ໃນຕອນເຊົ້າຂອງວັນທີ 09 ມິຖຸນາ 2022, ສະຖາບັນການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ ພາຍໃຕ້ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT), ໃນຫົວຂໍ້: “ ການຟື້ນຟູການພັດທະນາເສດຖະ ກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ກວມລວມໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 (Sustainable, Inclusive and resilient Socio-Economic Recovery and Growth in the Midst of Pandemic) ”. ໂດຍການເປັນປະທານກ່າວເປີດກອງປະຊຸມຂອງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ ແລະ ວິຊາການ ເຂົ້າຮ່ວມລວມທັງໝົດ 10 ທ່ານ. ກອງປະຊຸມດັ່ງກ່າວນີ້ ໄດ້ດຳເນີນໄປເຄິ່ງວັນໃນຮູບແບບກອງປະຊູມທາງໄກ (Zoom Platform).
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ຮັບຟັງ ແລະ ປຶກສາຫາລືກັນ ກ່ຽວກັບ ວິທີການຟື້ນຟູ ແລະ ພັດທະ ນາເສດຖະກິດ-ສັງຄົມ ໃຫ້ກັບມາມີຄວາມເຂັ້ມແຂງ, ຍືນຍົງ ແລະ ກວມລວມ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນຂອບການຮ່ວມມືຂອງ ອາຊຽນ+3.
ໃນໂອກາດກ່າວເປີດພິທີ, ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຊີ້ໃຫ້ເຫັນກາລະໂອກາດ ແລະ ສິ່ງທ້າທາຍ ທີ່ທົ່ວໂລກກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ ກໍຄື ອະນາຄົດ, ໂດຍສະເພາະຜົນກະທົບທາງດ້ານເສດຖະກິດ ຈາກຂໍ້ຂັດແຍ່ງຕ່າງໆຂອງພາກພື້ນ ກໍຄື ສາກົນ ບວກກັບການປັບໂຕເຂົ້າກັບສະພາບການດໍາລົງຊີວິດໃນຮູບແບບໃໝ່ (New Normal) ໃນໄລຍະໂຄວິດ-19, ເຮັດໃຫ້ການຟື້ນຟູເສດຖະ ກິດພົບກັບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ. ກອງປະຊຸມໄດ້ດຳເນີນເປັນ 02 ວາລະໃນຫົວຂໍ້ດຽວກັນ, ໂດຍການຜັດປ່ຽນກັນນຳພາກອງປະຊຸມຂອງ ທ່ານ ສອນໄຊ ວັນນະໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ ນ. ໄກມະນີ ອໍລະບູນ ຮອງຫົວໜ້າສະຖາບັນການຕ່າງປະເທດ. ເຊິ່ງມີຜູ້ເຂົ້າຮ່ວມນຳສະເໜີບົດຈາກບັນດາປະເທດອາຊຽນ+3 ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ລາດຊະອານາຈັກໄທ, ສ.ສ ຫວຽດນາມ ແລະ ສປປ ລາວ. ໂດຍສ່ວນໃຫ່ຍແມ່ນໄດ້ນຳສະ ເໜີທັດສະນະ, ແນວຄວາມຄິດຕໍ່ກັບການການແກ້ໄຂ ແລະ ຟື້ນຟູສະພາບການພັດທະນາເສດຖະກິດ-ສັງຄົມ ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພາຍຫຼັງການນໍາສະເໜີບົດກໍໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງອອກໃຫ້ແກ່ຫຼາຍໆບັນຫາທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ເພື່ອກ້າວໄປສູ່ການຟື້ນຟູສະພາບເສດຖະກິດ-ສັງຄົມຂອງພາກພື້ນເວົ້າລວມ, ເວົ້າສະເພາະກໍແມ່ນສະພາບເສດຖະກິດຂອງແຕ່ລະປະເທດທີ່ຕົກຕໍ່າຈາກໄພເງິນເຟີ້, ລາຄານໍ້າມັນທີ່ເພິ່ມສູງຂຶ້ນ ແລະ ບັນຫາອື່ນໆ ທີ່ທຸກປະເທດທົ່ວໂລກກໍາລັງປະເຊີນຢູ່ໃນປັດຈຸບັນ ເພື່ອຫຼຸດຜ່ອນຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ ແລະ ເປັນການຊຸກຍູ້ໃຫ້ເສດຖະກິດມີການພັດທະນາໃນທ່າບວກ ເພື່ອການຟຶ້ນຟູທີ່ເຂັ້ມແຂງ ແລະ ຍືນຍົງຕໍ່ໄປໃນອະນາຄົດ.
ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ວັນນະໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ປະສານງານຂອງເຄືອຂ່າຍ NEAT ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ແລະ ປະ ເທດຄູ່ຮ່ວມເຈລະຈາ ໃນຂອບການຮ່ວມມື ອາຊຽນ+3 ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີຕະຫຼອດມາ ແລະ ໃຫ້ຄວາມສໍາຄັນໃນການປະກອບສ່ວນນໍາສະເໜີບົດ ແລະ ເຂົ້າຮ່ວມຕິດຕາມກອງປະຊຸມຕະຫຼອດໄລຍະການເປັນປະທານໝູນວຽນຂອງ ສປປ ລາວ ໃນທ່າມກາງສະພາບຄວາມຫຍຸ້ງຍາກດ້ານເສດຖະກິດທົ່ວໂລກ, ບວກກັບມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຍັງບໍ່ໝົດສິ້ນໄປ. ສິ່ງເຫຼົ່ານີ້, ເປັນສິ່ງສໍາຄັນທີ່ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກໃນເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ຫຼື NEAT ຈະຕ້ອງໄດ້ປະສານສົມທົບກັນ ແລະ ພ້ອມໃຈກັນ ເພື່ອລະດົມຄວາມຄິດ ແລະ ສະເໜີແນະທິດທາງໃນການຈັດຕັ້ງປະຕິບັດຕົວຈິງໃນການສົ່ງເສີມການຮ່ວມມື, ຊອກຫາວິທີໃນການແກ້ໄຂບັນຫາຕ່າງໆຮ່ວມກັນ ແລະ ຮ່ວມກັນຈັດຕັ້ງປະຕິບັດໃຫ້ເກີດມີຜົນປະໂຫຍດສູງສຸດ ແລະ ຍາດແຍ່ງເອົາຜົນສໍາເລັດຕ່າງໆມາສູ່ປະເທດກໍຄືພາກພື້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...