ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ 2023 ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສິ່ງແວດລ້ອມ ຈາກປະເທດສະມາຊິກອາຊຽນ, ພ້ອມດ້ວຍຮອງເລຂາທິການໃຫຍ່ອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າ ແລະ ຜົນສໍາເລັດໃນການຮ່ວມມືຂອງອາຊຽນດ້ານສິ່ງແວດລ້ອມ ໂດຍສະເພາະສຸມໃສ່ບັນດາຂົງເຂດທີ່ສຳຄັນພາຍໃຕ້ປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ແຜນແມ່ບົດ 2025. ທົບທວນຄືນຄວາມຄືບໜ້າ ແລະ ຜົນສຳເລັດຂອງ 7 ບຸລິມະສິດຍຸດທະສາດ ດ້ານສິ່ງແວດລ້ອມ ທີ່ເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບສິ່ງແວດລ້ອມສະເໜີ ແລະ ວຽກງານຂອງຄະນະບໍລິຫານງານສູນຊີວະນາໆ ພັນອາຊຽນ.
ນອກຈາກນີ້, ກອງປະຊຸມໄດ້ປຶກສາຫາລືຫລາຍບັນຫາສໍາຄັນ ໂດຍເນັ້ນໃສ່ຜົນໄດ້ຮັບໃນການຮ່ວມມືກັນໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືເພື່ອແກ້ໄຂສະພາບແວດລ້ອມໃນຕໍ່ໜ້າຂອງອາຊຽນ, ການໃຫ້ຂໍ້ມູນທີ່ສໍາຄັນກ່ຽວກັບຂົງເຂດບູລິມະສິດ ຂອງປະທານອາຊຽນ 2023 ດ້ານສິ່ງແວດລ້ອມ, ພ້ອມທັງສະເໜີບຸລິມະສິດທີ່ສໍາຄັນສໍາລັບປະທານອາຊຽນ 2024 ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາລັດຖະມົນຕີສິ່ງແວດລ້ອມອາຊຽນ ແລະ ບັນດາຂໍ້ສະເໜີກ່ຽວກັບການຮັບມືກັບບັນຫາສິ່ງແວດ ລ້ອມໃນອາຊຽນ ແລະ ໃນໂລກ.
ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ພາກພື້ນອາຊຽນແມ່ນມີຄວາມອຸດົມສົມບູນໄປດ້ວຍໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ຊີວະນາໆ ພັນ ທີ່ເປັນເງື່ອນໄຂອັນດີໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ແຕ່ໃນໄລຍະຫລາຍທົດສະວັດມານີ້ ອາຊຽນປະສົບກັບຫລາຍບັນຫາໄພພິບັດເກີດຂຶ້ນ ເປັນຕົ້ນ: ການປ່ຽນແປງຂອງດິນຟ້າອາກາດ, ສະພາບນໍ້າຖ້ວມ, ບັນຫາມົນລະພິດ ແລະ ອື່ນໆ ເຮັດໃຫ້ມີຜົນກະທົບຢ່າງຫລວງຫລາຍຕໍ່ສະພາບແວດລ້ອມ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ. ສິ່ງທີ່ເກີດຂຶ້ນບໍ່ໄດ້ສົ່ງຜົນກະທົບແຕ່ປະເທດໜຶ່ງປະເທດດຽວ ແຕ່ມັນໄດ້ສົ່ງຜົນກະທົບໂດຍລວມຕໍ່ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມພັດທະນາ, ເຊິ່ງກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫລາຍ ເພື່ອໃຫ້ຜູ້ແທນກອງປະຊຸມສຸມຄວາມພະຍາຍາມເພື່ອຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມໃນພາກພື້ນ ແລະ ການເຊື່ອມໂຍງເຂົ້າກັບບັນດາເປົ້າໝາຍຂອງວາລະປີ 2030 ເພື່ອການພັດທະນາແບບຍືນຍົງ.
ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງລາວ ສະແດງຄວາມຫວັງວ່າດ້ວຍຄວາມຕັ້ງໃຈ, ຄວາມພະຍາຍາມ, ແລະຄວາມຮັບຜິດຊອບຂອງບັນດາຜູ້ແທນກອງປະຊຸມ, ຈະເຮັດໃຫ້ກອງປະຊຸມສາມາດບັນລຸຂໍ້ຕົກລົງແລະ ສະເໜີນະໂຍບາຍໃໝ່, ຖືກຕ້ອງ, ມີປະສິດທິຜົນ ແລະປະຕິບັດໄດ້ເພື່ອແກ້ໄຂຄວາມກັງວົນດ້ານສິ່ງແວດລ້ອມໃນພາກພື້ນໂດຍສະເພາະຄວາມກັງວົນຂອງບັນດາລັດຖະມົນຕີສິ່ງແວດລ້ອມອາຊຽນ.
ຂ່າວ: ຄໍາກອງ ກິດຕິຄຸນ + ດວງສະຫວັນ ຂັນທະວົງສາ


