ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີບັນດາປະເທດທີ່ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດໃນອະນຸພາກພື້ນແມ່ນ້ຳຂອງ (MOU) ຄັ້ງທີ 14 ໃນວັນທີ 6 ກັນຍາ 2023 ທີ່ ປັກກິ່ງ ສປ ຈີນ, ເປັນປະທານກອງປະຊຸມໂດຍ ທ່ານ ຫວັງ ສຽວຫົງ ທີ່ປືກສາແຫ່ງລັດ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ແລະ ມີຕາງໜ້າຈາກບັນດາປະເທດລຸ່ມແມ່ນ້ຳຂອງເຂົ້າຮ່ວມຄື: ປະເທດ ກຳ ປູເຈຍ, ໄທ, ຫວຽດນາມ ແລະ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC).

ຜູ້ແທນຝ່າຍ ສປປ ລາວ ໄດ້ສະເໜີຕໍ່ກອງປະຊຸມວ່າ: ສປປ ລາວ ໄດ້ຮັບຜົນກະທົບຈາກການລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດຜ່ານ ສປປ ລາວ ຈາກເຂດສາມຫຼ່ຽມຄຳ ອອກໄປຍັງປະເທດທີ່ສາມ ແລະ ຖືກລັກລອບຂົນສົ່ງເອົາສານເຄມີຕົ້ນຈາກປະ ເທດທີ່ສາມຜ່ານ ສປປ ລາວ ເຂົ້າໄປຍັງເຂດທີ່ມີການລັກລອບຜະລິດຢາເສບ ຕິດໃນເຂດສາມຫຼ່ຽມຄຳ ແລະ ຍັງພົບເຫັນອີກວ່າ ທ່າອ່ຽງການເພີ່ມຂຶ້ນຂອງຜູ້ຊົມໃຊ້ຢາເສບຕິດ ປ່ຽນຈາກການຊົມໃຊ້ຢາປະເພດພື້ນເມືອງ ເຊັ່ນ: ຢາບ້າ, ຝິ່ນ, ຄັນຊາ ມາ ເປັນສານສັງເຄາະ ແລະ ຢາເສບຕິດຊະນິດໃໝ່ທີ່ອອກລິດຕໍ່ຈິດປະ ສາດທີ່ຮຸນແຮງ, ເຊິ່ງມີຜູ້ຕິດຢາເສບຕິດ ນັບມື້ນັບຫຼາຍຂຶ້ນ. ພວກຄ້າຂາຍຢາເສບຕິດຈໍານວນໜຶ່ງ ມີທັງຄົນລາວ ແລະ ຄົນຕ່າງປະເທດ ໄດ້ສວຍໂອກາດນໍາໃຊ້ບໍລິການດ່ວນ, ໄປສະນີ, ການບິນ, ການຂົນສົ່ງທາງບົກ ເພື່ອລັກລອບຂົນຢາເສບຕິດທີ່ຜິດກົດໝາຍ ແລະ ສານເຄມີຕົ້ນ ຈາກພາກພື້ນ ແລະ ປະເທດອື່ນ ເຂົ້າມາ ສປປ ລາວ ແລະ ຜ່ານໄປປະເທດທີ່ສາມ ລວມທັງບັນດາປະເທດສະມາຊິກ MOU.

ຕໍ່ໜ້າກັບສິ່ງທ້າທາຍຮ່ວມກັນດັ່ງກ່າວນັ້ນ, ຕະຫຼອດໄລຍະ 30 ປີ ຜ່ານມາ, ນັບຕັ້ງ ແຕ່ ສປປ ລາວ ໄດ້ເຂົ້າຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມ ມືເພື່ອຄວບຄຸມຢາເສບຕິດໃນອະນຸພາກພື້ນແມ່ນ້ຳຂອງ ປີ 1993. ລັດຖະບານ ສປປ ລາວ ກໍໄດ້ເອົາໃຈໃສ່ຖືເອົາການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກບູລິມະສິດທີ່ສຳຄັນຂອງລັດຖະບານ ໂດຍໄດ້ສຸມໃສ່ທຸກກຳລັງແຮງ ທັງພາກລັດ, ເອກະຊົນ ແລະ ຄົນໃນທົ່ວສັງຄົມ ເຂົ້າໃນການແກ້ ໄຂບັນຫາຢາເສບຕິດຢ່າງເອົາຈິ່ງເອົາຈັງ. ປະຈຸບັນ, ສປປ ລາວ ພວມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ໂດຍເນັ້ນໃສ່ 6 ວຽກຈຸດສຸມ.
ນອກຈາກຄວາມພະຍາຍາມໃນການໃຊ້ມາດຕະການຕ່າງໆ ເພື່ອກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານການລັກລອບຄ້າຂາຍຢາເສບຕິດຢູ່ພາຍໃນປະເທດແລ້ວ, ສປປ ລາວ ຍັງໄດ້ເພີ່ມທະວີການຮ່ວມມືກັບບັນດາປະເທດ ສະມາຊິກ MOU ແລະ ບັນດາປະເທດຢູ່ໃນໂລກ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ເພື່ອຮ່ວມມືກັນແກ້ໄຂບັນຫາຢາເສບຕິດ. ສປປ ລາວ ຢືນຢັນຄໍາໝັ້ນສັນຍາທີ່ຈະຮ່ວມມືກັບບັນດາປະເທດສະມາຊິກ MOU ເພື່ອປະຕິບັດບັນດາຈຸດໝາຍຍຸດທະສາດລວມຂອງ MOU ໃນການປ້ອງກັນ, ຕ້ານຢາເສບຕິດ, ປະກອບສ່ວນເຂົ້າຮ່ວມກັບບັນດາປະ ເທດສະມາຊິກໃນອະນຸພາກພື້ນແມ່ນ້ຳຂອງ ເພື່ອພັດທະນາ, ຄວາມໜັ້ນຄົງ ແລະ ຕ້ານໄພຂົ່ມຂູ່ຈາກຢາເສບຕິດ.
ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ MOU ໄດ້ຮ່ວມກັນຮັບຮອງເອົາຖະແຫຼ່ງການປັກກິ່ງ: 3 ທົດສະວັດແຫ່ງຄວາມພະຍາຍາມຮ່ວມມື ເພື່ອສູ້ກັບບັນຫາຢາເສບຕິດໃນອານຸພາກພື້ນແມ່ນ້ຳຂອງ, ຂໍ້ລິເລີ່ມຂອງຈີນ: ກ່ຽວກັບການຮ່ວມກັນແກ້ ໄຂບັນຫາຢາເສບຕິດປະເພດສັງເຄາະໃນປະເທດອານຸພາກພື້ນແມ່ນ້ຳຂອງ ໂດຍປ ະເທດທີ່ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄວບຄຸມຢາເສບຕິດໃນອະ ນຸພາກພື້ນແມ່ນ້ຳຂອງປີ 1993 ແລະ ພ້ອມກັນເຂົ້າຮ່ວມຮັບຊົມງານວາງສະແດງຮູບພາບການເຄື່ອນໄຫວຕະຫຼອດໄລຍະເວລາ 30 ປີ ຂອງບັນດາປະເທດສະມາຊິກ MOU ໃນການຕໍ່ສູ້, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນອະນຸພາກພື້ນແມ່ນ້ຳຂອງ.

ນອກຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ເຂົ້າຮ່ວມກອງເຂົ້າຮ່ວມກອງປະຊຸມສອງຝ່າຍລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ່ 18 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສບັນດາປະເທດທີ່ລົງນາມໃນບົດບັນທຶກຄວາມເຂົ້າໃຈອະນຸພາກພື້ນແມ່ນ້ຳຂອງ (MOU) ທີ່ ປັກກິ່ງ, ສປ ຈີນ ແລະ ໃນປີ 2024 ນີ້ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບຈັດ 2 ກອງປະຊຸມດັ່ງກ່າວຕາມຮອບວຽນ.
ພາບ-ຂ່າວ: ກົມໃຫຍ່ຕຳຫຼວດ