ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະຫຼຸບວຽກງານ ຖະເເຫລງຂ່າວ ວັດທະນະທໍາເເລະທ່ອງທ່ຽວ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ອັດລົງດ້ວຍຜົນສໍາເລັດໃນຕອນບ່າຍວັນທີ 24 ມັງກອນ 2023 ຢູ່ຫໍວັດທະນະທໍາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫລັງດໍາເນີນມາເປັນເວລາ2ມື້ເຕັມໂດຍຈັດໃນຮູບເເບບເຊີ່ງຫນ້າເເລະວີດີໂອທາງໄກ ພາຍໃຕ້ການເປັນ ປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະເເຫລງຂ່າວ ວັດທະນະທະນະທໍາ ເເລະ ທ່ອງທ່ຽວ,ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ກິເເກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດປົກຄອງ ແລະ ວັດທະນະທຳ – ສັງຄົມ ,ມີບັນດາ ຮອງລັດຖະມົນຕີ, ຄະ ນະພັກ-ຄະນະນໍາ,ອະດີດຄະນະນໍາ ກະຊວງຖະເເຫລງຂ່າວວັດທະນະທໍາເເລະທ່ອງທ່ຽວ, ບັນດາຮອງເຈົ້າເເຂວງ,ຮອງເຈົ້າຄອງນະຄອນ ,ຄະນະພະເເນກຖະເເຫລງຂ່າວ ວັດທະນະທໍາເເລະທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ຕະຫລອດໄລຍະດໍາເນີນກອງປະຊຸມເປັນເວລາ2ມື້ເຕັມຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫລຸບການຈັດຕັ້ງປະຕິບັດວຽກງານຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງ ທ່ຽວຕະຫລອດໄລຍະປີ2022ຜ່ານມາເເລະວາງທິດທາງເເຜນການໃນປີ 2023 ທີ່ສະເຫນີໂດຍ ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ພ້ອມທັງປະກອບຄໍາ ເຫັນໃສ່ບົດລາຍງານດັ່ງກ່າວຢ່າງມີຈຸດສຸມເເລະເປັນໄປຕາມທິດຊີ້ນໍາຂອງປະທານກອງປະຊຸມດ້ວຍຄວາມຮັບຜິດຊອບສູງ ກົງ ໄປ-ກົງມາ ເເລະ ມີລັກສະນະສ້າງສັນ ເເນໃສ່ເຮັດໃຫ້ວຽກງານ ຖວທ ໃນຊຸມປີຕໍ່ຫນ້າຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບເເລະປະສິດທິຜົນກວ່າເກົ່າ.
ໂອກາດນີ້ ທ່ານກິເເກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ – ສັງຄົມໄດ້ມີ ສະເເດງຄວາມຊົມເຊີຍ ເເລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ຂະເເຫນງ ຖະເເຫລງຂ່າວ ວັດທະນະທໍາເເລະທ່ອງທ່ຽວຍາດ ມາໄດ້ໃນໄລຍະ1ປີຜ່ານມາ ເປັນການປະກອບສ່ວນສຳຄັນເຂົ້າ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເປັນເຈົ້າການປະຕິບັດບົດບາດໜ້າທີ່ ເປັນກະບອກສຽງທີ່ແຫຼມຄົມ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ, ເສີມຂະ ຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ແລະ ສົ່ງເສີມການທ່ອງທ່ຽວ ທາງທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ເປັນທ່າແຮງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຖືເອົາວຽກງານການທ່ອງທ່ຽວ ເປັນເສດຖະກິດປາຍແຫຼມ ເພື່ອປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ໃນການພັດທະນາເສດຖະກິດ – ສັງຄົມ.
ໃນຕອນທ້າຍກອງປະຊຸມ ທ່ານກິເເກ້ວ ໄຂຄໍາພິທູນ ໄດ້ເນັ້ນຫນັກໃຫ້ຄະນະ ພັກ-ຄະນະນໍາ,ສະມາຊິກພັກ,ພະນັກງານ-ລັດຖະກອນທົ່ວຂະເເຫງຖະເເຫລງຂ່າວ ວັດທະນະທໍາເເລະທ່ອງທ່ຽວ ເອົາໃຈໃສ່ຈັດຕັ້ງປະຕິບັດໃນຫລາຍຫນ້າວຽກໃຫ້ຫລາຍຂື້ນກວ່າເກົ່າ ໂດຍສະເພາະຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ, ໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊືມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ ,ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ – ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານສືບທອດປ່ຽນແທນພ້ອມທັງ ເອົາໃຈໃສ່ ປັບປຸງຍົກລະດັບວຽກງານສື່ມວນຊົນ ໃຫ້ທັນສະໄໝ ດ້ວຍການຫັນປ່ຽນ ຈາກລະບົບອະນາລັອກ ໄປສູ່ລະບົບດິຈິຕອນ, ການຂະຫຍາຍຕາໜ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນ ເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໄດ້ຢ່າງທັນການ ເເລະ ອື່ນໆ.
ຂ່າວ: ເດດອາລຸນ ແກ້ວວິໄລວົງ