ຕອນບ່າຍວັນທີ 28 ຕຸລາ 2021 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງ ປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຈະດໍາເນີນແຕ່ວັນທີ 01 ເຖິງວັນທີ 17 ພະຈິກ 2021 ທ່ານນາງປິ່ງຄໍາ ລາຊະສີມາ ກ່າວວ່າ:
ຂ້າພະເຈົ້າ, ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດມີຄວາມຍິນດີແລະຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
– ກອງປະຊຸມສະໄໝສາມັນ ເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນຕອນເຊົ້າວັນຈັນ, ວັນທີ 01 ພະຈິກ 2021 ແລະຈະດໍາເນີນໄປເຖິງວັນພຸດ ວັນທີ 17 ພະຈິກ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 15 ວັນ, ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ 19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຈຶ່ງຕົກລົງຫລຸດເວລາຈາກ 20 ວັນ ມາເປັນ 15 ວັນ.
– ກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດຄື:
1. ວຽກງານຂອງລັດຖະບານ
(1) ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022;
(2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
(3) ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
(4) ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າຂອງສປປລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະບໍ່ແຮ່ 5ປີ (2021-2025);
(5) ບົດລາຍງານຂອງລັດຖະບານກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025).
2. ວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ
1) ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
2) ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ;
3) ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
4) ບົດລາຍງານການກວດກາ ຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019.
3. ວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
(1) ບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
(2) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
(3) ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ.
4. ວຽກງານຂອງສະພາແຫ່ງຊາດ
ບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021ແລະ ແຜນການ ປະຈໍາປີ 2022.
ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 11ສະບັບ ໃນນີ້:
5.1 ຮ່າງກົດໝາຍສ້າງໃໝ່ 4 ສະບັບ ຄື:
(1) ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ;
(2) ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ;
(3) ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ;
(4) ຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່.
4.2 ກົດໝາຍປັບປຸງ 7 ສະບັບ ຄື:
(1) ກົດໝາຍວ່າດ້ວຍລັດຖະບານ;
(2) ກົດໝາຍວ່າດ້ວຍງົບປະມານແຫ່ງລັດ;
(3) ກົດໝາຍວ່າດ້ວຍການສ້າງນິຕິກຳ;
(4) ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ;
(5) ກົດໝາຍວ່າດ້ວຍການຄວບຄຸມຢາສູບ;
(6) ກົດໝາຍວ່າດ້ວຍໂທລະຄົມມະນາຄົມ;
(7) ກົດໝາຍວ່າດ້ວຍມໍຣະດົກແຫ່ງຊາດ;
6. ມະຕິກອງປະຊຸມສະພາແຫ່ງຊາດ ລວມມີ 22 ສະບັບ
1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2021 ແລະ ແຜນການ ປະຈໍາປີ 2022;
2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າຂອງສປປລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າແລະບໍ່ແຮ່ 5 ປີ (2021-2025);
4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບວິໄສທັດ20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025);
5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020;
6) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ການກວດກາ ຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019;
7) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;

9) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
10) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022;
11) ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍຈໍານວນ 12 ສະບັບ.
ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ,ຄະນະເລຂາທິການສະພາແຫ່ງຊາດຂ້າພະເຈົ້າຂໍເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ,ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດແລະ ພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IXໃນຄັ້ງນີ້ດ້ວຍ. ອີງໃສ່ແຈ້ງການຂອງຄະນະເລຂາທີການທີ່ໄດ້ເຜີຍແຜ່ຜ່ານມາ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈະດໍາເນີນແຕ່ວັນທີ 1-26 ພະຈິກ ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຍັງຂ້ອນຂ້າງສູງ ດັ່ງນັ້ນ ຄະນະປະຈໍາສະພາແຫ່ງຊາດຈຶ່ງໄດ້ປັບປຸງວາລະກອງປະຊຸມ ໃຫ້ຈໍານວນມື້ປະຊຸມຫຼຸດລົງແຕ່ ຮັບປະກັນການປະຕີບັດພາລະບົດບາດໃນນາມເປັນອົງການນີຕີບັນຍັດ ຢ່າງມີປະສີດທີຜົນ. ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ:ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
• ໂທລະສັບສາຍດ່ວນ: ໝາຍເລກ 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດຊຸດທີ IX.
• ອີເມວ: nalao.156@gmail.com