ວັນທີ 13 ເມສາ 2023, ທີ່ແຂວງ ເຊີນລາໄດ້ ຈັດກອງປະຊຸມວິທະຍາສາດ ຂອງກະຊວງປ້ອງກັນປະເທດ ພາຍໄຕ້ຫົວຂໍ້ “ໄຊຊະນະພາກເໜືອຂອງລາວ ປີ 1953 – ຄວາມສຳຄັນທາງປະຫວັດສາດ ແລະ ບົດຮຽນອັນລ້ຳຄ່າ” ໂດຍການເຂົ້າຮ່ວມຂອງ ສະຫາຍທ່ານພົນໂທ ປອ. ເລ ຮຸຍ ຫວີ່ງ (Lê Huy Vịnh) , ກໍາມະການສູນ ກາງພັກ, ເລຂາຄະນະພັກທະຫານສູນ ກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນຳ, ອະດີດການນຳພັກ ແລະ ລັດ, ຄະນະພັກການທະ ຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳແຂວງ ເຊີນລາ ແລະ ບັນດາສະຫາຍນັກຮົບເກົ່າປະຕິວັດ, ວິລະຊົນຂອງກອງທັບປະຊາຊົນ, ພະຍານປະ ຫວັດສາດ, ນາຍ ແລະ ພົນທະຫານ, ພະນັກງານນຳພາບັນຊາບັນດາອົງການ, ກົມກອງທົ່ວກອງທັບ, ບັນດານັກວິທະຍາສາດເຂົ້າຮ່ວມ.

ມີຕາງໜ້າການນຳແຂວງຫົວພັນ ແລະ ແຂວງຊຽງຂວາງ ນອກນັ້ນຍັງມີສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ສະຫາຍວົງໄຊ ອິນທະຄຳ ທີ່ປຶກສາປ້ອງກັນຊາດ ແລະ ພະນັກງານຈຳນວນໜຶ່ງກໍໄດ້ເຂົ້າຮ່ວມ.

ການສຳມະນາຄັ້ງນີ້ໄດ້ແບ່ງເປັນສາມພາກ: ບັນຫາລວມກ່ຽວກັບໄຊຊະນະພາກເໜືອຂອງລາວປີ 1953, ສັນຍາລັກແຫ່ງການຮ່ວມສຳພັນສູ້ຮົບຂອງລາວ ແລະ ຫວຽດນາມ ໃນໄລຍະຕໍ່ສູ້ຕ້ານຈັກກະພັດຝຣັ່ງ ແລະ ຄວາມໝາຍສຳຄັນກ່ຽວກັບບົດຮຽນ ແລະ ປະສົບການ.
ໃນກອງປະຊຸມຄະນະຈັດຕັ້ງໄດ້ຮັບບົດຂຽນ, ການນຳສະເໜີເກືອບ 80 ບົດ ແລະ ໄດ້ແກ້ໄຂ ແລະ ພິມຈຳໜ່າຍເປັນປຶ້ມ ແລະ ໄດ້ຮັບຟັງການນຳສະເໜີດ້ວຍເນື້ອໃນທີ່ອຸດົມສົມບູນປະກອບສ່ວນຊີ້ແຈງຫຼາຍບັນຫາ ແລະ ເນື້ອໃນສຳຄັນ, ໃນນັ້ນມີຫຼາຍຄຳເຫັນ, ການວິເຄາະຢ່າງເລິກເຊິ່ງກ່ຽວກັບໄຊຊະນະພາກເໜືອຂອງລາວປີ 1953.
ໄຊຊະນະພາກເໜືອຂອງລາວໄດ້ສະແດງໃຫ້ເຫັນໝາກຜົນຂອງຄວາມສາມັກຄີອັນໃກ້ຊິດຕິດແທດລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດລາວ- ຫວຽດນາມທັງສາມາດ ເປີດກວ້າງເຂດທີ່ໝັ້ນຂອງກຳລັງຕໍ່ຕ້ານລາວ, ເຊື່ອມຕໍ່ກັບເຂດປົດ ປ່ອຍຂອງຫວຽດນາມ ແລະ ສ້າງທ່າແຮງຍຸດທະສາດທີ່ມີຜົນດີຕໍ່ການປະຕິວັດຂອງສອງປະເທດ.

ກອງປະຊຸມສຳມະນາຄັ້ງນີ້ໄດ້ໃຫ້ບົດ ຮຽນທາງປະຫວັດສາດໂດຍສະເພາະແມ່ນຄົນຮຸ້ນໜຸ່ມໄດ້ເຂົ້າໃຈຢ່າງຈະແຈ້ງເຖິງຄຸນຄ່າປະຫວັດສາດຂອງໄຊຊະນະພາກເໜືອຂອງລາວປີ 1953, ເປັນການໂຄສະນາເຜີຍແຜ່ການສຶກສາອົບຮົມ ປຸກລະດົມ ແລະ ເຊີດຊູມູນເຊື້ອຮັກຊາດໃຫ້ແກ່ພະນັກງານ, ທະຫານຕຳຫຼວດ, ພີ່ນ້ອງຮ່ວມຊາດໃນທົ່ວປະເທດ ແລະ ເພື່ອນຮ່ວມຊາດຢູ່ຕ່າງປະເທດເຂົ້າໃຈຢ່າງຈະແຈ້ງ ແລະ ເຂົ້າໃຈຄຸນຄ່າປະຫວັດສາດຂອງໄຊຊະນະພາກເໜືອຂອງລາວປີ 1953 ຢ່າງຖືກຕ້ອງ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ເມສາ 2023, ຄະນະ ໄດ້ເຄື່ອນໄຫວວາງດອກ ໄມ້ທູບທຽນ ຢູ່ອະນຸສາວະລີປະທານ ໂຮ່ ຈີ ມິນ ກັບປະຊາຊົນບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ, ຫໍໄຫວ້ ປະທານໂຮ່ ຈີ່ ມິນ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊີນລາ, ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄຸກ ເຊີນລາ)ເຂດອານຸສອນສະຖານປະຫວັດສາດແຫ່ງຊາດ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ