ຄະນະຜູ້ແທນລະດັບສູງຂອງ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໃນພາກພື້ນ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຮັບ ປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃນພາກພື້ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ມີຄຳເຫັນທີ່ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະ ນະທຳ-ສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນທີ່ ບາຫຼີ, ປະເທດອິນໂດເນເຊຍ ໃນມື້ວັນຈັນທີ່ຜ່ານມາວ່າ: ການແກ້ໄຂບັນຫາຄວາມແຕກໂຕນ ແລະ ການຊອກຫາວິທີທາງແກ້ໄຂລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວຂອງປະຊາຊົນ ແມ່ນວຽກງານທີ່ໜັກໜ່ວງຫຼາຍສຳລັບອົງການໃດໜື່ງ ຫຼື ພາກສ່ວນໃດໜື່ງ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາອົງການຕ່າງໆຈາກພາກພື້ນ ແລະ ສາກົນ ລວມທັງ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມກັນເພື່ອສືບຕໍ່ພັດທະນາ ແລະ ຍົກລະດັບ ວຽກງານດັ່ງກ່າວໃຫ້ດີຂຶ້ນ ເຊິ່ງຕ້ອງໄດ້ລົງທຶນທາງດ້ານງົບປະມານ ແລະ ການພັດທະນາຂີດຄວາມສາມາດຂອງບຸກຄະລະກອນ ເພື່ອຈະສາມາດນຳມາສົ່ງເສີມເຂົ້າໃນວຽກງານດັ່ງກ່າວໃຫ້ດີຂຶ້ນ ໃນການແກ້ໄຂບັນຫາຄວາມທຸກຍາກ ແລະ ຄວາມ ໝັ້ນຄົງທາງດ້ານອາຫານ ໃນພາກພື້ນ.
ທ່ານ ນາງ ສວນສະຫວັນ ໄດ້ກ່າວຕື່ມອີກວ່າ: ສປປລາວ ກໍເປັນໜຶ່ງໃນປະເທດທີ່ຈັດຢູ່ໃນປະເທດທີ່ດ້ອຍພັດທະນາ, ເຊິ່ງລັດຖະບານກໍໄດ້ຕັ້ງເປົ້າໝາຍໃຫ້ປະເທດຊາດສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ສຳເລັດ ພາຍໃນປີ 2026. ໂດຍອີງໃສ່ວາລະການພັດທະນາແບບຍືນຍົງ ປີ 2030 ແລະ ການຈັດຕັ້ງປະຕິບັດແຜນງານບັນດາປະເທດທີ່ດ້ອຍພັດທະນາ ແລະ ບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ທີ່ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການພັດທະນາແບບສີຂຽວ ຊຶ່ງໄດ້ກຳນົດເຂົ້າໃນແຜນບູລິມະສິດເພື່ອການພັດທະນາແບບຍືນຍົງ.
ທ່ານລັດຖະມົນຕີ ກ່າວຕື່ມອີກວ່າ: ສປປ ລາວ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັນຢ່າງໃກ້ຊິດກັບອິນໂດເນເຊຍ ແລະ ບັນດາປະເທດສະມາຊິກອາຊຽນ. ເພື່ອຮັບປະ ກັນວຽກງານບູລິມະສິດອາຊຽນໃນປີ 2023 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ຊຶ່ງຈະນຳຜົນປະໂຫຍດມາສູ່ພາກພຶ້ືນຂອງພວກເຮົາ ແລະ ເປັນພື້ນຖານໃຫ້ແກ່ ສປປ ລາວ ໃນການຮັບໜ້າທີ່ການເປັນປະທານອາຊຽນໃນປີ 2024.
ທ່ານ ນາງ ສວນສະຫວັນ ໄດ້ຍົກໃຫ້ຄວາມສຳຄັນຂອງການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອທີ່ຈະສືບຕໍ່ພັດທະນາສັງຄົມໃຫ້ມີຄວາມກ້າວໜ້າ ແລະ ສາມາດຜ່ານພົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ສິ່ງທ້າທາຍມາຈາກການແຂ່ງຂັນຂອງມະຫາອຳນາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ລາຄາສິນຄ້າ, ອາຫານ ແລະ ພະລັງງານທີ່ກຳລັງເພີ່ມຂຶ້ນເລື້ອຍໆ.
ທີ່ກອງປະຊຸມລັດຖະມົນຕີສະພາປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29, ຜູ້ນຳອາຊຽນ ໄດ້ເຫັນຄວາມຂອງການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ເພື່ອສະໜັບ ສະໜູນການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນພາກພື້ນອາຊຽນ. ກອງປະຊຸມຍັງໄດ້ສະຫນັບສະຫນູນການສະເຫນີສ້າງຕັ້ງເຄືອຂ່າຍຫມູ່ບ້ານອາຊຽນ ເພື່ອເສີມຂະຫຍາຍການສ້າງເຄືອຂ່າຍ ບ້ານຕໍ່ບ້ານ ໃຫ້ທົ່ວອາຊຽນ.
ກອງປະຊຸມໄດ້ເຫັນດີເພີ່ມທະວີການປົກປ້ອງປະຊາຊົນອາຊຽນ ແລະ ຄາດຫວັງວ່າ ຖະແຫຼງການອາຊຽນ ວ່າດ້ວຍ ການປົກປ້ອງຜູ້ອອກແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ ໃນສະຖານະການສຸກເສີນ ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການຈັດຈ້າງ ແລະ ປົກປ້ອງແຮງງານເຄື່ອນຍ້າຍໃນເຮືອປະມົງ ຈະຖືກຮັບຮອງ ທີ່ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 42.
ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄດ້ຮັບຊາບການສືບຕໍ່ພະຍາຍາມ ປະຕິບັດຄຳໝາຍໝັ້ນຂອງອາຊຽນ ເພື່ອແກ້ໄຂວຽກງານການປ່ຽນແປງດິນຟ້າອາກາດ ລວມທັງຜົນສຳເລັດໃນການສ້າງຕັ້ງໜ່ວຍງານຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນ, ທີ່ເປັນການປະຕິບັດຕາມສັນຍາອາຊຽນ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ.
