ກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກໍາມະບານ ເມືອງລະຄອນເພັງ ຄັ້ງທີ 3 ສະໄໝທີ VI ຈັດຂຶ້ນໃນຕອນເຊົ້າວັນທີ 4 ມີນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ສີປະເສີດ ສຸວັນນະທອງສາ, ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານຄະນະບໍລິຫານງານສະຫະພັນກໍາມະບານ ເມືອງລະຄອນເພັງ, ມີ ທ່ານ ບຸນທະວີ ພິມມະສານ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານ ແຂວງສາລະວັນ, ພ້ອມດ້ວຍຕາງໜ້າຈາກແນວລາວສ້າງຊາດເມືອງ, ແຂກຮັບເຊີນ ແລະ ສະມາ ຊິກກໍາມະບາພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສະຫລຸບຕີລາຄາການນໍາພາຊີ້ນໍາວຽກງານກໍາມະບານຕະຫລອດໄລຍະ ປີ 2021 ຜ່ານມາ ເພື່ອຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້, ລວມເຖີງຈຸດອ່ອນຂໍ້ຄົງຄ້າງແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2022, ບົດສະຫລຸບການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍ ເຫລືອເຊີ່ງກັນ ແລະ ກັນ ໃນໄລຍະ ປີ 2021 ຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2022, ພ້ອມທັງຄົ້ນຄວ້າພິຈາລະນາຮັບຮອງເອົາການປັບປຸງກົດລະບຽບກອງທຶນດັ່ງກ່າວໃນບາງໝວດ ແລະ ບາງມາດຕາໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະປັດຈຸບັນ. ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກໍາມະບານ ແຂວງສາລະວັນ ຄັ້ງທີ 3 ສະໄໝທີ VII, ຜ່ານບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງໃນການນໍາພາຊີ້ນໍາວຽກງານຂອງຕົນຕະຫລອດໄລຍະ ປີ 2021 ຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ທ່ານ ບຸນທະວີ ພິມມະສານ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງສາລະວັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງກໍາມະບານເມືອງລະຄອນເພັງ ນັບມມື້ດີຂຶ້ນ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດຂຶ້ນຜ່ານບົດສະຫລຸບລາຍງານຕໍ່ກອງປະຊຸມຄັ້ງນີ້ ທ່ານ ສີປະເສີດ ສຸວັນນະທອງສາ ໄດ້ຍົກໃຫ້ເຫັນຜົນງານແຕ່ລະດ້ານທີ່ສະຫະພັນກໍາມະບານເມືອງລະ ຄອນເພັງ ຍາດມາໄດ້ຕະຫລອດປີ 2021 ຜ່ານມາ, ໃນນີ້ ສະເພາະວຽກງານປົກປ້ອງແຮງງານການຈັດຕັ້ງກໍາມະບານແຕ່ລະຂັ້ນໄດ້ເພີ່ມທະວີການເຄື່ອນໄຫວປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານຢ່າງຕັ້ງໜ້າ, ໄດ້ເກັບກໍາສະຖິຕິຫົວໜ່ວນແຮງງານທັງໝົດມີ 6 ແຫ່ງ, ມີແຮງງານເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດທັງໝົດ 10.656 ຄົນ, ຍິງ 6.280 ຄົນ, ມີແຮງງານກັບມາແຕ່ເຮັດວຽກຢູ່ໄທ 919 ຄົນ, ຍິງ 458 ຄົນ ແລະ ອື່ນໆ. ສ່ວນວຽກງານກອງທຶນຊ່ວຍ ເຫລືອເຊີ່ງກັນ ແລະ ກັນ, ປັດຈຸບັນ ທົ່ວເມືອງມີສະ ມາຊິກກອງທຶນທັງໝົດ 629 ຄົນ, ຍິງ 255 ຄົນ, ມີເງິນກອງທຶນທີ່ຍົກຍອດມາແຕ່ປີ 2020 ຈໍານວນ 1.856.325 ກີບ, ຮັບຈາກສະມາຊິກໃນປີ 2021 ຈໍານວນ 33 ຮາກຖານ ຈໍານວນ 26.347.000 ກີບ, ລວມເປັນເງິນທັງໝົດ 28.203.325 ກີບ, ສ່ວນເບື້ອງລາຍຈ່າຍ ໂດຍສະເພາະການຈ່າຍປະຕິບັດນະໂຍບາຍຕໍ່ສະມາຊິກໃນກໍລະນີຕ່າງໆ ຈໍານວນ 44 ຄົນ ເປັນເງິນ ຈໍານວນ 11.621.000 ກີບ ເຮັດໃຫ້ເງິນຍັງເຫລືອຕົວຈິງ 16.582.325 ກີບ.


