ວັນທີ 30 ສິງຫາ 2023 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ໄຂກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍອະດີດພະນັກງານການນຳຂອງແຂວງ, ອາດີດສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວົງສະຫວັນ ເທບພະຈັນ ກ່າວໄຂກອງປະຊຸມວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ພາຍໃຕ້ຄວາມກົດດັນສະພາບການຂອງໂລກ, ສະພາບເສດຖະກິດ-ສັງຄົມ ທັງພາຍໃນ ແລະພາຍນອກ ທີ່ຍັງສືບຕໍ່ມີຄວາມຫຍຸ້ງຍາກສັບສົນ ແລະຜັນແປຢ່າງຕໍ່ເນື່ອງ, ສົ່ງຜົນໃຫ້ອັດຕາເງິນເຟີ້ຢູ່ແຂວງຫຼວງພະບາງ ສູງຂຶ້ນ ແລະການເໜັງຕີງ ຂອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ບໍ່ສາມາດຄວບຄຸມໄດ້ ຢູ່ພາຍໃນແຂວງ, ລວມທັງບັນຫາການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ບັນຫາຢາເສບຕິດ ແລະບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນສັງຄົມປະຈຸບັນ, ເຊິ່ງລ້ວນແລ້ວແຕ່ໄດ້ສົ່ງຜົນກະທົບຫຼາຍທີ່ສຸດ ຕໍ່ການດຳລົງຊີວິດ ຂອງທຸກຊັ້ນຄົນ, ເຖິງວ່າຈະມີບັນຫາຫຍຸ້ງຍາກສັບສົນຫຼາຍ, ແຕ່ກໍຍັງມີຫຼາຍໆວຽກງານ ທີ່ອົງການປົກຄອງແຂວງ ສາມາດຈັດຕັ້ງປະຕິບັດສຳເລັດ ຕາມຄາດໝາຍທີ່ວາງໄວ້.
ພາຍຫຼັງກ່າວເປີດກອງປະຊຸມຢ່າງເປັນທາງການ ພົນໂທ ສຸວອນ ເລືອງບຸນມີ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນວ່າ: ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງແຕ່ລະຄັ້ງ ລ້ວນແຕ່ເປັນເຫດການທີ່ສຳຄັນຂອງທ້ອງຖິ່ນ ໂດຍໄດ້ມີການຄົ້ນຄວ້າ ບັນຫາສຳຄັນເພື່ອສຸມໃສ່ແກ້ໄຂບັນຫາຄົງຄ້າງໃນໄລຍະຜ່ານມາ ແລະວາງທິດທາງແຜນການແກ້ໄຂໃນຕໍ່ໜ້າ, ພິເສດໃນກອງປະຊຸມຄັ້ງນີ້ ຈະມີການປະເມີນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ ຂອງບຸກຄາລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ ຈຶ່ງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ພ້ອມກັນຄົ້ນຄວ້າໃຫ້ເລິກເຊີ່ງ ເພື່ອເຮັດໃຫ້ບັນດາທິດທາງ-ວຽກງານທີ່ວາງໄວ້ໃນຕໍ່ໜ້າປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II, ຈະດຳເນີນໄປເປັນເວລາ 03 ວັນ ໃນນັ້ນ, ຈະໄດ້ຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ຂອງແຂວງໃນໄລຍະກາງສະໄໝ ຂອງແຜນການ 5 ປີ (2021-2025) ແລະການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ, ວາງທິດທາງແຜນການ 6 ເດືອນທ້າຍປີ 2023; ພິຈາລະນາ ແລະຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ໃນໄລຍະກາງສະໄໝ ຂອງແຜນການ 5 ປີ (2021-2025) ແລະການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ, ວາງທິດທາງແຜນການ 6 ເດືອນທ້າຍປີ 2023; ຮັບຟັງບົດລາຍງານ ຂອງພະແນກແຜນການ ແລະການລົງທຶນແຂວງ ກ່ຽວກັບຂັ້ນຕອນໃນການອະນຸມັດເຊົ່າ ແລະສໍາປະທານທີ່ດິນ ຂອງລັດ ໃນໄລຍະຜ່ານມາ ແລະທິດທາງແຜນການ 6 ເດືອນທ້າຍປີ 2023; ຮັບຟັງບົດລາຍງານ ຂອງພະແນກກະສິກໍາ ແລະປ່າໄມ້ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສົ່ງເສີມການປູກຝັງ-ລ້ຽງສັດ ແລະການຈໍາກັດ ການນໍາເຂົ້າສິນຄ້າກະສິກໍາ ທີ່ແຂວງເຮົາສາມາດຜະລິດໄດ້ ປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2023; ຮັບຟັງບົດລາຍງານ ຂອງພະແນກສາທາລະນະສຸກແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະກັນສຸຂະພາບ ໃນໄລຍະຜ່ານມາ ແລະທິດທາງແຜນການ 6 ເດືອນທ້າຍປີ 2023; ພິຈາລະນາ ແລະຮັບຮອງເອົາ ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ-ສານປະຊາຊົນແຂວງ ແລະຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລຍະກາງສະໄໝ ຂອງແຜນການ 5 ປີ (2021-2025) ແລະການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ, ວາງທິດທາງແຜນການ 6 ເດືອນທ້າຍປີ 2023; ນອກຈາກນັ້ນ ຈະໄດ້ຮັບຟັງການປະກອບຄໍາເຫັນ ຈາກຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ວຽກງານ ຂອງອົງການປົກຄອງແຂວງ-ອົງການຕຸລາການ ທັງຈະໄດ້ປະເມີນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ ຂອງບຸກຄາລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ; ຕິດພັນກັບແຕ່ລະວາລະ ຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຊຸດທີ II, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ II, ບັນດາສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ຈະໄດ້ປະກອບຄໍາເຫັນ ໃສ່ແຕ່ລະບົດລາຍງານ ແລະຈະໄດ້ມີການຊັກຖາມ ຕໍ່ບັນຫາທີ່ພົ້ນເດັ່ນ ເຊິ່ງເປັນຈຸດສົນໃຈຂອງຜູ້ແທນ ກໍຄືປະຊາຊົນບັນດາເຜົ່າ; ບັນດາທ່ານຕາງໜ້າອົງການປົກຄອງແຂວງ ກໍຄືບັນດາຂະແໜງ ການທີ່ກ່ຽວຂ້ອງ ທີ່ໄດ້ຮັບຄໍາຊັກຖາມ ຈະຕ້ອງໄດ້ກະກຽມຄຳຕອບ ເພື່ອຂຶ້ນຊີ້ແຈງ ແລະອະທິບາຍ ໄປແຕ່ລະກໍລະນີ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບການເມືອງຂອງຕົນ ບົນພື້ນຖານເຫດຜົນ ແລະຄວາມເປັນຈິງທີ່ຖືກຕ້ອງ. ໃນໄລຍະການດຳເນີນກອງປະຊຸມຄັ້ງນີ້ ພະນັກງານ, ທະຫານ, ຕຳຫຼວດ, ແພດໝໍ, ສື່ມວນຊົນ ແລະປະຊາຊົນລາວບັນດາເຜົ່າ ສາມາດຕິດຕາມຮັບຟັງ ການດຳເນີນກອງປະຊຸມ ຜ່ານການຖ່າຍທອດສຽງຂອງສະຖານີວິທະຍຸຂອງແຂວງ ໃນລະບົບ AM ຄວາມຖີ່ 705 ກິໂລເຮີດ ແລະລະບົບອ່ອນລາຍທາງເຟສບຸກ ລວມທັງການສະເໜີຂ່າວສານຜ່ານສື່ມວນຊົນທຸກພາກສ່ວນ ພ້ອມນີ້ ສາມາດສົ່ງຄຳເຫັນຕຳນິຕິຊົມ ແລະສະເໜີບັນຫາຂໍ້ຂ້ອງໃຈ ຜ່ານໂທລະສັບສາຍດ່ວນ ຂອງກອງປະຊຸມໝາຍເລກ 071 156 ໂດຍບໍ່ໄດ້ເສຍຄ່າໂທ ເພື່ອເຮັດໃຫ້ກອງປະຊຸມ ມີເນື້ອໃນຄົບຖ້ວນ, ສົມບູນ ແລະບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ



