ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມໃນການຈັດຕັ້ງປະຕິບັັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1
(The First Technical Meeting of the Joint Steering Committee of the Lao PDR – UN Sustainable Development Cooperation Framework 2022-2026)”
ໃນວັນທີ 20 ພຶດສະພາ 2022, ທີ່ ໂຮງແຮມ ແລນມາກ ແມ່ຂອງລິເວີຊາຍ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ທີ່ ນະຄອນຫຼວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດ ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຄັ້ງທີ 1 (The First Technical Meeting of the Joint Steering Committee of the Lao PDR – UN Sustainable Development Cooperation Framework 2022-2026) ຫຼື ເອີ້ນວ່າ UNSDCF”, ພາຍໃຕ້ການເປັນປະທານໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ.

ເພື່ອຜັນຂະຫຍາຍການຮັບຮອງຢ່າງເປັນທາງການຂອບການຮ່ວມມື UNSDCF 2022-2026 ໃນປີ 2021 ທີ່ຜ່ານມາ, ກອງປະຊຸມໃນຄັ້ງນີ້ຈຶ່ງມີຈຸດປະສົງເພື່ອເປີດເວທີການປຶກສາຫາລືໃຫ້ແກ່ບັນດາຈຸດປະສານງານຄະນະກໍາມະທິການ (Joint Steering Committee/JSC) ກ່ຽວກັບ ແຜນງານກິດຈະກໍາບູລິມະສິດ ແລະ ບັນດາສິ່ງທ້າທາຍຕ່າງໆພາຍໃຕ້ 4 ຄາດໝາຍຫຼັກຂອງຂອບການຮ່ວມມື UNSDCF 2022-2026 ກໍຄື 1.) ຊີວິດການເປັນຢູ່ທີ່ດີ; 2.) ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; 3.) ການຄຸ້ມຄອງບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ ແລະ 4.) ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການສ້າງຄວາມທົນທານ, ເຊິ່ງກອງປະຊຸມມີຈຸດປະສົງໃນການແລກປ່ຽນບັນດາຄໍາຄິດເຫັນ, ປຶກສາຫາລື ແລະ ການກໍານົດບູລິມະສິດໃນການຈັດຕັ້ງປະຕິບັດຂອບການຮ່ວມມື ແລະ ປະກອບຄໍາເຫັນໃສ່ໃນຮ່າງບົດລາຍງານຄວາມຄືບໜ້າປະຈໍາປີ 2021 ທີ່ຜ່ານມາ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງໃນການຍົກລະດັບຄວາມເປັນເຈົ້າການຂອງພາກລັດໃນການກໍານົດແຜນງານ ແລະ ກິດຈະກໍາການຮ່ວມມືໃຫ້ຈະແຈ້ງຊັດເຈນ, ໄປຕາມທິດຍຸດທະສາດ ແລະ ບູລິມະສິດຂອງລັດຖະບານໃນແຕ່ລະໄລຍະ, ເຊິ່ງແຕ່ລະຂະແໜງການຈໍາເປັນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ນໍາສະເໜີໃສ່ການວາງແຜນວຽກ ແລະ ກິດຈະກໍາໃນຂອບການຮ່ວມມື UNSDCF 2022-2026 ສະບັບໃໝ່ນີ້ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງແຕ່ລະຂະແໜງການ ກໍຄື ຄວາມເລັ່ງທວງຂອງສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນໄລຍະໃໝ່. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນຂອງການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາອົງການເຄືອຂ່າຍ ສປຊ, ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຂອງ ອົງການ ສປຊ ໃນຖານະເປັນຄູ່ຮ່ວມພັດທະນາຫຼັກ ແລະ ໜ້າທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ແລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຮ່ວມກັບລັດຖະບານໃນຫຼາຍຂະແໜງການບູລິມະສິດ ແນໃສ່ການບັນລຸບັນດາຄາດໝາຍ ແລະ ເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກໍຄືການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນອະນາຄົດ.
ຂອບການຮ່ວມມື UNSDCF 2022-2026 ແມ່ນຂໍ້ຕົກລົງຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການເຄືອຂ່າຍ ສປຊ ຢູ່ ສປປ ລາວ ເພື່ອໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ານເຕັກນິກວິຊາການ, ການຂົນຂວາຍທຶນຮອນເຂົ້າໃນວຽກງານການຍົກລະດັບຊີວິດທີ່ດີຂອງປະຊາຊົນ, ເສີມສ້າງຄວາມຮຸ່ງເຮືອງສີວິໄລ, ການປົກຄອງທີ່ດີ ແລະ ລັດແຫ່ງກົດໝາຍ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພທໍາມະຊາດ ແລະ ອື່ນໆ, ຊຶ່ງສອດຄ່ອງກັບບູລິມະສິດ ແລະ ຍຸດທະສາດການສ້າງສາ ແລະ ພັດທະນາປະເທດຊາດຂອງ ສປປ ລາວ, ກໍຄື ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.
ກອງປະຊຸມລະດັບວິຊາການໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມໃນຄັ້ງນີ້ແມ່ນຈະຖືກນໍາໄປລາຍງານຕໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂື້ນໃນທ້າຍປີ 2022 ນີ້.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ