ກອງປະຊຸມວຽກງານສາທາລະນະສຸກທົ່ວແຂວງຈຳປາສັກໄຂຂຶ້ນຢ່າງເປັນທາງການຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ, ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ມີພະແນກການ-ກົມກອງ, ພະນັກງານແພດ-ໝໍ ອ້ອມຂ້າງແຂວງ, ຄະນະນຳນະຄອນ-ເມືອງ, ຂະແໜງສາທາລະນະສຸກທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການໂດຍກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມສຳຄັນເຊິ່ງຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສະຫຼບຕີລາຄາວຽກງານສາທາລະນະສຸກຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ແລກປ່ຽນດ້ານວິຊາການເພື່ອປັບປຸງແກ້ໄຂວຽກງານສາທາລະນະສຸກໃຫ້ດີຂຶ້ນ ລວມທັງບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຕືມອີກ.
ກອງປະຊຸມຄັ້ງນີ້ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2021 ແລະ ທິດທາງແຜນປະຈຳປີ 2022 – ສະເໜີ ໂດຍ ດຣ ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ໃຫ່ຮູ້ວ່າ ທົວແຂວງ ມີໂຮງໝໍແຂວງ 01 ແຫ່ງ ປະກອບມີ 250 ຕຽງ
– ມີໂຮງໝໍຊຸມຊົນປະເພດ ( ກ ) 04 ແຫ່ງ ປະກອບມີ ໂຮງໝໍຊຸມຊົນປາກຊ່ອງ, ໂຮງໝໍຊຸມຊົນຈຳປາສັກ , ໂຮງໝໍຊຸມຊົນເມືອງໂຂງ ແລະໂຮງໝໍຊຸມຊົນມຸນລະປາໂມກ
– ມີໂຮງໝໍຊຸມຊົນປະເພດ ( ຂ ) 05 ແຫ່ງ
– ສູນບໍລິການສຸຂະພາບ ນະຄອນປາກເຊ 01 ແຫ່ງ
– ມີໂຮງໝໍນອ້ຍທົ່ວແຂວງມີ 78ແຫ່ງ:ໂຮງໝໍນ້ອຍປະເພດ (ກ)38 ແຫ່ງໂຮງໝໍນອ້ຍປະເພດ(ຂ) 40 ແຫ່ງ
– ມີໂຮງໝໍເອກກະຊົນ 04 ແຫ່ງ.
– ຈໍານວນຫ້ອງກວດພະຍາດເອກກະຊົນທີໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ 53 ແຫ່ງ , ຮ້ານຂາຍຢາເອກະຊົນ 257 ຮ້ານ.ທີ່ພົ້ນເດັນສາມາດຄວບຄຸມ ແກ້ໄຂການລະບາດພະຍາດໂຄວີດ 19 ໃນລະດັບດີ . ການຕິດເຊື້ອໄດ້ຫຼຸດໜ້ອຍຖອຍລົງ.ເຊິງບໍ່ມີຜູ້ຕິດເຊື້ອເປັນລາ 2 ວັນຄືວັນທີ 14 -15 ກຸມພາ 2022.
ໃນກອງປະຊຸມໄດ້ຜ່ານແຜນປະຕິຮູບວຽກງານສາທາລະນະສຸກຂອງພະແນກສາທາລະນະສຸກແຂວງ, ວຽກງານຄວບຄຸມການລະບາດພະຍາດໂຄວິດ 19 , ການເຊັນບົດບັນທຶກແຂ່ງຂັນຈັດຕັ້ງປະຕິບັດຄາດໝາຍສູ້ຊົນຂອງວຽກງານສາທາລະນະສຸກ 11 ຕົວຊີ້ວັດໃນປິ 2022 ພິເສດໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດການຮັກສາ,ສົ່ງເສີມສຸຂະພາບຂອງປະຊາຊົນຢູ່ແຂວງຈຳປາສັກອີກດ້ວຍ.
ເກດສະໜາ

