ໃນວັນທີ 10 ກຸມພາ 2023, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ ໃນນາມສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ ກ່ຽວກັບ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະ ບາງກະຊວງທີ່ກ່ຽວຂ້ອງ ທີ່ໄດ້ຖືກແຕ່ງຕັ້ງ ຫຼື ເປັນເປົ້າໝາຍຈະຖືກແຕ່ງຕັ້ງໄປປະຈຳການ ຢູ່ສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ຈຸດປະສົງ ແມ່ນເພື່ອສືບຕໍ່ເຮັດໃຫ້ວຽກງານການເຜີຍແຜ່ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍສະເພາະກົນໄກການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງພາຍ ໃນກັບຕ່າງປະເທດ, ແນ່ໃສ່ສ້າງຄວາມເຂົ້າໃຈເພີ່ມເຕີມໃຫ້ແກ່ພະນັກງານການທູດຜູ້ທີ່ຖືກແຕ່ງຕັ້ງ ແລະ ເປັນເປົ້າໝາຍຈະຖືກແຕ່ງຕັ້ງ ກ່ຽວກັບວຽກງານດັ່ງກ່າວໃຫ້ສາມາດຮັບຮູ້, ເຂົ້າໃຈ ແລະ ກຳໄດ້ລະບຽບກົດໝາຍ, ນິຕິກຳພາຍໃນ ແລະ ຕ່າງປະເທດ ເພື່ອນຳໄປໝູນໃຊ້ຕົວຈິງໃນເວລາປະຈຳການຢູ່ຕ່າງປະເທດ ໃນການກຳນົດຕົວຜູ້ຖືກເຄາະຮ້າຍ ແລະ ຊ່ວຍເຫຼືອພົນລະເມືອງລາວທີ່ຕົກເປັນເຫຍື່ອຈາກການຄ້າມະນຸດ ຢູ່ຕ່າງປະເທດໃຫ້ກັບຄືນບ້ານຢ່າງປອດໄພ.
ກອງປະຊຸມສຳມະນາດັ່ງກ່າວມີນັກວິທະຍາກອນຈາກ ກະຊວງປ້ອງກັນຄວາມສະຫງົບ, ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ ແລະ ກົມກົງສຸນ) ເຂົ້າຮ່ວມນຳສະເໜີບົດໃນຫົວຂໍ້ທີ່ພົວພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໃນວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍສະເພາະການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ (ຍິງ 38 ທ່ານ).
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ



