ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດທີ່ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ແລະ ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ຫຼືເອີ້ນວ່າກອງປະຊຸມສອງສະພາທີ່ພວມດຳເນີນວຽກງານຢູ່ໃນປັດຈຸບັນນີ້ວ່າ: ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມ ແລະຕິດຕາມກອງປະຊຸມສອງສະພາແຫ່ງຊາດຈີນເປັນຄັ້ງທີ 3 ຕິດຕໍ່ກັນ ເຊິ່ງເປັນກອງປະຊຸມສອງສະພາແຫ່ງຊາດຈີນທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເນື່ອງຈາກເປັນການເປີດກອງປະຊຸມສອງສະພາແຫ່ງຊາດພາຍຫຼັງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບ ຮອບ 100 ປີໃນປີກາຍນີ້ ພ້ອມທັງເປັນການຄຳນັບຮັບຕ້ອນແລະກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນໃນທ້າຍປີ 2022 ນີ້.
ທ່ານທູດລາວມີຄຳເຫັນຕື່ມວ່າ: ກອງປະຊຸມສອງສະພາແຫ່ງຊາດຂອງຈີນໃນປີນີ້ ເປັນການສະຫຼຸບການປະຕິບັດວຽກງານຕ່າງໆຂອງລັດຖະບານຈີນ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ແລະວິໄສທັດ 2035 ພ້ອມທັງເປັນໂອກາດອັນດີໃຫ້ແກ່ພວກເຮົາໃນການສຶກສາ ແລະຖອດ ຖອນບົດຮຽນດ້ານວຽກງານພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ກໍ່ຄືການສ້າງສາພັດທະນາປະເທດຊາດຈີນ ໃຫ້ບັນລຸເປົ້າໝາຍສ້າງສັງຄົມນິຍົມຕາມສີສັນຈີນທີ່ທັນສະໄໝ, ເຂັ້ມແຂງ, ມີປະຊາທິປະ ໄຕ, ຄວາມສີວິໄລ, ປອງດອງ ແລະສວຍງາມ.
ໃນໂອກາດນີ້, ທ່ານທູດລາວປະຈຳປະເທດຈີນຍັງໄດ້ອວຍ ພອນໃຫ້ກອງປະຊຸມສອງສະ ພາແຫ່ງຊາດຂອງຈີນໃນປີນີ້ ຈົ່ງປະສົບຜົນສໍາເລັດຕາມຈຸດປະສົງແລະລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ຂ່າວ;ພາບ: ປອງໄຕ ຈະເລີນສຸກ