ກອງປະຊຸມລັດຖະມົນຕີສະພາປະ ຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 25 ແລະ ກອງປະຊຸມ ປິ່ນອ້ອມໄດ້ຈັດຂຶ້ນໃນວັນທີ 31 ມີນານີ້ ທີ່ ປະເທດບຣູໄນດາລູຊາລາມ ພາຍໃຕ້ຄໍາຂວັນ: ພວກເຮົາຫ່ວງ ໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນຮຸ່ງເຮືອງ ຊຶ່ງຄະນະຜູ້ແທນລາວນຳໂດຍ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍມີທ່ານລັດ ຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ລວມທັງ ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ເສຣິ ພາດູກາ ຮາຈິ ອາບິດິນ ລັດຖະມົນ ຕີກະຊວງວັດທະ ນະທຳ, ຊາວໜຸ່ມ ແລະ ກິລາ ແຫ່ງບຣູໄນ ດາລູຊາລາມ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ໃນຫຼາຍບັນຫາ ໃນນັ້ນໄດ້ພິຈາລະ ນາຮັບຮອງບັນດາເອກະສານສຳຄັນຂອງອາຊຽນ ທີ່ຂະແໜງການກ່ຽວ ຂ້ອງພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ສປປ ລາວ ໄດ້ຄົ້ນຄວ້າພິຈາລະນາຄົ້ນຄວ້າລະອຽດ ເພື່ອ ສະເໜີໃຫ້ຜູ້ນຳອາຊຽນຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 38 ແລະ ກອງ ປະຊຸມສຸດຍອດທີ່ກ່ຽວຂ້ອງ.
ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ສປປ ລາວ ເຫັນດີສະໜັບສະໜູນ ກ່ຽວກັບບັນດາວຽກງານບຸລິ ມະສິດ ແລະ ຂໍ້ລິເລີ່ມຕ່າງໆ ຊຶ່ງເຫັນວ່າເໝາະສົມກັບໄລຍະນີ້ ທີ່ສະເໜີໂດຍປະທານອາຊຽນບຣູໄນ ດາລູ ຊາລາມ ເພື່ອພ້ອມກັນຊອກຫາວິທີການຕ່າງໆ ສະແດງເຖິງຄວາມຫ່ວງໃຍເອົາໃຈໃສ່ ແລະ ສ້າງຄວາມກຽມ ພ້ອມ ເພື່ອເຮັດໃຫ້ພົນລະເມືອງອາຊຽນມີຄວາມວັດທະນາຖາວອນ. ພ້ອມທັງ, ຮັບຊາບ ແລະ ຕີລາຄາສູງ ຕໍ່ບົດລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30 ໂດຍການສຸມ ໃສ່ສະຕິປັນຍາ ແລະ ເຫື່ອແຮງຂອງບັນດາເຈົ້າໜ້າທີ່ອາວຸໂສປະຊາ ຄົມວັດທະນະທຳ-ສັງຄົມ ອາຊຽນ ແລະ ການສະໜັບສະໜູນຈາກກອງເລຂາອາຊຽນ ອັນໄດ້ເຮັດໃຫ້ກອງປະຊຸມລັດຖະ ມົນຕີສະພາ ປະຊາຄົມວັດທະ ນະທຳ-ສັງ ຄົມອາຊຽນ ເປັນເວທີປຶກສາຫາລືທີ່ຈະເຕັມໄປດ້ວຍໝາກຜົນ ແລະ ທິດຊີ້ນໍາ ຍຸດທະສາດທີ່ມີ ຄວາມໝາຍສໍາຄັນເພື່ອໄປປະຕິບັດ ແລະ ຈັດຕັ້ງໃຫ້ປະກົດຜົນເປັນຈິງ. ຕໍ່ກັບບັນດາເອກະສານອາຊຽນ ໃນຂົງເຂດວຽກງານເສົາຄ້ຳວັດທະ ນະທຳ-ສັງຄົມອາຊຽນ ປີ 2021, ສປປ ລາວ ຂໍສະແດງຄວາມເປັນ ເອກະພາບໃນການສະເໜີເອກະສານເຫຼົ່ານັ້ນ ທີ່ໄດ້ຍົກຂຶ້ນມາປຶກສາຫາລື ແລະ ຮັບຮອງກັນແລ້ວຢູ່ແຕ່ລະ ກອງປະຊຸມຂອງບັນດາລັດຖະ ມົນຕີຂະແໜງການກ່ຽວຂ້ອງ. ດັ່ງນັ້ນ, ຕໍ່ກັບບັນດາເອກະສານທີ່ໄດ້ຖືກຕົກລົງ ເຫັນດີມາແລ້ວນັ້ນ ແມ່ນຈະສືບຕໍ່ສະເໜີໄປຍັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ ກອງປະຊຸມສຸດ ຍອດທີ່ກ່ຽວ ຂ້ອງ ເພື່ອໃຫ້ຜູ້ນໍາອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ.
ສປປ ລາວ ໄດ້ປະຕິບັດພັນທະປະກອບສ່ວນຢ່າງເປັນປົກກະຕິ ແລະ ເປັນໄປຕາມຍຸດທະສາດ ທິດທາງລວມ ແລະ ຈຸດຢືນຂອງອາຊຽນ. ໂດຍສະເພາະ, ເພື່ອເພີ່ມທະວີຄວາມເອົາໃຈໃສ່ ແລະ ຮັດແໜ້ນ ການເຮັດວຽກຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ຕໍ່ກັບວຽກງານ ການປູກຈິດສຳນຶກໃຫ້ແກ່ປະຊາຊົນອາຊຽນ ກ່ຽວກັບຜົນກະທົບ ແລະ ຜົນເສຍຫາຍຈາກການລະ ບາດຂອງ ພະຍາດໂຄວິດ-19, ບັນດາຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄ້ຳວັດທະນະທຳ – ສັງຄົມອາຊຽນ. ສປປ ລາວ ໄດ້ເຮັດໜ້າທີ່ອັນສໍາຄັນໃນການຫຼຸດຜ່ອນ ແລະ ຜ່ອນຜັນຜົນກະທົບດ້ານຕ່າງໆຈາກ ການລະບາດ ໂຄວິດ-19 ຊຶ່ງສື່ມວນຊົນຂອງ ສປປ ລາວ ກໍໄດ້ເອົາໃຈໃສ່ປະຕິບັດໜ້າໃນການເຜີຍ ແຜ່ບັນດາຄຳສັ່ງຄໍາ ແນະນຳ ແລະ ຂໍ້ມູນຂ່າວສານທີ່ເປັນປະໂຫຍດເປັນຈິງໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ ໃນເວລາມີການລະ ບາດຮ້າຍແຮງ, ໃນຂະນະດຽວກັນນັ້ນ, ຄະນະຊ່ຽວຊານດ້ານການແພດ ກໍໄດ້ສຸມໃສ່ຄວາມພະຍາຍາມປະ ກອບສ່ວນເຂົ້າໃນວຽກງານຮັກສາປິ່ນປົວ ກໍລະນີທີ່ຜູ້ຕິດເຊື້ອພະຍາດທີ່ເກີດມີຢູ່ພາຍໃນປະເທດພ້ອມນັ້ນ, ລັດ ຖະບານລາວໄດ້ມີການນໍາພາຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ຕໍ່ບັນດາມາດຕະການປ້ອງກັນ ແລະ ສະກັດ ກັ້ນຢ່າງຈິງຈັງ ແລະ ເປັນປົກກະຕິ ໃນຕະຫຼອດໄລຍະການເກີດວິກິດການລະບາດພະຍາດໂຄວິດ-19.
Loading...