ແລະ ກອງປະຊຸມປີ່ນອ້ອມ ໃນລະຫວ່າງວັນທີ 28-29 ກັນຍາ 2021 ພາຍໃຕ້ຄໍາຂັວນລວມໃນການເປັນປະທານອາຊຽນຂອງ ປະເທດບຣູໄນ ດາລູສະລາມ ປີ 2021: ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນຮຸ່ງເຮືອງ (We Care, We Prepare, We Prosper), ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະບັນດາຜູ້ແທນຈາກກະຊວງຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມອາຊຽນຂອງບັນດາປະເທດສະມາຊິກອາຊຽນ ລວມທັງ ທ່ານເລຂາທິການໃຫຍ່ອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານດາໂຕະ ເສຣິ ພາດູກາ ຮາຈິ ອາບິດິນ, ລັດຖະມົນຕີກະຊວງວັດທະນະທຳ, ຊາວໜຸ່ມ ແລະ ກິລາ ແຫ່ງ ບຣູໄນ ດາລູສາລາມ, ປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 26. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືບັນຫາຕ່າງໆຢ່າງກວ້າງຂວາງ ແລະ ສ້າງສັນ ໃນນັ້ນໄດ້ພິຈາລະນາຮັບຮອງບັນດາເອກະສານສຳຄັນຂອງອາຊຽນທີ່ຂະແໜງການກ່ຽວຂ້ອງພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໄດ້ຄົ້ນຄວ້າພິຈາລະນາລະອຽດ ເພື່ອສະເຫນີໃຫ້ຜູ້ນຳອາຊຽນຮັບຮອງ ແລະ ຮັບຊາບ ທີ່ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 38 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄື:
I. ເພື່ອຮັບຮອງ (Adoption) ທີ່ ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 38:
1) ASEAN Comprehensive Framework on Care Economy “ແຜນງານຮອບດ້ານ ວ່າດ້ວຍ ຄວາມຫວ່ງໄຍດ້ານເສດຖະກິດ”.
2) ASEAN Strategic Policy Framework on Promoting an Adaptive ASEAN Community of Greater Understanding, Tolerance and a Sense of Regional Agendas Among the Peoples of ASEAN “ແຜນງານນະໂຍບາຍຍຸດທະສາດອາຊຽນ ວ່າດ້ວຍ ການສົ່ງເສີມຄວາມເຂົ້າໃຈໃຫ້ຫຼາຍຂື້ນ, ຄວາມອົດທົນ ແລະ ຄວາມຮູ້ສຶກຂອງວາລະພາກພື້ນຂອງປະຊາຊົນອາຊຽນ”.
3) ASEAN Joint Statement on Climate Change to the 26th Conference of the Parties to the United Nations Framework Convention on Climate Change (UNFCCC COP-26) “ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ຕໍ່ແຜນງານສົນທິສັນຍາສະຫະປະຊາຊາດ ດ້ານການປ່ຽນແປງດິນຟ້າອາກາດ ຄັ້ງທີ 26”.
4) Bandar Seri Begawan Declaration on the Importance of Family for Community Development and Nation Building “ຖະແຫຼງການບານດາ ເສຣິ ເບກາວານ ວ່າດ້ວຍ ຄວາມສຳຄັນຂອງສະຖາບັນຄອບຄົວ ເພື່ອການພັດທະນາປະຊາຄົມ ແລະ ສ້າງສາປະເທດຊາດ”.
5) ASEAN Declaration on Promoting Competitiveness, Resilience, and Agility of Workers for the Future of Work “ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມແຮງງານ ເພື່ອການແຂ່ງຂັນ, ເຂັ້ມແຂງດ້ວຍຕົນເອງ ແລະ ຄ່ອງແຄ້ວ ຕໍ່ວຽກງານໃນອະນາຄົດ”.
6) ASEAN Leaders’ Declaration on the Reformulation and Production of Healthier Food and Beverage Options “ຖະແຫຼງການຂອງຜູ້ນຳອາຊຽນ ວ່າດ້ວຍ ການປະຕິຮູບ ແລະ ທາງເລືອກໃນການຜະລິດອາຫານ ແລະ ເຄື່ອງດື່ມເພື່ອສຸຂະພາບ”.
7) Declaration on the Elimination of Bullying of Children in ASEAN “ຖະແຫຼງການ ວ່າດ້ວຍ ການລົບລ້າງການຂົ່ມເຫັງເດັກນ້ອຍໃນອາຊຽນ”.
II. ເພື່ອຮັບຊາບ (Notation) ທີ່ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 38:
1) ASEAN Gender Mainstreaming Strategic Framework 2021 – 2025 (TBC) “ແຜນງານຍຸດທະສາດອາຊຽນ ວ່າດ້ວຍ ການເຊື່ອມສານບົດບາດຍິງ – ຊາຍ ສົກປີ 2021-2025”
2) ASEAN Declaration on Fostering the Civil Service’s Adaptability to the New Challenges “ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມພະນັກງານ-ລັດຖະກອນ ເພື່ອຮັບມືກັບສິ່ງທ້າທາຍຈະເກີດຂື້ນໃຫມ່”
3) ASEAN Road Map for the Implementation of the Hanoi Declaration on Strengthening Social Work for Cohesive and Responsive ASEAN Community “ແຜນງານການຈັດຕັ້ງປະຕິບັດຖະແຫຼງການຮາໂນຍ ວ່າດ້ວຍ ການສົ່ງເສີມວຽກງານທາງສັງຄົມ ນຳໄປສູ່ ປະຊາຄົມອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”
4) Regional Plan of Action on Implementing the ASEAN Declaration on the Rights of Children in the Context of Migration “ແຜນປະຕິບັດງານພາກພື້ນ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍ ສິດທິເດັກໃນການເຄື່ອນຍ້າຍຖິ່ນຖານ”.
5) Regional Plan of Action for the Protection of Children from All Forms of Online Exploitation and Abuse in ASEAN “ແຜນປະຕິບັດງານພາກພື້ນ ວ່າດ້ວຍ ການປົກປ້ອງເດັກຈາກທຸກຮູບແບບ ໃນການລ່ວງລະເມີດ ແລະ ຂູດຮີດທາງເພດ ໂດຍຜ່ານສື່ອອນລາຍ ໃນອາຊຽນ”.
6) Regional Plan of Action on Implementing the Kuala Lumpur Declaration on Ageing: Empowering Older Persons in ASEAN “ແຜນປະຕິບັດງານພາກພື້ນ ເພື່ອຈັດຕັ້ງປະຕິບັດຖະແຫຼງການກົວລາລໍາເປີ ວ່າດ້ວຍ ຜູ້ສູງອາຍຸ: ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ສູງອາຍຸໃນອາຊຽນ”.
7) Report on the 5th Domain of ASEAN Youth Development Index: Understanding how young people see ASEAN Awareness, Values and Identity “ບົດລາຍງານການສຳຫຼວດ ຄັ້ງທີ5ຂອງດັດຊະນີການພັດທະນາຊາວໜຸ່ມອາຊຽນ: ຄວາມຮັບຮູ້ ແລະ ເຂົ້າໃຈຂອງຊາວໜຸ່ມເຂົ້າໃຈຄວາມຕື່ນຕົວ, ຄຸນຄ່າ ແລະ ເອກະລັກອາຊຽນ”
 ASEAN Regional Plan of Action for Adaptation to Drought “ແຜນປະຕິບັດງານພາກພື້ນອາຊຽນ ວ່າດ້ວຍ ການປັບຕົວຕໍ່ໄພແຫ້ງແລ້ງ”
9) ASEAN Joint Statement on Chemicals and Waste to the 2021 Meetings of the Conference of Parties to Basel, Rotterdam and Stockholm Convention (BRS) “ຖະແຫຼງການຮ່ວມ ວ່າດ້ວຍ ສານເຄມີ ແລະ ສິ່ງເສດເຫຼືອ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ປີ 2021 ຕໍ່ສົນທິສັນຍາ ບາເຊວ, ຣອດເຕີດາມ ແລະສະຕອກໂຮມ.”
10) ASEAN Regional Action Plan for Combating Marine Debris “ແຜນປະຕິບັດງານພາກພື້ນອາຊຽນ ວ່າດ້ວຍ ການກໍາຈັດສິ່ງເສດເຫຼືອທາງທະເລ”
11) ASEAN State of Climate Change Report “ບົດລາຍງານການປ່ຽນແປງດິນຟ້າອາກາດອາຊຽນ”
12) ASEAN Joint Statement to the 15th Meeting of the Conference of the Parties to the Convention on Biological Diversity (CBD COP-15) “ຖະແຫຼງການຮ່ວມອາຊຽນ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ຕໍ່ສົນທິສັນຍາ ດ້ານຄວາມຫຼາກຫຼາຍທາງຊີວະນານາພັນ ຄັ້ງທີ 15”
13) Work Plan / Work Programme (2021-2025) of ASCC Sectoral Bodies “ແຜນງານຂອງບັນດາຂະແໜງການຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ (2021-2025)”
14) M&E Framework of the Roadmap to Implement the ASEAN Declaration of the Human Resources Development for the Changing World of Work “ແຜນງານການຕິດຕາມ ແລະ ປະເມີນຜົນຂອງແຜນການຈັດຕັ້ງ ຖະແຫຼງການອາຊຽນ ວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດໃໝ່ໃນອະນາຄົດ”
15) ASEAN TVET Council Work Plan 2021-2025 “ແຜນງານສະພາອາຊີວິສຶກສາອາຊຽນ 2021-2025”
16) ASEAN TVET Council Rules of Procedure “ລະບຽບການຂອງສະພາອາຊີວິສຶກສາອາຊຽນ”
17) Report on Follow Up to the Recommendations of Mid-Term Review of ASCC Blueprint 2025 “ບົດລາຍງານການຕິດຕາມ ກ່ຽວກັບ ຂໍ້ສະເໜີຈາກການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025”
18) Reports of the 25th and 26th ASEAN Socio-Cultural Community Council to the 38th ASEAN Summit “ບົດລາຍງານກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 25 ແລະ 26 ເພື່ອລາຍງານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38”.
III. ສະເໜີໃຫ້ຜູ້ນຳອາຊຽນຮັບຊາບ ທີ່ ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 16
1) ASEAN Plus Three Leaders’ Statement on Cooperation on Mental Health Amongst Adolescents and Young Children “ຖະແຫຼງການອາຊຽນບວກສາມ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບຈິດຂອງເຍົາວະຊົນ ແລະ ຊາວໜຸ່ມ”
2) East Asia Summit Leaders’ Statement on Mental Health Cooperation“ຖະແຫຼງການກອງປະຊຸມສຸດຍອດອາຊີຕາເວັນອອກສ່ຽງໃຕ້ ວ່າດ້ວຍ ການຮ່ວມມືທາງດ້ານສຸຂະພາບຈິດ”.
ພ້ອມດຽວກັນນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ:ສປປ ລາວ ສະແດງຄວາມຊົມເຊີຍ ມາຍັງ ບຣູໄນ ດາລູສະລາມ ທີ່ໄດ້ມີຄວາມພະຍາມສູງໃນການຫ້າງຫາກະກຽມກອງປະຊຸມໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມເສົ້າເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນບັນດາປະເທດອາຊຽນທີ່ໄດ້ສູນ ເສຍຊີວິດ ແລະ ຖືກຜົນກະທົບຈາກການລະບາດຂອງພະຍາດອັກເສບປອດ COVID-19.
ທ່ານຍັງໄດ້ກ່າວຕໍ່ກອງປະຊຸມຕື່ມອີກວ່າ: ມັນເປັນເລື່ອງເຈັບປວດ ທີ່ຈະຍອມຮັບວ່າ ການລະບາດຂອງພະຍາດໂຄວິດ-19 ຈະບໍ່ສາມາດສີ້ນສຸດລົງໄດ້ງ່າຍ. ສະນັ້ນ, ອາຊຽນຕ້ອງເພີ່ມຄວາມພະຍາຍາມຂອງຕົນຂຶ້ນເປັນສອງເທົ່າເພື່ອຕອບໂຕ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນນີ້ໂດຍຜ່ານການເຝົ້າລະວັງຢ່າງເຂັ້ມງວດ, ການກວດພົບເບື້ອງຕົ້ນ ແລະການສັກຢາປ້ອງກັນພະຍາດດັ່ງກ່າວແມ່ນປະເດັນທີ່ສຳຄັນທີ່ສຸດ. ຕໍ່ບັນຫາທີ່ກ່າວມານີ້, ຂ້າພະເຈົ້າຂໍອະນຸຍາດລາຍງານກອງປະຊຸມ ກ່ຽວກັບ ຄວາມຄືບໜ້າຂອງ ສປປ ລາວ ໄດ້ປະຕິບັດຜັນຂະຫຍາຍໂຄງການສັກຢາກັນພະຍາດໃຫ້ແກ່ປະຊາຊົນຂອງຕົນ. ຮອດປະຈຸບັນນີ້, ສປປ ລາວໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈໍານວນ 4,419,060 ໂດສ, ໃນນັ້ນປະຊາຊົນລາວຫຼາຍກວ່າ 2,8 ລ້ານຄົນທີ່ມີອາຍຸ ລະຫວ່າງ18 ຫາ 60 ປີໄດ້ສັກເຂັມທີ 1 ແລະ ປະຊາຊົນຫຼາຍກວ່າ 1,9 ລ້ານຄົນໄດ້ຮັບວັກຊີນເຂັມທີ 2. ແລະ ລັດຖະບານ ແຫ່ງ ສປປ ລາວ ຍັງໄດ້ວາງເປົ້າໝາຍການສັກວັກຊິນກັນພະຍາດດັ່ງກ່າວພາຍໃນປີ 2021 ນີ້ ຈະໃຫ້ໄດ້ 50% ຂອງປະຊາກອນລາວທັງໝົດ. ຕໍ່ບັນຫາດັ່ງກ່າວ, ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປລາວໃນເວລາທີ່ພົບພໍ້ຄວາມຫຍຸ້ງຍາກແລະພວມປະເຊີນຢູ່ໃນປະຈຸບັນ ພວກເຮົາຈະສືບຕໍ່ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ຜ່ານຜ່າມັນໄປນໍາກັນ.ສປປ ລາວ ໄດ້ຮັບວັກຊີນ, ຊຸດກວດພະຍາດ, ຜ້າປິດປາກ-ດັງ,ອຸປະກອນການແພດແລະຜູ້ຊ່ຽວຊານດ້ານການແພດເຊິ່ງມີຄວາມສໍາຄັນຫຼາຍໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອອໍານາດການປົກຄອງ ແລະ ຄະນະສະເພາະກິດແຫ່ງຊາດ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ -19. ພວກເຮົາຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກຈາກປະເທດສະມາຊິກອາຊຽນ,ຄູ່ເຈລະຈາອາຊຽນ ແລະອົງການຈັດຕັ້ງສາກົນໃນການຕໍ່ສູ້ກັບພະຍາດໂຄວິດ -19 ແລະ ເຮັດໃຫ້ພະຍາດໂຄວິດ -19 ສູນຫາຍອອກຈາກປະເທດ, ພາກພື້ນອາຊຽນກໍຄືໃນໂລກຂອງພວກເຮົາ.
ຄຽງຄູ່ກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ບົດລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ໂດຍການສຸມໃສ່ສະຕິປັນຍາ ແລະ ເຫື່ອແຮງຂອງບັນດາເຈົ້າໜ້າທີ່ອາວຸໂສປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ການສະໜັບສະໜູນຈາກກອງເລຂາອາຊຽນ ອັນໄດ້ເຮັດໃຫ້ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເປັນເວທີປຶກສາຫາລືທີ່ຈະເຕັມໄປດ້ວຍໝາກຜົນ ແລະ ທິດຊີ້ນໍາຍຸດທະສາດທີ່ມີຄວາມໝາຍສໍາຄັນເພື່ອນໍາໄປປະຕິບັດ ແລະ ຈັດຕັ້ງໃຫ້ປະກົດຜົນເປັນຈິງ. ໃນດ້ານຫຼັກການແລ້ວ, ສປປ ລາວ ເຫັນດີສະໜັບສະໜູນ ບັນດາເອກະສານອາຊຽນ, ໂດຍສະເພາະເອກະສານທີ່ນອນຢູ່ໃນຂົງເຂດວຽກງານປະຊາຄົມວັດທະນະທຳ-ສັງຄົມອາຊຽນ ປີ 2021 ນີ້. ສປປ ລາວ ຍິນດີຮັບຮອງເອົາບັນດາເອກະສານອາຊຽນທີ່ໄດ້ຮັບຮອງ ຈາກຂະແໜງການທີ່ກ່ຽວຂ້ອງໄປແລ້ວນັ້ນ, ເຊິ່ງຈະໄດ້ນຳສະເໜີໃຫ້ບັນດາທ່ານຜູ້ນຳອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະມາເຖິງນີ້.
ນອກຈາກນີ້, ທ່ານຍັງໄດ້ເນັ້ນຕື່ມອີກວ່າ ເພື່ອຮັບປະກັນການສືບຕໍ່ປະຕິບັດຖະແຫຼງການອາຊຽນທີ່ໄດ້ຖືກຮັບຮອງໂດຍຜູ້ນໍາອາຊຽນຂອງພວກເຮົາ ທີ່ຜ່ານມານັ້ນ, ໂດຍສະເພາະ“ຂອບວຽກແຜນງານການຟື້ນຟູຮອບດ້ານອາຊຽນ ແລະແຜນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ” ເຊິ່ງເປັນຄວາມພະຍາຍາມຮ່ວມກັນຂອງອາຊຽນເພື່ອເອົາຊະນະວິກິດການລະບາດຂອງໂຄວິດ-19, ຂ້າພະເຈົ້າ ຂໍສະເໜີບາງທັດສະນະຕໍ່ໄປນີ້:
1. ລັດຖະບານລາວໄດ້ໃຫ້ຄວາມສຳຄັນໃນການຕໍ່ສູ້ກັບພະຍາດລະບາດ, ແຕ່ພວກເຮົາບໍ່ສາມາດຈັດຕັ້ງປະຕິບັດ ແລະແກ້ໄຂບັນຫາດັ່ງກ່າວຢູ່ໃນປະເທດຂອງພວກເຮົາພຽງຝ່າຍດຽວໄດ້. ສະນັ້ນ, ພວກເຮົາຕ້ອງເພີ່ມທະວີການຮ່ວມມືໃນການສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະດ້ານມາດຕະການປ້ອງກັນທີ່ດີທີ່ສຸດ, ການຄວບຄຸມ, ແລະຂັ້ນຕອນການແກ້ໄຂ ລວມທັງ ມາດຕະການທີ່ສອດຄ່ອງ ເພື່ອຕອບໂຕ້ກັບໂລກລະບາດນີ້. ປະຕິບັດໄດ້ຄືແນວນີ້ຈະຊ່ວຍຫຼຸດຈຳນວນຂອງຜູ້ຕິດເຊື້ອ ແລະທັງຮັບປະກັນໃຫ້ປະຊາຊົນໄດ້ຮັບການສັກວັກຊີນຢ່າງທົ່ງເຖິງ.
2. ພ້ອມນັ້ນ, ເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແລະຟື້ນຟູເສດຖະກິດອາຊຽນຫຼັງການແຜ່ລະບາດ, ພວກເຮົາຄວນສ້າງຄວາມເຂັ້ມແຂງແລະຊຸກຍູ້ໃຫ້ພາກສ່ວນເອກະຊົນມີສ່ວນຮ່ວມຫຼາຍຂຶ້ນໃນການສ້າງໂອກາດແລະສ້າງວຽກເຮັດງານທໍາໃຫ້ປະຊາຊົນຢູ່ທ້ອງຖິ່ນສາມາດມີວຽກເຮັດງານທໍາຫຼາຍຂຶ້ນ.
3. ພວກເຮົາຄວນໝູນໃຊ້ ແລະຫັນເປົ້າໝາຍຂອງການສ້າງຕັ້ງກອງທຶນການຕອບໂຕ້ການລະບາດຂອງພະຍາດ COVID-19 ແລະສູນສະໜອງອຸປະກອນການແພດໃນພາກພື້ນ ແລະເຫດການສຸກເສີນດ້ານສາທາລະນະສຸກ ອາຊຽນໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງການອະນຸມັດເງິນທຶນໃນການແກ້ໄຂ ແລະຫຼຸດຜ່ອນຜົນກະທົບຂອງການແຜ່ລະບາດ ໃຫ້ແກ່ປະຊາຊົນອາຊຽນ.
4. ພວກເຮົາຄວນສືບຕໍ່ເຮັດວຽກຮ່ວມກັນເພື່ອຮັດແໜ້ນການຮ່ວມມືໃນວຽກງານຂ້າມຂະແໜງການ ແລະ ເສົາຄ້ຳ ເພື່ອເພີມທະວີການສ້າງຄວາມອາດສາມາດ, ການພັດທະນາຊັບພະຍາກອນມະນຸດ, ແລະຄວາມພ້ອມດ້ານຂໍ້ມູນຂ່າວສານແລະເຕັກໂນໂລຢີ, ເຊິ່ງຈະຊ່ວຍໃຫ້ພວກເຮົາສາມາດປະເຊີນກັບໄພຂົ່ມຂູ່ທີ່ບໍ່ຄາດຄິດ ແລະສິ່ງທ້າທາຍດ້ານສິ່ງແວດລ້ອມຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ.