ກອງປະຊຸມສະຫຼຸບ ແລະ ວາງແຜນການໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ 2022-2023.
ກອງປະຊຸມສະຫຼຸບ ແລະ ວາງແຜນການໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກປະຈຳປີ 2022-2023 ໄດ້ໄຂຂຶ້ນໃນຕອນເຊົ້າມື້ນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຮອງຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ວັນນະສິນ ສົມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະນຳ ແລະ ວິຊາການຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວິທະຍຸກະຈາຍສຽງແຂວງຫົວພັນ, ຫຼວງພະບາງ, ໄຊສົມບູນ ແລະ ແຂວງວຽງຈັນເຂົ້າຮ່ວມ. ເພື່ອສະຫຼຸບຄືນວຽກງານໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກໃນປາງສົງຄາມ ຜ່ານລາຍງານວິທະຍຸ ແລະ ສື່ອອນລາຍໃນປີ 2022 ຜ່ານມາ ແລະ ປືກສາຫາລືວາງແຜນສໍາລັບປີ 2023 ເພື່ອຍົກລະດັບການໂຄສະນາໃຫ້ມີປະສິດທິພາບກວ່າເກົ່າ ເພາະລະເບີດບໍ່ທັນແຕກຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຊັບສິນ, ເນື້ອທີ່ການຜະລິດຂອງປະຊາຊົນລາວ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ. ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ, ກອງປະຊຸມລັກສະນະດຽວກັນນີ້ເຄີຍຈັດຂຶ້ນຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ໃນຕົ້ນເດືອນນີ້ສຳລັບແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.