ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 1 ພະຈິກ 2021, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງ ຊາດໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີ 2021 ແລະ ແຜນການປະຈໍາປີ 2022.
ໂອກາດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງ ຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດ ແລະເງິນຕາໄລຍະ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທ້າຍປີ 2021 ແລະແຜນ ການປະຈໍາປີ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະ ມົນ ຕີກະຊວງແຜນການ ແລະການລົງທືນ ຊີ້ໃຫ້ເຫັນວ່າ: ສະພາບການຂະ ຫຍາຍຕົວຂອງເສດຖະກິດ ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວບໍ່ບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງຄື 4 ສ່ວນຮ້ອຍ ໂດຍຄາດຄະເນວ່າຈະຂະຫຍາຍຕົວພຽງແຕ່ 3 ສ່ວນຮ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກພາກພື້ນ ແລະສາກົນ ລວມເຖິງສະພາບການລະບາດຂອງພະຍາດໂຄວິດ19 ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 2.649 ໂດລາສະຫະລັດຕໍ່ປີ ໃນນີ້ຂະແໜງກະສິກຳເພີ່ມຂື້ນ 2,5 ສ່ວນຮ້ອຍ ກວມເອົາ 16,7 ສ່ວນຮ້ອຍ, ຂະ ແໜງອຸດສະຫະກຳເພີ່ມຂື້ນ 4,9 ສ່ວນຮ້ອຍ ກວມ 33,3 ສ່ວນຮ້ອຍ ແລະຂະແໜງບໍລິການເພີ່ມຂື້ນ 1,2 ສ່ວນຮ້ອຍ ກວມ 39,1 ສ່ວນຮ້ອຍ ແລະພາສີອາກອນເພີ່ມຂື້ນ 2,8 ສ່ວນຮ້ອຍ ກວມ 10,4 ສ່ວນ ຮ້ອຍຂອງລວມຍອດຜະລິດຕະພັນພາຍໃນ, ສ່ວນຂະແໜງທີ່ຄາດວ່າຈະຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວແມ່ນຂະແໜງການກໍ່ສ້າງ, ການສື່ສານ, ໄຟຟ້າ, ຂາຍຍົກຂາຍຍ່ອຍ, ການສ້ອມແປງພາຫະນະ ແລະອື່ນໆ.
ສ່ວນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະ ມົນຕີກະຊວງການເງິນ ຊີ້ໃຫ້ເຫັນວ່າ: ແຜນງົບປະມານແຫ່ງລັດປະຈໍາປີ 2021 ເປັນບາດກ້າວເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະແຜນງົບປະ ມານແຫ່ງລັດ 5 ປີ ນັບແຕ່ 2021 ຫາ 2025, ຊື່ງເປັນແຜນທີ່ສະພາບເສດຖະກິດ-ການເງິນ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ ໂດຍສະເພາະນັບແຕ່ເດືອນເມສາເປັນຕົ້ນມາການລະບາດຂອງພະຍາດໂຄວິດ19 ໄດ້ເຮັດໃຫ້ຫລາຍທ້ອງຖີ່ນຢຸດສະຫງັກ ຫລືລ໋ອກດາວ, ບັນດາຫົວໜ່ວຍທຸລະກິດຈໍານວນຫລາຍສືບຕໍ່ໂຈະກິດຈະການຊົ່ວຄາວ ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີນີ້.
ສໍາລັບມື້ອື່ນ (ວັນທີ 2 ພະຈິກ 2021) ຕາມວາລະແລ້ວ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆຈະສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດຕື່ມອີກ.
ຂ່າວ: ຈັນທະສອນ ສີຫານາດ