ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 28 ກຸມ ພາ 2022, ທີ່ ກະຊວງການຕ່າງປະເທດ, ຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະ ຈຳປີ 2021 ຂອງຕົນຂຶ້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະ ການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະ ຫາຍຄະນະພັກກະຊວງ, ເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກ ຈາກຫ້ອງການ ແລະ ບັນດາກົມຕ່າງໆ ຂອງກະຊວງການຕ່າງປະເທດ, ແຂກຖືກເຊີນ ຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈຳນວນໜຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້, ສະຫາຍ ໄມບົວ ໄຊຍະວົງ, ກໍາມະການຄະນະ ພັກກະຊວງ, ຮອງເລຂາຄະນະບໍ ລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານບົດສະຫຼຸບ ກ່ຽວກັບ ການເຄື່ອນໄຫວວຽກງານຂອງຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ປະຈຳປີ 2021 ແລະ ທິດທາງແຜນການໃນປີ 2022, ໂດຍໄດ້ຕີລາຄາຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງຕັ້ງໜ້າ ພ້ອມທັງຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນມາໄດ້ໃນດ້ານຕ່າງໆ ເຊັ່ນ: ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ດ້ານວຽກງານປັັບປຸງ ກໍ່ສ້າງການຈັດຕັ້ງ, ດ້ານການເມືອງ-ແນວຄິດ, ດ້ານວຽກງານວິຊາສະເພາະ, ດ້ານວຽກງານຂະບວນການ ແລະ ອື່ນໆ. ພິເສດ, ໃນດ້ານວຽກງານຊາວໜຸ່ມ 4 ບຸກ (ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ) ຊຶ່ງຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ໄດ້ມີຄວາມເອົາໃຈໃສ່ຢ່າງໜັກແໜ້ນໃນການຈັດຕັ້ງແຂ່ງຂັນ ຈົນໄດ້ຮັບນາມມະຍົດຊາວໜຸ່ມ ປປລ 4 ບຸກ ເຖິງ 3 ສະໄໝຕິດຕໍ່ກັນ ແລະ ຍັງສາມາດຍາດມາໄດ້ທຸງໄຊນຳໜ້າຂະບວນການແຂ່ງ ຂັນ 4 ບຸກ ໃນວັນທີ 08 ມັງກອນ 2020 ຜ່ານມາ. ອັນພົ້ນເດັ່ນໃນປີ 2021 ນີ້ ທ່າມກາງທີ່ທົ່ວປະເທດປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່, ຊາວໜຸ່ມກະຊວງການຕ່າງປະເທດໄດ້ສຸມໃສ່ສ້າງຂະບວນ ການ ແລະ ມີນໍ້າໃຈເສຍສະຫຼະຊ່ວຍເຫຼືອສັງຄົມ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ປະກອບສ່ວນຊ່ວຍເຫຼືອແບ່ງເບົາສັງຄົມ ແລະ ອື່ນໆ ພາຍໃຕ້ຄໍາຂັວນ “ພະນັກງານກະຊວງການຕ່າງປະເທດ ຂໍເປັນກໍາລັງໃຈໃຫ້ນັກຮົບຊຸດຂາວ” ໂດຍໄດ້ມອບອຸປະກອນການແພດ ແລະ ເຄື່ອງຊ່ວຍເຫຼືອໃຫ້ແກ່ບັນດາໂຮງໝໍສູນກາງ, ໂຮງໝໍເມືອງ ແລະ ພາກສ່ວນພາຍນອກຕ່າງໆຫຼາຍກວ່າ 10 ຄັ້ງ, ເປັນຈຸດປະສານງານໃນການຮັບເອົາການຊ່ວຍ ເຫຼືອຢາວັກຊິນປ້ອງການພະຍາດໂຄວິດ-19 ຈາກຕ່າງປະເທດ ແລະ ເຂົ້າຮ່ວມພິທີມອບ-ຮັບຢາວັກຊິນ ໃນແຕ່ລະຄັ້ງ, ປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມທັງໝົດ 4 ຄັ້ງ, ດ້ວຍຄວາມສະໝັກໃຈແບບສ່ວນຕົວ ແລະ ຕາມຂະບວນການວັນສໍາຄັນຕ່າງໆ ໂດຍມີຜູ້ເຂົ້າຮ່ວມ 60 ກວ່າສະຫາຍ ແລະ ຂະບວນການອື່ນໆ.
ການຈັດຕັ້ງຂອງຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນປະກອບດ້ວຍ ຄະນະບໍລິ ຫານງານ ຈຳນວນ 17 ສະຫາຍ, ຍິງ 03 ສະຫາຍ, ເຊິ່ງໄດ້ຮັບການແຕ່ງຕັ້ງໂດຍການລົງຄະແນນສຽງຜ່ານກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ XI ຂອງກະຊວງການຕ່າງປະເທດ; ພ້ອມນັ້ນ, ຄະ ນະບໍລິຫານງານ ຊາວໜຸ່ມກະ ຊວງການຕ່າງປະເທດ ກໍ່ໄດ້ແຕ່ງຕັ້ງບົ່ງຕົວສະມາຊິກຊາວໜຸ່ມ ເຂົ້າໃນຄະນະບໍລິຫານງານຊາວໜຸ່ມກະຊວງ ຕປທ ຊຸດທີ XI ຈໍານວນ 4 ສະຫາຍ, ຍິງ 1 ສະຫາຍ ເພື່ອປ່ຽນແທນບັນດາສະຫາຍຄະນະບໍລິຫານງານທີ່ຖືກໄປປະຈໍາການຢູ່ຕ່າງປະເທດ. ປະຈຸບັນ, ຄະນະບໍລິຫານງານ ຊາວໜຸ່ມກະຊວງການຕ່າງປະເທດ ປະກອບມີ 193 ໜ່ວຍ (ຢູ່ພາຍໃນກະຊວງຈໍານວນ 17 ໜ່ວຍ ແລະ ສໍານັກງານຜູ້ຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດຈໍານວນ 30 ໜ່ວຍ) ແລະ 8 ຮາກຖານ (146 ໜ່ວຍທີ່ຂຶ້ນກັບ). ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະບໍລິຫານງານ ຊາວໜຸ່ມກະຊວງການຕ່າງປະເທດທັງໝົດຈໍານວນ 3.536 ສະຫາຍ, ຍິງ 1.627 ສະຫາຍ.ໃນນີ້, ຢູ່ພາຍໃນຈໍານວນ 284 ສະຫາຍ, ຍິງ 143 ສະຫາຍ; ຊາວໜຸ່ມທີ່ເປັນພະນັກງານຈາກຂະແໜງການອື່ນ, ນັກສຶກສາ ແລະ ຊາວໜຸ່ມທີ່ໄປອອກແຮງງານຢູ່ຕ່າງປະເທດ 3.252 ສະຫາຍ, ຍິງ 1.484 ສະຫາຍ. ໃນໂອກາດດຽວກັນ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ບັນດາຊາວໜຸ່ມຕົວແບບດີເດັ່ນ ຂອງບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ແລະ ໜ່ວຍຊາວໜຸ່ມທີ່ຕ່າງປະເທດ ຈຳນວນ 22 ສະຫາຍ, ຍິງ 7 ສະຫາຍ.
ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນດີເດັ່ນ ໃນການປະຕິບັດວຽກງານຊາວໜຸ່ມ ໃນໄລຍະ 01 ປີຜ່ານມາ, ຊຶ່ງເຫັນໄດ້ວ່າ ຄະນະບໍລິຫານງານຊາວໜຸ່ມກະຊວງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມຂອງຕົນໃຫ້ມີຄວາມຕື່ນຕົວສູງໃນການປະຕິບັດໜ້າທີ່ວຽກງານ ກໍຄືການປະກອບສ່ວນຢ່າງຕັ້ງໜ້າປະຕິບັດສຳເລັດໜ້າທີ່ການເມືອງທີ່ ຄະນະພັກ-ຄະນະນຳກະຊວງ ວາງອອກ. ຄຽງຄູ່ກັນນັ້ນ, ຍັງສະແດງຄວາມຊົມເຊີຍ ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດ ທີ່ໄດ້ສຳເລັດການຈັດກອງປະຊຸມປະເມີນຜົນການດຳເນີນຂໍ້ແຂ່ງຂັນວຽກງານ 4 ບຸກ, ພ້ອມນັ້ນ, ແຕ່ລະໜ່ວຍກໍ່ໄດ້ມີການຄັດເລືອກຊາວໜຸ່ມຕົວແບບດີເດັ່ນປະຈຳໜ່ວຍ ເຊິ່ງເປັນຜູ້ທີ່ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີິໃຫ້ແກ່ສະມາ ຊິກຊາວໜຸ່ມໃນໜ່ວຍຂອງຕົນ, ຊຶ່ງສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ໃນການປັບປຸງກົງຈັກການຈັດຕັ້ງ ກໍຄືການກໍ່ສ້າງຄວາມເຂັ້ມແຂງທາງດ້ານແນວຄິດການເມືອງ, ການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ການຈັດຕັ້ງ ແລະ ວິຊາສະເພາະ ໃຫ້ແກ່ບັນດາສະມາຊິກພາຍໃນໜ່ວຍຕົນ. ໂດຍອີງໃສ່ສະພາບລວມຂອງໂລກ ໃນປັດຈຸບັນນີ້ມີຄວາມສັບສົນ, ສະພາບການສາກົນກໍ່ຍັງສືບຕໍ່ເຄັ່ງຕຶງໃນຫຼາຍພາກພື້ນ ແລະ ຜັນປ່ຽນໄປ ໃນທິດທາງ ທີ່ບໍ່ສາມາດຄາດຄະເນໄດ້, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຍັງສືບຕໍ່ແຜ່ລະບາດໃນທົ່ວໂລກ, ລວມທັງສະພາບເສດຖະກິດຂອງໂລກທີ່ຍັງຕ້ອງໄດ້ຮັບມືອີກໃນຫຼາຍໆດ້ານ ທັງໝົດລ້ວນແຕ່ແມ່ນສິ່ງທ້າທາຍ. ກະຊວງການຕ່າງປະເທດ ມີພາລະບົດບາດ ແລະ ໜ້າທີ່ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ແລະ ເສີມຂະຫຍາຍບົດບາດການຮ່ວມມືກັບສາກົນໃຫ້ນັບມື້ນັບມີທ່າກ້າວຂຶ້ນເລື້ອຍໆ . ດັ່ງນັ້ນ, ຊາວໜຸ່ມກະຊວງການຕ່າງປະເທດໃນຖານະເປັນພະນັກງານຜູ້ສືບທອດຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນຄວາມເປັນແບບ ຢ່າງນຳໜ້າໃນວຽກງານການຕ່າງປະເທດ, ຕັ້ງໜ້າປະຕິບັດວຽກງານ ກໍຄື ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອສາມາດປະກອບສ່ວນເຂົ້າໃນວຽກງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ