ໃນວັນທີ 22 ມີນາ 2022 , ບໍລິ ສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ໄດ້ຈັດກອງປະຊຸມສະພາບໍລິຫານຂອງບໍລິ ສັດ ຄັ້ງທີ 1 ປີ 2022. ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສີທອງ ພົມມະຈິດ, ປະທານສະພາບໍລິຫານ; ມີບັນດາສະມາ ຊິກສະພາບໍລິຫານ ແລະ ຜູ້ກ່ຽວຂ້ອງເຂົ້າຮ່ວມ. ພິເສດ, ໃນກອງປະຊຸມຍັງກໍ່ເຫັນດີເປັນເອກະພາບກໍານົດເອົາວັນທີ 29 ເມສາ 2022 ເປັນມື້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ຢູ່ທີ່ໂຮງແຮມຄອນທິເນັນໂທ ພລາຊາ, ບ້ານໜອງບົວທອງໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້, ບັນດາແຂກເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາ, ປະກອບຄຳຄິດເຫັນຢ່າງກົງໄປ-ກົງມາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງບໍໍລິສັດ ເພື່ອເປັນພື້ນຖານໃນການນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ທີ່ຈະຈັດຂຶ້ນໃນເດືອນເມສານີ້ ເປັນຕົ້ນແມ່ນ:

1). ຮັບຮອງເອົາຜົນການດໍາເນີນງານຂອງບໍລິສັດ ປະຈໍາປີ 2021 ແລະ ເອກະສານການເງິນ ປະຈໍາປີ 2021 ທີ່ຜ່ານການກວດສອບຈາກບໍລິສັດກວດສອບ ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງ;
2). ຮັບຮອງເອົາການໂຈະຈ່າຍເງິນປັນຜົນ ຍ້ອນທຸລະກິດໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອນໍາສະເໜີຕໍ່ກອງປະຊຸມພິຈາລະນາ;
3). ຮັບຮອງເອົາແຜນການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2022 ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງ;
4). ແຕ່ງຕັ້ງ ບໍລິສັດ ພຣາຍສ໌ວໍເຕີເຮົ້າສ໌ກຸບເປີສ໌ (ລາວ) ຈໍາກັດຜູ້ດຽວ ເປັນຜູ້ກວດສອບບັນຊີພາຍນອກ ສໍາລັບປີ 2022 ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງ;
5). ຮັບຮອງເອົາການລາອອກຂອງທ່ານ ອາໂນໄລ ສີຫາຣາດ, ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຝ່າຍການເງິນ ທີ່ໄປເຮັດທຸລະກິດສ່ວນຕົວ ເຊິ່ງມີຜົນສັກສິດແຕ່ວັນທີ 30/04/2022 ເປັນຕົ້ນໄປ;
6). ແຕ່ງຕັ້ງ ທ່ານ ສີທາ ພົມມະຈິດ, ເປັນຮັກສາການຜູ້ຊ່ວຍຜູ້ອໍານວຍການໃຫຍ່ຝ່າຍການເງິນ ແທນ ທ່ານ ອາໂນໄລ ສີຫາຣາດ ທີ່ລາອອກໄປເຮັດທຸລະກິດສ່ວນຕົວ ເຊິ່ງມີຜົນສັກສິດແຕ່ວັນທີ 1/05/2022 ເປັນຕົ້ນໄປ;
7). ກໍານົດເອົາວັນທີ 05 ເມສາ 2022 ເປັນມື້ປິດປື້ມທະບຽນຜູ້ຖືຮຸ້ນ ເພື່ອກໍານົດສິດຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021;
. ກໍານົດເອົາວັນທີ 29 ເມສາ 2022 ເປັນມື້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021. ໂດຍຈັດທີ່ຊັ້ນ 12, ໂຮງແຮມຄອນທິເນັນໂທພລາຊາ, ບ້ານໜອງບົວທອງໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ;
9). ກໍານົດເອົາວາລະກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021, ມີລາຍລະອຽດດັ່ງນີ້:
+ ວາລະທີ1: ພິຈາລະນາ ແລະ ຮັບຮອງເອົາບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2020;
+ ວາລະທີ2: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການດໍາເນີນງານຂອງບໍລິສັດ ປະຈໍາປີ 2021 ແລະ ເອກະສານລາຍງານການເງິນ ປະຈໍາປີ 2021 ທີ່ຜ່ານການກວດສອບຈາກບໍລິສັດກວດສອບ;
+ ວາລະທີ3: ພິຈາລະນາບໍ່ຈ່າຍເງິນປັນຜົນ ປະຈໍາປີ 2021;
+ ວາລະທີ4: ພິຈາລະນາ ແລະ ຮັບຮອງແຜນການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2022;
+ ວາລະທີ5: ພິຈາລະນາ ແລະ ຮັບຮອງການແຕ່ງຕັ້ງຜູ້ກວດສອບພາຍນອກ ປະຈໍາປີ 2022.