ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າມື້ນີ້ ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ, ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພິພິທະພັນ ຊຶ່ງເປັນກົດໝາຍສ້າງໃໝ່ ສະເໜີໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕິກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ ໃນຂະບວນວິວັດການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ໂດຍສະເພາະໃນທ້າຍປີ 2015 ລັດຖະບານລາວ ໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທຳທີ່ຜິດກົດໝາຍ ແລະ ສົນທິສັນຍາສາກົນວ່າດ້ວຍຊັບສິນທາງວັດທະນະທຳທີ່ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ, ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງມີກົດໝາຍວ່າດ້ວຍພິພິທະພັນທີ່ສອດຄ່ອງ, ຮັດກຸມ, ຄົບຖ້ວນ, ສາມາແຂ່ງຂັນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍຫັນເອົາເນື້ອໃນຂອງສົນທິສັນຍາດັ່ງກ່າວ ເຂົ້າໃນການສ້າງຮ່າງກົດໝາຍວ່າດ້ວຍພິພິທະພັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພິພິທະພັນມີຄວາມສອດຄ່ອງ, ຮັດກຸມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນຂົງເຂດວຽກງານພິພິທະພັນ, ຮ່າງກົດໝາຍວ່າດ້ວຍພິພິທະພັນ ປະກອບມີ 10 ພາກ 10 ໝວດ ແລະ 66 ມາດຕາ.

ທ່ານ ນາງ ໄຊຊົມຊື່ນ ໂພທິສານ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄຳເຫັນໃສ່ມາດຕາ 2, ມາດຕາ 27 ແລະ ມາດຕາ 52 ໂດຍສະເໜີໃຫ້ປັບປຸງບາງຄຳສັບຄືນໃໝ່ ເພື່ອໃຫ້ມີເນື້ອໃນສອດຄ່ອງ ແລະ ຮັດກຸມກວ່າເກົ່າ ເນື່ອງຈາກວຽກງານພິພິທະພັນເປັນວຽກງານທີ່ມີຄວາມສຳຄັນໃນການຄຸ້ມຄອງ, ອະນຸລັກ ແລະ ປົກປັກຮັກສາວັດຖຸບູຮານທີ່ມີຄຸນຄ່າສູງຂອງຊາດ.

ທ່ານ ກໍລະກັນ ພົມມະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ປະກອບຄຳເຫັນໃສ່ມາດຕາ 35 ກ່ຽວກັບການສ້າງຕັ້ງພິພິທະພັນລວມໝູ່ ແລະ ເອກະຊົນ ສະເໜີໃຫ້ຄະນະຮັບຜິດຊອບສ້າງຮ່າງກົດໝາຍຄັດຈ້ອນຄໍາເວົ້າ ລະຫວ່າງ,ແລະ,ກັບ,ຫຼື ຊື່ງຫຼາຍມາດຕາເຫັນວ່າມີຄຳນີ້ຄວນເລືອກເອົາຄຳທີ່ເໝາະສົມທີ່ສຸດຕໍ່ປະໂຫຍດເຫຼົ່ານັ້ນ.

ສ່ວນຕອນບ່າຍ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ຕາມວາລະແລ້ວ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆຈະສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພິພິທະພັນ ຈາກນັ້ນຄະນະຮັບຜິດຊອບສ້າງຮ່າງກົດໝາຍຈະຊີ້ແຈງ ແລະ ອະທິບາຍ ກ່ອນປະທານກອງປະຊຸມຈະສະຫຼຸບສັງລວມການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດຕໍ່ຮ່າງກົດໝາຍວ່າດ້ວຍພິພິທະພັນ.

Loading...