ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 16 ພະຈິກ 2023 ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດຳລັດ, ຮອງປະທານສະພາແຫ່ງຊາດ ສະມາຊິກສະພາ ແຫ່ງຊາດໄດ້ສືບຕໍ່ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າ ດ້ວຍການຮັກສາສຸຂະພາບ ຂັ້ນຕົ້ນດ້ວຍຄວາມຮັບຜິດຊອບສູງຕໍ່ຫລາຍບັນຫາ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຄົບ ຖ້ວນ, ຮັດກຸມ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ຮັບປະກັນໃຫ້ລະບົບສາທາ ລະນະນສຸກຂັ້ນຮາກຖານມີຄວາມເຂັ້ມແຂງ, ກົນໄກການຄຸ້ມຄອງ, ຕິດຕາມກວດກາ ແລະ ພັດທະນາ ໄດ້ຮັບການປັບປຸງສູ່ຄຸນນະພາບໃໝ່, ປະຊາຊົນລາວບັນດາເຜົ່າສາມາດເຂົ້າເຖິງການບໍລິການດ້ານສາ ທາລະນະສຸກຂັ້ນຕົ້ນຢ່າງທົ່ວເຖິງ.
ທ່ານ ຄໍາປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 16 ແຂວງເຊກອງ ປະ ກອບຄໍາເຫັນໃສ່ມາດຕາ 37 ທີ່ເວົ້າເຖິງການສົ່ງເສີມໂພສະນາການ ຊື່ງໄດ້ລະບຸວ່າການສົ່ງເສີມໂພສະນາ ການແມ່ນການຊຸກຍູ້ໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຈໍາເປັນ ແລະເໝາະສົມ, ການບໍລິໂພກອາຫານ ສະອາດ ແລະ ປອດໄພ ໂດຍທ່ານສະເໜີໃຫ້ອະນຸກຳມະການສ້າງຮ່າງກົດໝາຍກຳນົດແຈ້ງຕື່ມກ່ຽວ ກັບອາຫານທີ່ໝົດອາຍຸ ເນື່ອງຈາກໄລຍະຜ່ານມາພາກສ່ວນກ່ຽວຂ້ອງຍັງບໍ່ໃຫ້ຄວາມສໍາຄັນເທົ່າທີ່ ຄວນໃນການກວດກາສິນຄ້າປະເພດອາຫານທີ່ໝົດອາຍຸການນໍາໃຊ້ ຊື່ງສົ່ງຜົນກະທົບຕໍ່ການບໍລິໂພກ ຂອງປະຊາຊົນ.
ທ່ານ ອິນປອນ ມະນີແສງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະ ກອບຄໍາເຫັນໃສ່ມາດຕາ 35 ທີ່ເວົ້າເຖິງການສົ່ງເສີມສຸຂະພາບຈະເລີນພັນແມ່, ເດັກເກີດໃໝ່, ເດັກ ນ້ອຍ ແລະໄວໜຸ່ມ ຊື່ງມີຄວາມສໍາຄັນຫລາຍຕໍ່ການວາງແຜນຄອບຄົວ ແລະມາດຕາ 62 ໂຄງປະ ກອບບຸກຄະລາກອນຂອງຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ໂດຍສະເໜີໃຫ້ກຳນົດໄວ້ໃນນິ ຕິກຳສະເພາະເນື່ອງຈາກຢູ່ຂັ້ນບ້ານຕ້ອງອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະເຂດ.
ທ່ານ ນາງ ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ປະ ກອບຄໍາເຫັນໃສ່ມາດຕາ 70 ກ່ຽວກັບອົງການກວດກາສຸຂະພາບຂັ້ນຕົ້ນ ຊື່ງທ່ານສະເໜີໃຫ້ອະນຸກຳ ມະການສ້າງຮ່າງກົດໝາຍກຳນົດເອົາອົງການຈັດຕັ້ງມະຫາຊົນເຊັ່ນ: ແນວລາວສ້າງຊາດ, ອົງການຈັດ ຕັ້ງແມ່ຍິງ, ຊາວໜຸ່ມເຂົ້າຕື່ມ ເພື່ອເຮັດໜ້າທີ່ຕິດຕາມກວດການການປະຕິບັດໜ້າທີ່ຢູ່ຂັ້ນບ້ານຄຽງຄູ່ ກັບອາສາສະໝັກບ້ານ.
ພາຍຫລັງສະມາຊິກສະພາແຫ່ງຊາດສໍາເລັດການປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນແລ້ວ ຄະນະຮັບຜິດຊອບສ້າງຮ່າງກົດໝາຍໄດ້ໃຫ້ຄວາມກະຈ່າງແຈ້ງ ແລະອະທິບາຍ ຕື່ມບາງບັນຫາທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ແລະປະກອບຄໍາເຫັນຫລາຍ ຈາກນັ້ນປະ ທານກອງປະຊຸມໄດ້ສະຫລຸບສັງລວມການຄົ້ນຄວ້າ ແລະ ພິຈາລະນາຮ່າງກົດໝາຍສະບັບນີ້. ສໍາລັບຕອນບ່າຍກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ຕາມວາລະແລ້ວ ສະມາຊິກສະພາແຫ່ງຊາດຈະໄດ້ຄົ້ນຄ້ວາ ແລະ ພິຈາລະນາຮ່າງກົດໝາຍວ່າດ້ວຍ ເຂດເສດຖະກິດ ພິເສດ ຊື່ງເປັນກົດໝາຍສ້າງຂຶ້ນໃໝ່.
ຂ່າວ: ຈັນທະສອນ ສີຫານາດ




