ກອງປະຊຸມສະໄໝສາມັນຄັ້ງທີ 25ຂອງສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ22 ເມສາ 2022ທີ່ໂຮງແຮມຄຣາວພາຊາ,ນະຄອນຫລວງວຽງຈັນ.ກອງປະຊຸມເທື່ອນີ້ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍເຊິ່ງໄດ້ໄຂຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດກໍາລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີIX ຢ່າງເປັນຂະບວນຟົດຟື້ນທີ່ໄດ້ກໍານົດ 6 ເປົ້າໝາຍໃຫຍ່ແລະ 25 ແຜນວຽກຈຸດສຸມໂດຍສະເພາະແມ່ນເປົ້າໝາຍທີ 3 ກ່ຽວກັບແຜນວຽກຈຸດສຸມເພື່ອພັດທະນາເຂດຊົນນະບົດຫ່າງໄກສອກຫຼີກທີ່ຍັງທຸກຍາກໃຫ້ໄດ້ຮັບການພັດທະນາແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

ກອງປະຊຸມ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ ພອ້ມດ້ວຍບັນດາ ຮອງລັດຖະມົນຕີຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ່ານຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍໃຫ້ການສະໜັບສະໜູນເຊິ່ງເປັນກຳມະການສະພາບໍລິຫານ.ພິເສດໄດ້ມີຜູ້ຕາງໜ້າ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC)ຊຶ່ງລວມຜູ້ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜອ່ນຄວາມທຸກຍາກ ໄດ້ລາຍງານ ຕໍ່ທີ່ປະຊຸມວ່າ: “ຕະຫຼອດໄລຍະ 18 ປີ ຜ່ານມາ (2003-2021) ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ-ລັດຖະບານ ກໍ່ຄືອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການສາກົນ ເພື່ອຊ່ວຍປັບປຸງເງື່ອນໄຂການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ ໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານຢູ່ 11 ແຂວງຄື: ຈໍາປາສັກ(ໄດ້ຖອນອອກໃນປີ2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ,ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148ເມືອງ) ໃນນັ້ນ 44 ເມືອງ ທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002. ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫຼາຍກວ່າ 1.3 ລ້ານຄົນ.
ແຕ່ປີ 2003-2021, ທລຍ ໄດ້ຮັບທຶນທັງໝົດ 210 ລ້ານໂດລາສະຫະລັດ ທີ່ມາຈາກຫຼາຍແຫຼ່ງທຶນ ເຊັ່ນ: ທະນາຄານໂລກ 58,69%, ທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ 20,46%, ລັດຖະບານອົດສະຕາລີ 8,03%, ທຶນລັດຖະບານລາວສົມທົບ 7,62%, ທຶນແກ້ໄຂໄພພິບັດຈາກພະຍຸເກດສະໜາ 3,61% ແລະ ລັດຖະບານຍີ່ປຸ່ນ 1,25% ໃນນັ້ນ ເປັນທຶນກູ້ຢືມຈາກທະນາຄານໂລກ ກວມເອົາ 39,67% ເຫຼືອນັ້ນເປັນການຊ່ວຍເຫຼືອລ້າ. ເຊິ່ງງົບປະມານທັງໝົດໄດ້ຖືກຈັດສັນໃສ່ກິດຈະກໍາການກໍ່ສ້າງ ແລະ ປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆ ຊຶ່ງເປັນສາເຫດຂອງຄວາມທຸກຍາກຢູ່ໃນເຂດຊົນນະບົດ; ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ; ກິດຈະກຳປົກປັກຮັກສາສິ່ງແວດລ້ອມ-ສັງຄົມ; ກິດຈະກຳປັບປຸງຊີວິດການເປັນຢູ່ ແລະ ວຽກງານບໍລິຫານຕ່າງໆ.ມີຈໍານວນ 6.670 ໂຄງການຍ່ອຍ, ໃນນັ້ນ, ມີ 5.796 ໂຄງການຍ່ອຍດ້ານໂຄງລ່າງພື້ນຖານທີ່ຕິດພັນກັບຍຸດທະສາດແລະແຜນພັດທະນາເສດຖະກິດ-ສັງຄົມຂອງ 4 ຂະແໜງການຄື: ການສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ໂຍທາທິການແລະວຽກງານກະສິກໍາ.ມີ 874 ໂຄງການທີ່ກ່ຽວຂ້ອງກັບການຝຶກອົບຮົມ ສ້າງຄວາມເຂັ້ມແຂງ, ຫຼາຍກວ່າ 80% ຂອງໂຄງການຍ່ອຍແມ່ນຕັ້ງຢູ່ບ້ານທຸກແລະ ບ້ານທຸກຍາກທີ່ສຸດ. ຜູ້ຮັບຜົນປະໂຫຍດທັງໝົດ ສ່ວນຫລາຍແມ່ນຊົນເຜົ່າກວາມເຖິງ 73% ແລະ ເປັນແມ່ຍິງກວມເອົາເຄິ່ງໜຶ່ງ. ນອກຈາກນັ້ນ ກໍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ເພື່ອນໍາໃຊ້ເຂົ້າໃນວຽກງານການຄົ້ນຄວ້າຜົນກະທົບຂອງການພັດທະນາທີ່ນໍາໃຊ້ຮູບແບບຊຸມຊົນເປັນເຈົ້າການ ໃນປະເທດກໍາປູ່ເຈຍ, ສປ ຈີນ, ສປປ ລາວ, ໄທ ແລະ ສສ ຫວຽດນາມ.

ເພື່ອເປັນການແກ້ໄຂຄວາມທຸກຍາກລະດັບຄົວເຮືອນ, ທລຍ ໄດ້ເລີ່ມທົດລອງກິດຈະກຳປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ໃນປີ 2012 ເປັນຕົ້ນມາ, ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຂອງ 2 ແຂວງຄື: 4 ເມືອງຂອງແຂວງຫົວພັນ (ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊ່ອນ ແລະ ເມືອງຊຽງຄໍ້), ສ່ວນອີກ 3 ເມືອງແມ່ນຢູ່ແຂວງສະຫວັນນະເຂດ (ເມືອງເຊໂປນ, ເມືອງນອງ ແລະ ເມືອງທ່າປາງທອງ) ມີຈໍານວນກຸ່ມຊ່ວຍເຫຼືອເຊິ່ງກັນແລະກັນ 915 ກຸ່ມ ໄດ້ຮັບການສ້າງຕັ້ງຂຶ້ນ ປະກອບມີສະມາຊິກທັງໝົດ 10.085 ຄົນ ສ່ວນຫລາຍແມ່ນມາຈາກຄອບຄົວທຸກຍາກ ພາຍໃນບ້ານ ເຊິ່ງເປັນການສ້າງໂອກາດໃຫ້ຜູ້ທຸກຍາກສາມາດເຂົ້າເຖິງແຫຼ່ງທຶນ ເພື່ອດຳເນີນກິດຈະກຳສ້າງລາຍຮັບຕາມທ່າແຮງຂອງແຕ່ລະຄອບຄົວ. ພາຍຫລັງມີຜົນສຳເລັດ ກິດຈະກຳດັ່ງກ່າວນີ້ໄດ້ຂະຫຍາຍໄປສູ່ອີກ 3 ແຂວງໃໝ່ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະ ຊຽງຂວາງ ແລະ ຍັງສືບຕໍ່ວຽກງານດັ່ງກ່າວຢູ່ແຂວງຫົວພັນ ໃນບ້ວງເງິນ 22.5 ລ້ານໂດລາສະຫະລັດ ແຕ່ປີ 2020 ຫາປີ 2024.
ຕະຫຼອດໄລຍະ 18 ປີຜ່ານມາເຫັນວ່າ ທລຍໄດ້ປະກອບສ່ວນເຂົ້າໃນແຜນງານຍຸດທະສາດແຫ່ງການເຕີບໂຕແລະລືບລ້າງຄວາມທຸກຍາກແຫ່ງຊາດ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດແລະເປົ້າໝາຍສະຫັດສະວັດຂອງການພັດທະນາຮອດປີ 2015. ເຊິ່ງທາງກອງທຶນ ກໍໄດ້ນໍາໃຊ້ຮູບແບບການພັດທະນາ ໂດຍໃຫ້ປະຊາ ຊົນເປັນເຈົ້າ ມີສ່ວນຮ່ວມໃນການວິເຄາະບັນຫາ, ການວາງແຜນ, ກໍານົດກິດຈະການຂອງໂຄງການ, ຈັດຕັ້ງປະຕິບັດ, ກວດກາ ຕິດຕາມດ້ວຍຊຸມຊົນ ຫຼື ສາກົນເອີ້ນວ່າ: ຮູບແບບ ຊີດີດີ(CDD)” ເຊິ່ງສອດຄ່ອງກັບນະໂຍບາຍ 3 ສ້າງຂອງພັກ-ລັດ ວາງອອກ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ “ຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ”.ໂດຍລວມແລ້ວ ທລຍ ໄດ້ປະກອບສ່ວນເຂົ້າໃນການສ້າງ ແລະ ປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຂອງລັດ ໃນດ້ານຕ່າງໆ ໂດຍຜ່ານຂະບວນການວາງແຜນແບບມີສ່ວນຮ່ວມ ແລະ ຕັດສິນໃຈຄັດເລືອກບຸລິມະສິດຄວາມຕ້ອງການ ຂອງປະຊາຊົນ ຫຼື ສອດຄ່ອງກັບຄຳຂັວນທີ່ວ່າ “ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອຜົນປະໂຫຍດຂອງປະຊາຊົນ”.

ໃນກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນເທື່ອນີ້ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ ໄດ້ກ່າວວ່າ: “ກອງປະຊຸມໃນຄັ້ງນີ້ ເປັນການປະກອບສ່ວນສະຫຼຸບສັງລວມ ສະພາບການແກ້ໄຂຄວາມທຸກຍາກຢູ່ປະເທດເຮົາ ແລະ ຖອດຖອນບົດຮຽນເພື່ອເປັນພື້ນຖານໃຫ້ການຮ່າງຍຸດທະສາດລຶບລ້າງຄວາມທຸກຍາກແຫ່ງຊາດສະບັບໃໝ່ ແລະ ເປັນການທົບທວນຄືນຮູບແບບວິທີການ, ກົງຈັກການຈັດຕັ້ງ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະ 18 ປີຜ່ານມາຂອງ ທລຍ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ ໂຄງການປັບປຸງຊີ ວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ Community Livelihood Enhancement and Resilience Project (CLEAR) ຊຶ່ງເປັນໂຄງການໃໝ່ຂອງ ທລຍ ກໍາລັງສຸມໃສ່ກະກຽມໂຄງການດັ່ງກ່າວ ໂດຍມີຈະເນັ້ນໃສ່ການເຂົ້າເຖິງການບໍລິການຂັ້ນພື້ນຖານສໍາລັບການຜະລິດກະສິກໍາ, ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ ເຊິ່ງປະກອບດ້ວຍ 5 ອົງປະກອບ ຄື: (1) ການໃຫ້ທຶນສະໜັບສະໜູນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ; (2) ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ; (3) ການເຂົ້າເຖິງການບໍລິການດ້ານໂພຊະນາການ; (4) ການຄຸ້ມຄອງໂຄງການ ແລະ ການຕິດຕາມ-ປະເມີນຜົນ; ແລະ (5) ການຕອບສະໜອງທຶນເມື່ອເກີດເຫດການສຸກເສີນ”.