
ການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ4ຂອງສະພາແຫ່ງຊາດຊຸດທີ9 IX ໃນຕອນບ່າຍ ວັນທີ 9 ທັນວາ 2022 ຢູ່ຫໍສະພາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາເເຫ່ງຊາດ, ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງການອະທິບາຍຊີ້ເເຈງເພີ່ມຕື່ມຕໍ່ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຈາກທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໂດຍທ່ານໄດ້ອະທິບາຍຊີ້ເເຈງໃນ4ບັນຫາໃຫຍ່ ທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ແລະມີຂໍ້ຊັກຖາມ ໂດຍສະເພາະການເເກ້ໄຂກ່ຽວກັບການສົ່ງອອກເເຮ່ເຫລັກໄປຕ່າງປະເທດຂອງບໍລິສັດຜູ້ລົງທືນທີ່ລັດຖະບານອະຍຸຍາດໃຫ້ມີການຂຸດຄົ້ນເຮັດທົດລອງໃນໄລຍະຜ່ານມາ, ການສ້ອມແປງທາງຫລວງເເຫ່ງຊາດ, ທາງຫລວງທ້ອງຖີ່ນທີ່ເປ່ເພຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເເລະທາງດ່ວນ,ໂຄງການຂຸດຄົ້ນເເຮ່ທາດຕ່າງໆມີຄວາມຊັກຊ້າ,ການຊຸກຍູ້ສົ່ງເສີມເສດຖະກິດດີຈີຕອນໃຫ້ເປັນຮູບປະທໍາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການຄຸ້ມຄອງລາຄາສີນຄ້າທີ່ມີການເຫນັງຕີງສູງທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ການຈັດຊື້ນໍາມັນເຊື້ອໄຟຢູ່ພາຍໃນເພື່ອຮັກສາຖະຖຽນລະພາບດ້ານພະລັງງານ, ການນໍາໃຊ້ນໍ້າມັນເຊື້ອໄຟໃນເເຕ່ລະໄລຍະ ໃນນີ້ສະເພາະການເເກ້ໄຂກ່ຽວກັບການສົ່ງອອກເເຮ່ເຫລັກໄປຕ່າງປະເທດຂອງບໍລິສັດຜູ້ລົງທືນທີ່ລັດຖະບານອະຍຸຍາດໃຫ້ມີການຂຸດຄົ້ນເຮັດທົດລອງໃນໄລຍະຜ່ານມາ ພາຍຫລັງທີ່ລັດຖະບານອະນຸຍາດໃຫ້ນັກລົງທືນທົດລອງຂຸດຄົ້ນເເຮ່ເຫລັກເພື່ອເປັນສິນຄ້າສົ່ງອອກເຫັນວ່າຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເຊີ່ງກາຍເປັນວຽກງານສໍາຄັນທີ່ລັດຖະບານຈະຕ້ອງສືບຕໍ່ເເກ້ໄຂໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າມີປະສິດທິພາບກວ່າເກົ່າ.

ຈາກນັ້ນ ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງການມີຄໍາເຫັນສັງລວມ ເເລະ ອະທິບາຍຊີ້ເເຈງເພີ່ມຕື່ມຕໍ່ການຈັດຕັ້ງປະຕິບັດວຽກງານລັດຖະບານ ຈາກທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີເເລ້ວ ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບສັງລວມການຈັດຕັ້ງປະຕິບັດວຽກງານຂອງລັດຖະບານໃນຫລາຍບັນຫາ ໂດຍທ່ານໄດ້ຊີ້ເເຈງເເຕ່ລະບັນຫາຂອງຄະນະລັດຖະບານໃນກອງປະຊຸມສະໄຫມສາມັນເທື່ອທີ4ຂອງສະພາເເຫ່ງຊາດຊຸດທີ9ເຫັນວ່າມີຄວາມຖືກຕ້ອງ, ຄົບຖ້ວນ ເເລະ ຖືກຕ້ອງຕາມສະພາບຄວາມເປັນຈີງຂອງປະເທດເຮົາໃນປັດຈຸບັນ ພ້ອມທັງສະເຫນີໃຫ້ລັດຖະບານມີການຄົ້ນຄວ້າເພີ່ມຕື່ມໃນການຊຸກຍູ້ສົ່ງເສີມພາກສ່ວນທຸກລະກິດກໍ່ຄືຜູ້ປະກອບການຕ່າງໆໃນຫ້ເອົາໃຈໃສ່ຜະລິດສີນຄ້າພາຍໃນໃຫ້ຫລາຍຂື້ນໂດຍສະເພາະສິນຄ້າກະສິກໍາເນື່ອງຈາກປະເທດເຮົາຍັງມີທ່າເເຮງຫລາຍດ້ານໃນການຜະລິດກະສິກໍາເພືອຫລຸດຜ່ອນການນໍາເຂົ້າ ເເລະ ອື່ນໆ.


ຫລັງຈາກສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງການມີຄໍາເຫັນສະລຸບສັງລວມການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຈາກປະທານກອງປະຊຸມແລ້ວ ທ່ານນາງ ປີ່ງຄໍາ ລາດຊະສີມາ ໃນນາມຫົວຫນ້າກອງເລຂານຸການກອງປະຊຸມ ໄດ້ສະເຫນີມະຕີກອງປະຊຸມວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດເເຜນງົບປະມານເເຫ່ງລັດປີ 2021, ການຈັດຕັ້ງປະຕິບັດເເຜນງົບປະມານປີ2022 ເເລະທີດທາງແຜນງົບປະມານເເຫ່ງລັດປີ2023 ຈາກນັ້ນສະມາຊິກສະພາເເຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ປະກອບຄໍາເຫັນເພີ່ມຕື່ມໃສ່ບົດລາຍງານດັ່ງກ່າວທີ່ເຫັນວ່າມີຄວາມສົນໃຈ. ຫລັງຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບສັງລວມ ເເລະ ສະເຫນີໃຫ້ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງລົງຄະເເນນສຽງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດເເຜນງົບປະມານເເຫ່ງລັດປີ2021, ການຈັດຕັ້ງປະຕິບັດເເຜນງົບປະມານປີ2022 ເເລະທີດທາງແຜນງົບປະມານເເຫ່ງລັດປີ2023 ດ້ວຍຄະແນນເຫັນດີເປັນສ່ວນຫລາຍ
