ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ແລະ ຮັບ ຮອງເອົາວຽກງານຫຼາຍດ້ານ, ໃນຄັ້ງວັນທີ 21 ທັນວາ 2021 ທີ່ສະໂມສອນແຂວງ, ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນເຕັມ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມໂດຍ: ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ທ່ານ ສຸບັນ ສະວະບຸດ ຄະນະປະຈຳສະພາແຫ່ງຊາດ ປະທານກໍາມາທິການວຽກງານສະ ມາຊິກສະພາແຫ່ງຊາດ, ມີບັນດາທ່ານຮອງປະທານສະພາປະຊາ ຊົນແຂວງ, ບັນດາການນຳພັກ- ລັດ, ຫົວໜ້າພະແນກການ- ອົງ ການທຽບເທົ່າຕ່າງໆອ້ອມຂ້າງແຂວງ, ເຈົ້າເມືອງ, ສະມາຊິກສະ ພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14, ສະມາຊິກສະພາປະຊາຊົນແຂວງ, ພະນັກງານອາດີດການນໍາຂອງແຂວງ, ພະນັກງານອາວຸໂສບໍານານ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ.
ຕະຫຼອດໄລຍະການດຳເນີນກອງປະຊຸມ, ບັນດາຜູ້ແທນ, ສະມາ ຊິກສະພາປະຊາຊົນແຂວງ ໄດ້ເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄຳຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນເລີກເຊີ່ງ, ເຖີງຖອງ ແລະ ກວ້າງຂວາງ, ຄົບຖ້ວນ, ສົມບູນ ສາມາດຕອບສະໜອງໃຫ້ແກ່ການນໍາໄປຈັດຕັ້ງປະຕິບັດວຽກງານຕົວຈິງ. ພ້ອມທັງມີຄວາມເປັນເອກະພາບໃນການພິຈາລະນາ, ຮັບຮອງເອົາບັນດາເນື້ອໃນຕ່າງໆທີ່ສຳຄັນຂອງແຂວງ ເປັນຕົ້ນ: ບົດລາຍງານຂອງອົງການປົກຄອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ບົດລາຍ ງານການປະຕິບັດແຜນງົບປະ ມານແຫ່ງລັດ ປີ 2021 ແລະ ທິດທາງແຜນການປີ 2022 ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຊີ້ນໍາ ຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ທັງມີມາດຕະການໃນການພັດທະນາເສດຖະ ກິດ ແລະ ການຄວບຄຸມພະຍາດໂຄວິດ-19 ໄປພ້ອມໆກັນສາມາດຍາດໄດ້ຜົນສໍາເລັດພົ້ນເດັ່ນຫຼາຍດ້ານ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຜົນການກວດກາຕາມຜົນການກວດສອບ ປະຈຳປີ 2019 ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງອົງການກວດກາລັດແຂວງສາລະວັນ, ບົດລາຍງານຜົນການກວດສອບສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020, ບົດສະຫຼຸບການເຄື່ອນໄຫວວຽກງານ ປີ 2021 ແລະ ທິດທາງແຜນການເຄື່ອນໄຫວປີ 2022 ຂອງອົງການກວດສອບ ປະຈຳພາກໃຕ້. ພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022. ໄດ້ຕີລາຄາສູງຕໍ່ສອງອົງການດັ່ງກ່າວ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ດ້ວຍຄວາມຮັບ ຜິດ ຊອບສູງ, ໄດ້ຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະ ບວນຍຸຕິທໍາ ນັບມື້ດີຂຶ້ນ, ເອົາໃຈໃສ່ປັບປຸງກົນໄກການປະສານງານ ກັບພາກສ່ວນກ່ຽວຂ້ອງ ເພື່ອດໍາເນີນຄະດີ ໃຫ້ມີຄຸນນະພາບ, ວ່ອງໄວ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສະພາປະຊາຊົນແຂວງ, ການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງ ຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ.
ພ້ອມນັ້ນ, ກໍ່ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃສ່ນິຕິກຳໃຕ້ກົດໝາຍ 3 ສະບັບ: ຮ່າງຂໍ້ຕົກລົງວ່າດ້ວຍການຕ້ານສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກຸ່ມນໍາໃຊ້ນໍ້າຊົນລະປະທານ ຢູ່ແຂວງສາລະວັນ. ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງ ຕໍ່ບັນຫາພົ້ນເດັ່ນຕ່າງໆ ທີ່ສັງຄົມ ກໍຄື ປະຊາຊົນບັນດາເຜົ່າພາຍໃນແຂວງ ມີຄວາມສົນໃຈຫຼາຍຂອງວຽກງານອົງການປົກຄອງແຂວງ, ວຽກງານອົງການກວດສອບ, ອົງການກວດກາ, ສານ ແລະ ອົງການໄອຍະການປະຊາຊົນແຂວງສາລະວັນ.
ໃນຕອນທ້າຍ, ທ່ານປະທານສະພາປະຊາຊົນແຂວງສາລະວັນ ກໍ່ໄດ້ກ່າວອັດກອງປະຊຸມ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜູ້ແທນ ກໍ່ຄືສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14, ສະພາປະຊາຊົນແຂວງ ທີ່ໄດ້ເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈໃສ່ໃນການຄົ້ນຄວ້າ, ປະ ກອບຄຳຄິດເຫັນ ເຮັດໃຫ້ເນື້ອໃນຕ່າງໆ ມີຄວາມຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນ, ພ້ອມທັງສືບຕໍ່ນຳເອົາເນື້ອໃນກອງປະຊຸມດັ່ງກ່າວ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ, ແກ້ໄຂອຸປະສັກ, ສິ່ງກີດຂວາງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕິດພັນກັບຂະບວນການແຂ່ງຂັນຮັກຊາດພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ ແລະ ແນໃສ່ປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີຜົນສຳເລັດໄປເທື່ອລະກ້າວ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ