ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ມີການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສານ ແລະ ໄອຍະການປະຊາຊົນສູງສຸດ, ອົງການກວດ ກາ ແລະ ກວດສອບແຫ່ງລັດທີ່ນັບຖື ພ້ອມດ້ວຍສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ.
ໂອກາດກ່າວໄຂກອງປະຊຸມທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ຊີ້ໃຫ້ເຫັນວ່າ: ປີນີ້ເປັນປີທໍາອິດທີ່ສະພາແຫ່ງຊາດ ຊຸດທີ9 ໄດ້ສຸມໃສ່ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍສະພາແຫ່ງຊາດໃນທ່າມກາງທີ່ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານ ທີ່ຄາດຄະເນໄດ້ຍາກ ບວກກັບການແຜ່ລະບາດຂອງພະຍາດໂຄວິດ19ມີທ່າອ່ຽງແກ່ຍາວເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ບັນດາປະເທດຕ່າງໆໃນໂລກລວມທັງລາວ. ເຖິງຢ່າງໃດກໍ່ຕາມໃນໄລຍະ10 ເດືອນຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ປຶກສາຫາລືວຽກງານສໍາຄັນຕ່າງໆ, ເປັນເອກະພາບສູງໃນການຕົກລົງວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ; ລັດຖະບານ ໄດ້ເປັນເຈົ້າການຊີ້ນໍາ-ບັນຊາບັນດາອົງການຈັດຕັ້ງລັດທຸກຂັ້ນ ກໍຄືປະຊາຊົນລາວບັນດາເຜົ່າຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດລະບາດຂອງພະຍາດໂຄວິດ19 ຢ່າງຈິງຈັງ, ການແກ້ໄຂໄພພິບັດທໍາມະຊາດ ແລະ ວຽກງານອື່ນໆ ໄດ້ຮັບຜົນສໍາເລັດຫຼາຍດ້ານ; ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນໄດ້ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາປະຈໍາປີ 2021 ສາມາດບັນລຸຄາດໝາຍທາງດ້ານເສດຖະ ກິດມະຫາພາກຈໍານວນໜຶ່ງ, ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ການພົວພັນຮ່ວມມືກັບຕ່າງປະເທດສືບຕໍ່ໄດ້ຮັບການເສີມຂະຫຍາຍຕາມທິດ“ການທູດປ້ອງກັນເຫດ” ຊຶ່ງເຮັດໃຫ້ບົດບາດອິດທິພົນຂອງປະເທດພວກເຮົາໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ. ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ຄັ້ງນີ້ ຈະໄດ້ພິຈາລະນາ ແລະຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດ.
ພາຍຫລັງປະທານສະພາແຫ່ງຊາດກ່າວໄຂກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ພັນຄໍາ ວິພາວັນ,ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີ 2021 ແລະແຜນການປະຈໍາປີ 2022 ໂດຍທ່ານໄດ້ຍົກໃຫ້ເຫັນວຽກງານຈຸດສຸມ ແລະຜົນງານພົ້ນເດັ່ນຫລາຍດ້ານທີ່ລັດຖະບານຍາດມາໄດ້ໃນໄລຍະ 7 ເດືອນຕົ້ນປີ 2021 ຜ່ານມາ ລວມທັງບັນຫາຄົງຄ້າງຈໍານວນໜື່ງທີ່ລັດຖະບານຕ້ອງສືບຕໍ່ປັບປຸງ ແລະແກ້ໄຂໃນຕໍ່ໜ້າ.
ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະການລົງທືນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມປະຈໍາປີ 2021 ແລະແຜນການປະຈໍາປີ 2022, ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດປະຈໍາປີ 2021 ແລະແຜນການປະຈໍາປີ 2022, ບົດສະຫລຸບຂາດຕົວການຈັດຕັ້ງປະຕິ ບັດງົບປະມານປີ 2022 ທີ່ສະເໜີໂດຍ ທ່ານ ບຸນໂຈມ ອຸບົນປະເສີດ,ລັດຖະມົນຕີກະຊວງການເງິນ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາປະຈໍາປີ 2021 ແລະແຜນການປີ 2022, ສຳລັບຕອນບ່າຍຕາມວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ສະ ມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຈະເລີ່ມຕົ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະ ບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງງົບປະມານແຫ່ງລັດ.
ຂ່າວ: ຈັນທະສອນ ສີຫານາດ
May be an image of 1 person, standing and indoor
Loading...