ວັນທີ 3 ພຶດສະພາ 2022 ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດກອງ ປະຊຸມສະຫລຸບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຫັນຫາຢາເສບຕິດ ປະຈຳໄຕມາດ ທີ 1 ແລະ ວາງທິດທາງ ປະຈຳໄຕມາດ ທີ 2 .

ໃຫ້ກຽດເປັນປະທານ ໂດຍ ສະຫາຍ ອຸດອນ ສີງດາລາ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງລ້ອງແຈ້ງ, ມີສະຫາຍ ຮອງເລຂາຄະນະພັກເມືອງ, ຄະນະປະຈຳພັກເມືອງ, ຄະນະສະເພາະກິດປະຕິບັດວາລະແຫ່ງຊາດ ຂັ້ນເມືອງ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ-ປກຊ ເມືອງ ຕະຫຼອດຮອດນາຍ ແລະ ພົນທະຫານ-ຕຳຫຼວດ, ຕາງໜ້າກອງກໍ່ສ້າງຮາກຖານການເມືອງ 913 ປະຈຳເມືອງ ແລະ ຫົວໜ້າຫ້ອງການທີ່ໄດ້ຮັບເຊີນ ເຂົ້າຮ່ວມ.


ສະຫາຍ ຄຳໝັ້ນ ພີມມະວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ລາຍງາຍໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ ຜ່ານມາ ກອງບັນຊາການ ປກສ ເມືອງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບພາກສ່ວນກ່ຽວຂ້ອງຕິດຕາມ,ກວດກາເປົ້າໝາຍຄ້າ-ຂາຍຢາເສບຕິດ ຊື່ງໄດ້ກວດຄົ້ນເຄຫາສະຖານ,ເລີກຮື້ເປົ້າໝາຍໄດ້1ເລື່ອງ ພົບຂອງກາງທີ່ຜິດກົດໝາຍປະເພດຢາບ້າ ຈຳນວນ 499 ເມັດ ແລະ ໂທລະສັບ1 ເຄື່ອງ ພ້ອມດ້ວຍຜູ້ຖືກຫາ 3 ຄົນ, ໄດ້ເກັບກຳບັນຊີບັນດາເປົ້າໝາຍຄ້າ-ຂາຍ ແລະ ເສບຢາເສບຕິດ ໃນທົ່ວເມືອງລ້ອງແຈ້ງ ມີເປົ້າໝາຍທັງໝົດ 180 ຄົນ, ຍີງ 26 ຄົນ ໃນນັ້ນມີເປົ້າໝາຍຄ້າ-ຂາຍ ຢາເສບຕິດ 21ຄົນ ຍີງ 2 ຄົນ, ເປົ້າໝາຍເສບຢາບ້າ ມີ 145 ຄົນ, ຍີງ 20 ຄົນ ແລະ ເປົ້າໝາຍເສບຢາຝີ່ນ ມີ 14 ຄົນ ຍີງ 4 ຄົນ ພ້ອມກັນນັ້ນກໍ່ຍັງຍົກໃຫ້ເຫັນດ້ານດີດ້ານອ່ອນ,ຂໍ້ຫຍຸ້ງຍາກ ແລະບົດຮຽນທີ່ຖອນຖອນໄດ້.


ຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ເພື່ອສຸ່ມໃສ່ປັບປຸ່ງແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້າ ໄດ້ຮັບຜົນດີຂື້ນກວ່າເກົ່າ,
ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕີບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ຮັບຜົນສຳເລັດຕາມຄາດໝາຍ ສະຫາຍ ອຸດອນ ສີງດາລາ ເລຂາພັກເມືອງເຈົ້າເມືອງລ້ອງແຈ້ງ ໃນນາມປະ ທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ກໍ່ໄດ້ຕາງໜ້າຄະນະບໍລິຫານງານພັກເມືອງ ສະແດງຄວາມຊົມເຊີຍຜົນງານອັນຫຍີ່ງໃຫຍ່ ຜົນງານທີ່ມີກຽດ ທີ່ກຳລັງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດ ແກ້ໄຂບັນຫາຢາເສບຕິດ ຂອງເມືອງຍາດມາໄດ້, ພ້ອມທັງໄດ້ຮຽກຮ້ອງມາຍັງຄະນະສະເພາະກິດ ,ກອງບັນຊາການ ປກສ-ປກຊ ເມືອງ ເພີ່ມທະວີຂອດການປະສານງານກັນ ໃຫ້ກົມກຽວ, ມີຄວາມເປັນເອກະພາບສູງ ພ້ອມກັນເອົາໃຈໃສ່ສ້າງຄວາມຮັບຮູ້-ເຂົ້າໃຈ ຕໍ່ຜົນຮ້າຍຂອງຢາເສບຕິດ ແລ້ວນຳໄປສຶກສາອົບຮົມ ໂຄສະນາເຜີຍແຜ່ ໃຫ້ສັງຄົມ ແລະ ກຸ່ມເປົ້າໝາຍ ເຂົ້າໃຈ , ສຳລັບບົດສະຫລຸບປະຈຸບັນເຫັນວ່າເປັນວຽກງານຂອງ ກອງບັນຊາການ ປກສ ເມືອງສະນັ້ນໃນຕໍ່ໜ້າໃຫ້ ປັບເປັນຂອງຄະນະສະເພາະກິດ ແລະ ປັບປຸງຂີດຄວາມສາມາດໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂື້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເຂັ້ມງວດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ,ປອດໄພ ສ້າງເງື່ອນໄຂເອື້ອອຳນວຍ ຄວາມສະດວກ ໃຫ້ພໍ່ແມ່ປະຊາຊົນ ບັນດາເຜົ່າ ໄດ້ຮັບການພັດທະນາ ດີຂື້ນ ຢ່າງຕໍ່ເນື້ອງ.
ຂ່າວ-ພາບ: ອານຸສອນ