ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າມື້ນີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງ, ຄົ້ນຄ້ວາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະ ນາຍຄວາມສະບັບປັບປຸງ ທີ່ສະເໜີໂດຍທ່ານ ໄພວີ ສີບົວລິພັນ, ລັດຖະມົນຕີກະຊວງຍຸຕິທໍາ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະນາຍຄວາມໃນໄລຍະຜ່ານມາ;ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍທະນາຍຄວາມ; ການກະກຽມປັບປຸງກົດໝາຍວ່າດ້ວຍທະນາຍຄວາມ; ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍ, ຄາດຄະເນຜົນໄດ້ຮັບ ພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຮັບການຮັບຮອງ ແລະ ປະກາດໃຊ້. ຮ່າງກົດໝາຍວ່າດ້ວຍທະນາຍ ຄວາມສະບັບປີ 2016 ທີ່ນໍາໃຊ້ໃນປັດຈຸບັນມີ 11 ພາກ, 14 ໝວດ, 82 ມາດຕາ, ສໍາລັບໂຄງປະກອບຂອງຮ່າງກົດໝາຍສະບັບສະເໜີປັບປຸງຄັ້ງນີ້ປະກອບມີທັງໝົດ 10 ພາກ, 15 ໝວດ, 87 ມາດຕາ ໃນນັ້ນ ໄດ້ປັບປຸງຄໍາສັບ 29 ມາດຕາ, ປັບປຸງເນື້ອໃນ 16 ມາດຕາ, ໄດ້ໂຮມ ສອງພາກເຂົ້າເປັນພາກດຽວກັນ ມີໜຶ່ງພາກ, ໄດ້ເພີ່ມເຂົ້າໃໝ່ 01 ໝວດ, 07 ມາດຕາ, ຮັກສາໄວ້ 35 ມາດຕາ.

ໂອກາດນີ້ທ່ານ ມາຍຟອງ ມາຍຊາຍ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາເຫັນຕໍ່ມາດຕາ 9 ກ່ຽວກັບມາດຕະຖານ ແລະເງື່ອນໄຂຂອງທະນາຍຄວາມຄວນກຳນົດໃຫ້ລະອຽດໂດຍສະເພາະ, ການສອບເສັງເປັນທະນາຍຄວາມ,ໄລຍະເວລາການຝຶກອົບຮົມຂອງທະນາຍຄວາມ ແລະ ອື່ນໆ ເນື່ອງຈາກກົດໝາຍວ່າດ້ວຍທະນາຍຄວາມມີຄວາມສຳຄັນຕໍ່ວຽກງານທະນາຍຄວາມຢູ່ໃນລາວ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລູກຄວາມ, ຮັບ ປະກັນຄວາມຍຸຕິທໍາໃຫ້ແກ່ລູກຄວາມ, ສະໜອງຫຼັກຖານໃຫ້ແກ່ການແກ້ໄຂຄະດີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການຍຸຕິທຳ.

ທ່ານ ນາງ ພອນເພັດ ອຸ່ນແກ້ວ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ປະກອບຄໍາເຫັນຕໍ່ມາດຕາ 3 ຂໍ້ 4 ເວົ້າເຖິງການໃຫ້ບໍລິການທາງດ້ານກົດໝາຍ ໂດຍສະເໜີໃຫ້ເພີ່ມບາງຄໍາສັບເຂົ້າຕື່ມເພື່ອໃຫ້ມີເນື້ອໃນລະອຽດ ແລະຮັດກຸມກວ່າເກົ່າ ທັງສອດຄ່ອງກັບຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ.

ພາຍຫລັງສະມາຊິກສະພາແຫ່ງຊາດສໍາເລັດການປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະນາຍ ຄວາມສະບັບປັບປຸງ ຕາງໜ້າຄະນະຮັບຜິດຊອບປັບປຸງຮ່າງກົດໝາຍໄດ້ໃຫ້ຄວາມກະຈ່າງແຈ້ງ ແລະອະທິບາຍຕື່ມບາງຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ຈາກນັ້ນປະທານກອງປະຊຸມໄດ້ສະຫລຸບສັງລວມການຄົ້ນຄວ້າ ແລະປະກອບຄໍາເຫັນຕໍ່ຮ່າງກົດໝາຍສະບັບນີ້, ສ່ວນຕອນບ່າຍມື້ນີ້ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ສະມາຊິກສະພາແຫ່ງຊາດ ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທະບຽນສານສະບັບປັບປຸງ.

Loading...