ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026
(The Technical Meeting of the Joint Steering Committee on the Implementation of the UN Sustainable Development Cooperation Framework 2022-2026)
ໃນວັນທີ 21 ມີນາ 2023 ທີ່ ນະຄອນ ຫຼວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 (The Technical Meeting of the Joint Steering Committee on the Implementation of the UN Sustainable Development Cooperation Framework 2022-2026), ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ເເລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ເເລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫຼື UNSDCF 2022-2026; ໂດຍສະເພາະການພິຈາລະນາບົດລາຍງານຜົນການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວ ປະຈຳປີ 2022 ແລະ ແຜນວຽກບູລິມະສິດຮ່ວມ ສຳລັບປີ 2023 ພາຍໃຕ້ 4 ຄາດໝາຍຫຼັກຄື: 1. ຊີວິດການເປັນຢູ່ທີດີ; 2. ຄວາມຈະເລີນຮຸ່ງເຮືອງທີ່ທົ່ວເຖິງ; 3. ການປົກຄອງ ແລະ ການບໍລິຫານລັດດ້ວຍກົດໝາຍ ເເລະ 4. ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ ພ້ອມທັງປຶກສາຫາລືກ່ຽວກັບຂະບວນການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ໃນການກ່າວເປີດກອງປະຊຸມ, ທ່ານ ດາວວີ ວົງໄຊ, ປະທານຮ່ວມ ໄດ້ຢໍ້າຄືນຄວາມສໍາຄັນຂອງຂອບການຮ່ວມມື ລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສປຊ, ໂດຍສະເພາະບົດບາດຂອງທິມງານ ອົງການ ສປຊ ໃນຖານະເປັນຄູ່ຮ່ວມຫຼັກ ທີ່ໃຫ້ການສະ ໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ເເລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດເເຜນງານ ເເລະ ໂຄງການຮ່ວມກັບລັດຖະບານໃນຫຼາຍຂະເເໜງການບູລິມະສິດ ເເນໃສ່ປະກອບສ່ວນເຂົ້າໃນການບັນລຸບັນດາຄາດໝາຍ ເເລະ ເປົ້າໝາຍຂອງເເຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ, ກໍຄືຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເເລະ ບັນລຸເປົ້າໝາຍການພັດທະນາເເບບຍືນຍົງໃນອະນາຄົດ. ພ້ອມກັນນັ້ນ, ທ່ານ ໄດ້ເນັ້ນໜັກເຖິງຄວາມສໍາຄັນ ທີ່ແຕ່ລະຂະແໜງການ ຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານ ເເລະ ນໍາສະເໜີເເຜນວຽກ ເເລະ ກິດຈະກໍາໃນຂອບການຮ່ວມມື ສຳລັບປີ 2023.
ຂອບວຽກການຮ່ວມມືລະຫວ່າງລັດ ຖະບານ ສປປ ລາວ ແລະ ອົງການ ສປຊ ໄດ້ຖືກຮັບຮອງເອົາໃນທ້າຍປີ 2021 ເພື່ອສະໜັບສະໜູນການປະຕິບັດບູລິມະສິດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ, ກໍຄື ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫຼດພົ້ນອອກຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ ໃນປີ 2026.
ກອງປະຊຸມລະດັບວິຊາການໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມໃນຄັ້ງນີ້ແມ່ນຈະຖືກນໍາໄປລາຍງານຕໍໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມ ການຈັດຕັ້ງປະຕິບັດຂອບການຮ່ວມມືເພືື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂືີ້ນໃນທ້າຍ ເດືອນ ພືດສະພາ ທີ່ຈະມາເຖິງນີ້.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ