ກອງປະຊຸມສະຫລຸບວຽກງານ ສະໜອງສິນເຊື່ອ 4 ຮ່ວມ ເພື່ອແກ້ໄຂຄວາມທຸກຍາກຄັ້ງປະຖົມມະເລີກຂອງແຂວງອຸດົມໄຊ ຈັດຂຶ້ນ ວັນທີ 23 ພຶດສະພາ 2022 ທີ່ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ທອງເພັດ ວົງມະນີ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ມີຜູ້ອຳນວຍການໃຫຍ່ທະນາຄານນະໂນບາຍ, ຫົວຫນ້າກົມ ຈາກກະຊວງກະສິກຳ ແລະ ປ່າໄມ້, ຫົວຫນ້າ ທະນາຄານນະໂຍບາຍ ສາຂາອຸດົມໄຊ, ຄະນະພະແນກ ກະສິກຳ ແລະ ປ່າໄມ້ແຂວງ ຕະຫລອດຮອດຕາງຫນ້າ ພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ, ເມືອງຫລາ ແລະ ເມືອງນາຫມໍ້ ເຂົ້າຮ່ວມ.
ວຽກງານສະໜອງສິນເຊື່ອ 4 ຮ່ວມ ປະກອບມີ: 4 ພາກສ່ວນ ເຊິ່ງຂັ້ນສູນກາງ ມີ ກະຊວງກະສິກຳ ແລະ ປ່າໄມ້, ທະນາຄານນະໂຍບາຍ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ກົມພັດທະນາຊົນນະບົດ ແລະ ສະຫະກອນ ສ່ວນຢູ່ແຂວງອຸດົມໄຊ ປະກອບມີ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍສະເພາະແມ່ນ ກອງທຶນຫລຸດຜ່ອນຄວາມທຸກຍາກຂັ້ນແຂວງ, ທະນາຄານນະໂຍບາຍ,ພະແນກແຜນການ ແລະ ການລົງທຶນແຂວງ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ເຊິ່ງຈຸດປະສົ່ງ ຂອງການເຄື່ອນໄຫວຂອງ 4 ພາກສ່ວນ ແມ່ນແນ່ໃສ່ໃນການສ້າງຕັ້ງກຸ່ມຊາວກະສິກອນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອສົ່ງເສີມ ແລະ ພັດທະນາ ການຜະລິດຢ່າງມີເປົ້າຫມາຍ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເຮັດໃຫ້ປະຊາຊົນ ມີວຽກເຮັດງານທໍາ, ມີລາຍຮັບ ຈາກການຜະລິດກະສິກຳ ເປັນສິນຄ້າ, ເຮັດໃຫ້ຜົນຜະລິດກະສິກຳ ຢູ່ພາຍໃນແຂວງອຸດົມໄຊ ມີຄວາມພຽງພໍກັບຄວາມຕ້ອງການ ໃນການບໍລິໂພກ, ສາມາດແປຮູບຜະລິດຕະພັນ ກະສິກຳ ເພື່ອສົ່ງອອກ . ໂດຍມີຄະນະຮັບຜິດຊອບຂັ້ນເມືອງ, ແຂວງ ແລະ ຂັ້ນສູນກາງ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ. ເຊິ່ງໃນໄລຍະຜ່ານມາ ທົ່ວແຂວງອຸດົມໄຊ ມີທັງຫມົດ 3 ເມືອງ ຄື ເມືອງຫລາ, ເມືອງງາ ແລະ ເມືອງນາໝໍ້ ທີ່ໄດ້ຮັບການຈັດຕັ້ງປະຕິບັດໃນການສ້າງຕັ້ງກຸ່ມ ຜະລິດກະສິກຳ ແລະ ສາມາດສ້າງຕັ້ງໄດ້ທັງຫມົດ 14 ກຸ່ມ ໃນນັ້ນ ກຸ່ມລ້ຽງສັດ 10 ກຸ່ມ ມີສະມາຊິກ 108 ຄົນ ປະກອບມີ ລ້ຽງງົວ, ໝູ, ແບ້, ໄກ່ ແລະ ລ້ຽງປາ ແລະ ປູກຝັງ 4 ກຸ່ມ ມີສະມາຊິກ 49 ຄົນ ປະກອບມີ ປູກສາລີ, ແຂມ ແລະ ປູກໝາກແໜ່ງ. ສາມາດ ປ່ອຍສິນເຊື່ອໄລຍະຍາວໃຫ້ບັນດາກຸ່ມເປົ້າຫມາຍໄດ້ທັງຫມົດ 660 ລ້ານກີບ. ນອກນັ້ນ ຍັງໄດ້ມີການຝຶກອົບຮົມ ໃຫ້ບັນດາກຸ່ມ ໂດຍສະເພາະແມ່ນ ເຕັກນິກການລ້ຽງ ແລະ ສັກຢາປ້ອງກັນພະຍາດ, ການຄຸ້ມຄອງບໍລິຫານກຸ່ມ ແລະ ການບໍລິຫານເງິນເບື້ອງຕົ້ນ. ສ່ວນທິດທາງແຜນການໃນປີ 2022 ນີ້ ແຂວງອຸດົມໄຊ ຈະໄດ້ສືບຕໍ່ເຄື່ອນໄຫວວຽກງານ 4 ຮ່ວມຢ່າງເປັນປົກກະຕິ ໂດຍສະເພາະແມ່ນຈັດກອງປະຊຸມ ສະຫລຸບວຽກງານ ແຕ່ລະໄລຍະ, ລົງຕິດຕາມ, ຊຸກຍູ້ວຽກງານຕົວຈິງຂອງບັນດາກຸ່ມ ພ້ອມທັງສ້າງແຜນສິນເຊື່ອ ໃນການປ່ອຍໃຫ້ບັນດາກຸ່ມເປົ້າຫມາຍ ຄົບຕາມຈຳນວນ.
ໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ 4 ຮ່ວມ ກໍຄື ການຕິດຕາມ, ຊຸກຍູ້ ການເຄື່ອນໄຫວຂອງກຸ່ມ ຊາວກະສິກອນ ຢູ່ພາຍໃນແຂວງອຸດົມໄຊ ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.
ຂ່າວ: ຄານມະນີ ຮຽນດໍຈັນ

