ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 5 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນໃສ່ບົດສະເໜີດັ່ງກ່າວ.
ທ່ານນາງ ຈັນສະຫວາດ ບຸບຜາ ກ່າວ ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານໄດ້ເປີດກວ້າງການລົງທຶນໂດຍອະນຸຍາດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃສ່ການພັດທະນາພະລັງງານເຂື່ອນໄຟຟ້າເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ລັດກໍຄືສັງຄົມ ເພື່ອເຮັດແນວໃດໃຫ້ມີແຫຼ່ງຜະລິດໄຟຟ້າ ເນື່ອງຈາກປະເທດເຮົາມີທ່າແຮງ ສະນັ້ນ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ ສົ່ງອອກຂາຍຕ່າງປະເທດເພື່ອນໍາເອົາເງິນຕາເຂົ້າມາພັດທະນາປະເທດ ມາຮອດປະຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ ມີກໍາລັງຕິດຕັ້ງ 10.956,14 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 56.027,07 ລ້ານກິໂລວັດໂມງຕໍ່ປີ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ ທ້ອງຖິ່ນ ແລະ ສັງຄົມ ໄດ້ຫຼາຍພໍສົມຄວນ.
ໃນໄລຍະຜ່ານມາການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນເລີ່ມແຕ່ຂັ້ນຕອນການສໍາຫຼວດ ອອກແບບກໍ່ສ້າງ ແລະ ດໍາເນີນການຍັງບໍ່ທັນມີກົດໝາຍໃດເພື່ອມາຄຸ້ມຄອງເປັນອັນສະເພາະ ສ່ວນໃຫຍ່ຈະເນັ້ນໃສ່ແຕ່ເຕັກນິກຂອງການກໍ່ສ້າງ ບໍ່ໄດ້ເນັ້ນສະເພາະຄວາມປອດໄພຈາກການພັດທະນາ ແລະ ການນໍາໃຊ້ເຂື່ອນ ຜ່ານມາແມ່ນອີງໃສ່ກົດໝາຍວ່າດ້ວຍໄຟຟ້າ ກົດ ໝາຍວ່າດ້ວຍການກໍ່ສ້າງ ແລະ ກົດໝາຍດ້ານສິ່ງແວດລ້ອມ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແຕ່ສັງເກດເຫັນວ່າຍັງມີເນື້ອໃນບໍ່ຄົບຖ້ວນ ບໍ່ຈະແຈ້ງ, ບໍ່ຮັດກຸມ ສະນັ້ນ ຈຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງມີລັກສະນະເມີດ ຫຼື ເມີນເສີຍ ປ່ອຍປະລະເລີຍ ບໍ່ເອົາໃຈໃສ່ຕໍ່ກັບມາດຕະການຮັກສາຄວາມປອດໄພຂອງເຂື່ອນຈຶ່ງເປັນສາເຫດເຮັດໃຫ້ເຂື່ອນຂະໜາດນ້ອຍແຕກພັງຢູ່ແຂວງຊຽງຂວາງໃນໄລຍະຜ່ານມາ ແລະ ທີ່ຮ້າຍແຮງກວ່ານັ້ນແມ່ນການແຕກພັງຂອງຄູກັນນໍ້າ D (Saddle Dam D) ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ໍານ້ອຍທີ່ເກີດຂຶ້ນໃນປີ 2018 ໄດ້ສ້າງຜົນກະທົບໃຫ້ແກ່ຊີວິດຈິດໃຈ, ສຸຂະພາບ ແລະ ຊັບສິນຂອງພົນລະເມືອງ ແລະ ສິ່ງແວດລ້ອມຫຼາຍພໍສົມຄວນ ຕໍ່ບັນຫາດັ່ງກ່າວໂດຍໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຊ່ວຍເຫຼືອ ແກ້ໄຂ ແລະ ຟື້ນຟູປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຈາກເຫດການດັ່ງກ່າວກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ດໍາເນີນການລົງກວດກາຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 1815/ຫສນຍ ລົງວັນທີ 10 ພະຈິກ 2010 ເປັນຕົ້ນບັນດາເຂື່ອນໄຟຟ້າທັງຂະໜາດນ້ອຍ ແລະ ໃຫຍ່ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ ດໍາເນີນງານເພື່ອໃຫ້ປະຕິບັດຕາມມາດຕະ ຖານເຕັກນິກຂອງການອອກແບບໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ ສະນັ້ນ ເຫັນໄດ້ບັນຫາດັ່ງກ່າວພັກ ແລະ ລັດຖະບານໄດ້ມີທິດຊີ້ນໍາໃຫ້ສ້າງກົດໝາຍເພື່ອຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນ ແລະ ອະນຸມັດໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສ້າງຕັ້ງກົມໜຶ່ງຂຶ້ນມາໂດຍໃສ່ຊື່ວ່າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານເພື່ອຄຸ້ມຄອງ ຕິດຕາມ ກວດກາ ຄວາມປອດໄພຂອງເຂື່ອນ ກົດໝາຍສະບັບນີ້ປະກອບມີ 10 ພາກ 9 ໝວດ 72 ມາດຕາ.
ພາຍຫຼັງກົດໝາຍສະບັບນີ້ໄດ້ຮັບຮອງ ແລະ ປະກາດໃຊ້ຈະມີນິຕິກໍາທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ ເຮັດໃຫ້ອົງການຈັດຕັ້ງຂອງລັດຂັ້ນສູນກາງ ຂັ້ນທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າໃຈເຖິງຄວາມສໍາຄັນ ແລະ ມີສ່ວນຮ່ວມເຂົ້າໃນວຽກງານຄວາມປອດໄພຂອງເຂື່ອນ ຄາດວ່າຈະເຮັດໃຫ້ຜູ້ພັດທະນາເຂື່ອນໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນຕໍ່ວຽກງານຄວາມປອດໄພຂອງເຂື່ອນເຂັ້ມງວດສູງຂຶ້ນ ພົນລະເມືອງ ທີ່ໄດ້ຮັບຜົນກະທົບຈາກການລະເມີດກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນຈາກຜູ້ພັດທະນາເຂື່ອນ ພະນັກງານ ແລະ ເຈົ້າໜ້າທີ່ຂອງລັດຈະໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.



